ເອຊາຢາ 15:2 - ພຣະຄຳພີສັກສິ2 ປະຊາຊົນແຫ່ງດີໂບນ ປີນຂຶ້ນສູ່ເທິງພູເພື່ອໄປຮ້ອງໄຫ້ໃນບ່ອນທີ່ມີຮູບເຄົາຣົບ. ປະຊາຊົນແຫ່ງໂມອາບຄໍ່າຄວນດ້ວຍຄວາມໂສກເສົ້າໃຫ້ເມືອງເນໂບແລະເມືອງເມເດບາ; ພວກເຂົາໄດ້ແຖຫົວແລະແຖໜວດເພື່ອສະແດງຄວາມໂສກເສົ້າ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວເຖິງດິນແດນໂມອາບວ່າ, “ຊາວເມືອງເນໂບຊ່າງໜ້າສົງສານແທ້ເດ ເມືອງຂອງພວກເຂົາຖືກທຳລາຍຈິບຫາຍສາແລ້ວ ເມືອງກີຣິອາດທາອິມກໍຖືກຢຶດໄດ້ແລ້ວຄືກັນ ເມືອງທີ່ມີປ້ອມປ້ອງກັນແໜ້ນໜາກໍຖືກທັບມ້າງ. ຊາວເມືອງທຸກຄົນຕ່າງກໍຕົກໃຈຢ້ານກົວ ແລະພວກເຂົາກໍຖືກອັບອາຍຂາຍໜ້າ;