6 ນໍ້າຫ້ວຍນິມຣິມກໍແຫ້ງແລ້ງ ຫຍ້າທີ່ແຄມຝັ່ງກໍຫ່ຽວແຫ້ງ ແລະບໍ່ມີສິ່ງຂຽວຫຍັງເຫຼືອຢູ່ເລີຍ.
ໃນທົ່ງຫຍ້າ ກວາງແມ່ປະຖິ້ມລູກທີ່ຫາກໍເກີດມາ ເພາະບໍ່ມີຫຍ້າໃນທີ່ນັ້ນເລີຍ ພໍຈະເປັນອາຫານໄດ້.
ປະຊາຊົນແຫ່ງເມືອງເຮັດຊະໂບນ ແລະເອເລອາເລຮ້ອງອອກມາ ແລະສຽງຮ້ອງຂອງພວກເຂົາກໍໄດ້ຍິນເຖິງເມືອງຢາຮາດ; ແລະປະຊາຊົນເມືອງໂຊອາກໍໄດ້ຍິນ ແລະສຽງນັ້ນໄດ້ຍິນໄປຮອດເມືອງໂຮໂຣນາອິມ ແລະເອັກລາດ-ເຊລີຊີຢາ. ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກລົງ.
ມັນກິນເຄື່ອງປູກກ້ຽງ ດັ່ງໄຟໄໝ້ເຜົາຜານ ດິນແດນເບື້ອງໜ້າ ມັນເປັນດັ່ງສວນເອເດນພຸ້ນ ແຕ່ເບື້ອງຫລັງນັ້ນ ເປັນຖິ່ນແຫ້ງແລ້ງກັນດານ ທີ່ບໍ່ມີຫຍັງຈະໜີພົ້ນຈາກມັນໄປໄດ້.
“ດິນແດນສ່ວນທີ່ພຣະເຈົ້າຢາເວໄດ້ຢຶດເອົາສຳລັບປະຊາຊົນອິດສະຣາເອນເຊັ່ນ: ເມືອງອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະເບໂອນ ເປັນດິນດີຊຶ່ງເໝາະສຳລັບລ້ຽງສັດ ແລະພວກຄົນຮັບໃຊ້ຂອງທ່ານກໍມີຝູງສັດຫລາຍ.
ເບັດນີມຣາ ແລະເບັດຮາຣານ.
ສ່ວນທີ່ຢູ່ໃນຮ່ອມພູຈໍແດນນັ້ນມີດັ່ງນີ້: ເບັດຮາຣາມ, ເບັດນີມຣາ, ຊຸກໂກດ ແລະຊາໂຟນ ແລະອານາຈັກສ່ວນທີ່ເຫຼືອຂອງເຈົ້າສີໂຫນກະສັດແຫ່ງເຮັດຊະໂບນ. ສ່ວນເຂດແດນຂອງພວກເຂົາທາງດ້ານຕາເວັນຕົກນັ້ນ ແມ່ນແມ່ນໍ້າຈໍແດນເລີຍໄປທາງທິດເໜືອຈົນເຖິງທະເລສາບຄາລີເລ.
ເມື່ອເທວະດາຕົນທຳອິດເປົ່າແກຂຶ້ນ ມີໝາກເຫັບແລະໄຟປົນເລືອດ ຖືກຖິ້ມລົງມາເທິງແຜ່ນດິນໂລກ, ໜຶ່ງສ່ວນສາມຂອງແຜ່ນດິນໂລກຖືກໄໝ້, ໜຶ່ງສ່ວນສາມຂອງຕົ້ນໄມ້ກໍຖືກໄໝ້ ແລະຫຍ້າຂຽວສົດທຸກໃບກໍຖືກເຜົາໄໝ້ໄປໝົດ.