4 ປະຊາຊົນແຫ່ງເມືອງເຮັດຊະໂບນແລະເມືອງເອເລອາເລ ຮ້ອງໄຫ້ແຮງຈົນສຽງດັງໄປກາຍເມືອງຢາຮາດ. ແມ່ນແຕ່ພວກທະຫານກໍສັ່ນເຊັນຈົນໝົດຄວາມກ້າຫານ.
ນາງເຣເບກາເວົ້າຕໍ່ອີຊາກວ່າ, “ຂ້ອຍເບື່ອໜ່າຍທີ່ເອຊາວເອົາເມຍຄົນຕ່າງຊາດ. ຖ້າຢາໂຄບເອົາສາວຊາວຮິດຕີມາເປັນເມຍອີກ ກໍໃຫ້ຂ້ອຍຕາຍເສຍດີກວ່າ.”
ສ່ວນເພິ່ນເອງນັ້ນຍ່າງໄປຕາມຖິ່ນແຫ້ງແລ້ງກັນດານໝົດມື້. ເພິ່ນຢຸດນັ່ງພັກຢູ່ໃຕ້ຮົ່ມໄມ້ຕົ້ນໜຶ່ງ ແລະຄິດຢາກຈະຕາຍ. ເພິ່ນພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍໂຜດເອົາຊີວິດຂອງຂ້ານ້ອຍໄປເທີ້ນ ເພາະຂ້ານ້ອຍບໍ່ດີໄປກວ່າປູ່ຍ່າຕາຍາຍຂອງຂ້ານ້ອຍ.”
ເປັນຫຍັງເດຂ້ານ້ອຍຈຶ່ງໄດ້ເກີດມານໍ? ເພື່ອໃຫ້ເດືອດຮ້ອນເຂັນໃຈແລະໂສກເສົ້າຫລືນີ້? ແລະເພື່ອໃຫ້ຂ້ານ້ອຍນີ້ຈົບຊີວິດລົງ ໂດຍໃຫ້ຖືກອັບອາຍຂາຍໜ້າຫລືນີ້?
ການຕັດສິນໄດ້ມາຮອດເມືອງຕ່າງໆຕາມພູພຽງແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ,
ປະຊາຊົນແຫ່ງເມືອງເຮັດຊະໂບນ ແລະເອເລອາເລຮ້ອງອອກມາ ແລະສຽງຮ້ອງຂອງພວກເຂົາກໍໄດ້ຍິນເຖິງເມືອງຢາຮາດ; ແລະປະຊາຊົນເມືອງໂຊອາກໍໄດ້ຍິນ ແລະສຽງນັ້ນໄດ້ຍິນໄປຮອດເມືອງໂຮໂຣນາອິມ ແລະເອັກລາດ-ເຊລີຊີຢາ. ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກລົງ.
ສ່ວນປະຊາຊົນຂອງຊາດອັນຊົ່ວຮ້າຍທີ່ຍັງເຫລືອຢູ່ນີ້ ຄືພວກທີ່ອາໄສຢູ່ໃນບ່ອນທີ່ເຮົາໄດ້ເຮັດໃຫ້ກະຈັດກະຈາຍໄປນັ້ນ ຈະຢາກຕາຍຫລາຍກວ່າທີ່ຢາກຈະມີຊີວິດຢູ່.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ແຕ່ບັດນີ້ ພຣະເຈົ້າຢາເວເອີຍ ຈົ່ງປ່ອຍໃຫ້ຂ້ານ້ອຍຕາຍເສຍ. ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
ຫລັງຈາກຕາເວັນໄດ້ຂຶ້ນແລ້ວ ພຣະເຈົ້າກໍບັນດານໃຫ້ລົມຮ້ອນພັດມາແຕ່ທາງທິດຕາເວັນອອກ ແລະໂຢນາເກືອບສະຫລົບໄປ ຍ້ອນຄວາມຮ້ອນຂອງແສງແດດເຜົາ. ສະນັ້ນ ເພິ່ນຈຶ່ງຄິດຢາກຕາຍ. ເພິ່ນເວົ້າວ່າ, “ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
ຖ້າພຣະອົງຈະເຮັດຕໍ່ຂ້ານ້ອຍຢ່າງນີ້ແລ້ວ ຈົ່ງສັງຫານຂ້ານ້ອຍຖິ້ມເສຍ ຖ້າພຣະຄຸນຂອງພຣະອົງຍັງມີສຳລັບຂ້ານ້ອຍ ຂ້ານ້ອຍຈະບໍ່ໄດ້ປະເຊີນຕໍ່ຄວາມຫຼົ້ມຈົມອັນໂຫດຮ້າຍທີ່ຈະມາຖືກຂ້ານ້ອຍຕໍ່ໄປ.”
ແຕ່ເຈົ້າສີໂຫນບໍ່ອະນຸຍາດໃຫ້ປະຊາຊົນອິດສະຣາເອນ ຜ່ານເຂດແດນຂອງເພິ່ນໄປ. ເພິ່ນໄດ້ຮວບຮວມເອົາກອງທະຫານ ແລະຍົກທັບອອກໄປທີ່ຢາຮາດໃນຖິ່ນແຫ້ງແລ້ງກັນດານ ແລະບຸກໂຈມຕີຊາວອິດສະຣາເອນ.
ມີຄັ້ງໜຶ່ງໃນນະຄອນນີ້ ທີ່ມີຊື່ວ່າເຮັດຊະໂບນ; ກອງທັບເຈົ້າສີໂຫນ ໄດ້ຮຸກຮານລາມໄປດັ່ງໄຟໄໝ້ ແລະໄດ້ທຳລາຍເມືອງອາຣະ ໃນດິນແດນໂມອາບຈົນໝົດ; ພ້ອມທັງກືນກິນ ອາກໂນນ ເມືອງໂພນພູດອຍເຜົາຜານກ້ຽງ.
ເຈົ້າສີໂຫນໄດ້ຍົກທັບອອກມາສູ້ຮົບພວກເຮົາຢູ່ໃກ້ເມືອງຢາຮາດ,
ຢາຮາດ, ເກເດໂມດ, ເມຟາອາດ,
ໃນໄລຍະຫ້າເດືອນນັ້ນ ຄົນທັງຫລາຍຈະຊອກຫາຄວາມຕາຍ, ແຕ່ຈະບໍ່ພົບຈັກເທື່ອ. ພວກເຂົາຢາກຈະຕາຍ, ແຕ່ຄວາມຕາຍຈະປົບໜີໄປຈາກພວກເຂົາ.
ແຕ່ກະສັດສີໂຫນບໍ່ຍອມໃຫ້ຜ່ານ ແລະໄດ້ນຳເອົາກອງທັບທັງໝົດມາຕັ້ງທີ່ໝັ້ນຢູ່ທີ່ຢາຮາດ ແລະບຸກໂຈມຕີຊາວອິດສະຣາເອນ.