Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 15:7 - ພຣະຄຳພີສັກສິ

7 ປະຊາຊົນ​ພະຍາຍາມ​ປົບໜີໄປ ໂດຍ​ຂ້າມ​ຮ່ອມພູ​ວິນໂລ​ພ້ອມ​ກັບ​ສິ່ງຂອງ​ທີ່​ພວກຕົນ​ມີ​ຢູ່.

Uka jalj uñjjattʼäta Copia luraña




ເອຊາຢາ 15:7
9 Jak'a apnaqawi uñst'ayäwi  

ຊົນຊາດ​ຕ່າງໆ​ໃນ​ໂລກນີ້​ເປັນ​ດັ່ງ​ຮັງ​ນົກ ແລະ​ເຮົາ​ໄດ້​ກວາດ​ເອົາ​ຊັບສົມບັດ​ຂອງ​ພວກເຂົາ ງ່າຍ​ເທົ່າກັບ​ກວາດ​ເອົາ​ໄຂ່. ບໍ່ມີ​ຜູ້ໃດ​ອາດ​ໃຊ້​ປີກ​ມາ​ພັດ​ເຮົາ​ໃຫ້​ຢ້ານກົວ​ໄດ້; ບໍ່ມີ​ຜູ້ໃດ​ກ້າ​ອ້າ​ປາກ​ຮ້ອງ​ໃສ່​ເຮົາ​ໄດ້.”


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ທຸກບ່ອນ​ຕາມ​ເຂດແດນ​ຂອງ​ໂມອາບ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້ ຈົນ​ໄປຮອດ​ເມືອງ​ເອັກລາອີມ​ແລະ​ເມືອງ​ເບເອເຣລີມ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ກ່ຽວກັບ​ສັດ​ຕ່າງໆ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້: “ບັນດາ​ທູດ​ເດີນທາງ​ຜ່ານ​ປະເທດ​ທີ່​ເປັນ​ອັນຕະລາຍ ຄື​ບ່ອນ​ທີ່​ມີ​ໂຕສິງ, ງູພິດ ແລະ​ມັງກອນ​ທີ່​ເຫາະ​ໄດ້. ພວກເຂົາ​ບັນທຸກ​ຂອງຂວັນ​ລາຄາ​ແພງ ໃສ່​ເທິງ​ຫລັງ​ລໍ ແລະ​ອູດ​ໄປ​ໃຫ້​ຊົນຊາດ​ໜຶ່ງ​ທີ່​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້.


ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.


ສະນັ້ນ ຈິດໃຈ​ຂອງເຮົາ​ຈຶ່ງ​ໄວ້ທຸກ​ໃຫ້​ແກ່​ໂມອາບ ແລະ​ໄວ້ທຸກ​ໃຫ້​ປະຊາຊົນ​ເມືອງ​ກີຣະເຮເຣັດ​ດັ່ງ​ຜູ້​ທີ່​ເປົ່າ​ຂຸ່ຍ​ໃນ​ງານ​ສົບ ຍ້ອນ​ພວກເຂົາ​ໄດ້​ສູນເສຍ​ທຸກໆສິ່ງ​ທີ່​ພວກຕົນ​ມີ​ນັ້ນ.


ໃນວັນນີ້ ຈົ່ງ​ນຳ​ໝາກໄມ້​ຢ່າງດີ​ທີ່ສຸດ​ຈາກ​ຕົ້ນໄມ້​ຂອງ​ພວກເຈົ້າ​ມາ, ໃບ​ຕານ​ກ້ານພ້າວ​ກັບ​ງ່າໄມ້​ທີ່​ມີ​ໃບ​ດົກ ແລະ​ຈົ່ງ​ຊົມຊື່ນຍິນດີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ລະຫວ່າງ​ເຈັດ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka