Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 15:9 - ພຣະຄຳພີສັກສິ

9 ທີ່​ເມືອງ​ດີໂບນ ນໍ້າ​ຫ້ວຍ​ນອງ​ໄປ​ດ້ວຍ​ເລືອດ ແລະ​ພຣະເຈົ້າ​ຍັງ​ສະສົມ​ສິ່ງ​ທີ່​ຮ້າຍກາດ​ຫລາຍກວ່າ​ນີ້​ອີກ ໄວ້​ສຳລັບ​ປະຊາຊົນ​ຢູ່​ໃນ​ທີ່ນັ້ນ. ແມ່ນແລ້ວ ຜູ້​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ໂມອາບ​ຈະ​ຖືກ​ຂ້າ ຈົນ​ເລືອດ​ໄຫລ​ນອງ​ແຜ່ນດິນ.

Uka jalj uñjjattʼäta Copia luraña




ເອຊາຢາ 15:9
11 Jak'a apnaqawi uñst'ayäwi  

ຕອນ​ທີ່​ພວກເຂົາ​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃໝ່ ພວກເຂົາ​ບໍ່ໄດ້​ນະມັດສະການ​ພຣະເຈົ້າຢາເວ; ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ຝູງ​ສິງ​ມາ​ກັດກິນ​ພວກເຂົາ​ບາງຄົນ.


ທຸກບ່ອນ​ຕາມ​ເຂດແດນ​ຂອງ​ໂມອາບ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້ ຈົນ​ໄປຮອດ​ເມືອງ​ເອັກລາອີມ​ແລະ​ເມືອງ​ເບເອເຣລີມ.


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ຖ້າ​ເຖິງ​ຂັ້ນ​ນີ້​ແລ້ວ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ຕື່ມ​ອີກ​ເຈັດ​ເທົ່າ.


ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.


ແຕ່​ບັດນີ້ ລູກຫລານ​ຂອງ​ພວກເຂົາ​ນັ້ນ ຊໍ້າ​ຖືກ​ທຳລາຍ​ຖິ້ມ​ໝົດ; ຕາຍ​ຢາຍ​ກັນ​ຕາມ​ທາງ ແຕ່​ເຮັດຊະໂບນ​ເຖິງ​ດີໂບນ​ພຸ້ນ. ຕາຍ​ແຕ່​ນາຊິມ​ດ້ວຍ ຈົນເຖິງ​ເມືອງ​ໂນຟາ​ແດ່; ຄື​ບ່ອນ​ທີ່​ຢູ່​ໃກ້ ກັບ​ເຂດ​ເມເດບາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka