ເອຊາຢາ 15:3 - ພຣະຄຳພີສັກສິ3 ປະຊາຊົນຕາມຖະໜົນກໍນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ; ທີ່ສີ່ແຍກກາງເມືອງແລະທີ່ເທິງຫລັງຄາພຽງປະຊາຊົນກໍໄວ້ທຸກແລະຮ້ອງໄຫ້. Uka jalj uñjjattʼäta |
ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ວິບັດແກ່ເຈົ້າ ເມືອງເບັດສາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ