8 ຕົ້ນສົນແລະຕົ້ນແປກຂອງເລບານອນຕ່າງກໍຊົມຊື່ນຍິນດີ ທີ່ກະສັດຜູ້ນີ້ໄດ້ລົ້ມລົງ; ບັດນີ້ຈຶ່ງບໍ່ມີຜູ້ໃດຕັດມັນລົງອີກ ຍ້ອນກະສັດຜູ້ນັ້ນໄດ້ສາບສູນໄປແລ້ວ.
ສຽງຂອງພຣະເຈົ້າຢາເວຜ່າຕົ້ນແປກທັງຫລາຍລົງ ພຣະເຈົ້າຢາເວຜ່າແມ່ນແຕ່ຕົ້ນແປກທີ່ຢູ່ດົງເລບານອນນັ້ນ.
ເຈົ້າໄດ້ສົ່ງຜູ້ຮັບໃຊ້ຂອງເຈົ້າມາຄຸຍໂມ້ໃສ່ອົງພຣະຜູ້ເປັນເຈົ້າ ແລະເຈົ້າໄດ້ກ່າວວ່າ ດ້ວຍລົດຮົບທັງໝົດເຈົ້າໄດ້ຕີເອົາພູເຂົາໜ່ວຍສູງທີ່ສຸດຂອງເລບານອນ. ເຈົ້າຄຸຍໂມ້ວ່າເຈົ້າໄດ້ຕັດຕົ້ນແປກທີ່ງາມທີ່ສຸດ ແລະຕົ້ນສົນທີ່ສູງທີ່ສຸດລົງ ແລະທັງໄດ້ເຂົ້າໄປໃນປ່າເລິກທີ່ສຸດດ້ວຍ.
ເມື່ອເຮົາສົ່ງມັນລົງໄປສູ່ແດນມໍຣະນານັ້ນ ສຽງແຫ່ງການລົ້ມລົງຂອງມັນຈະເຮັດໃຫ້ຫລາຍຊາດສັ່ນສະເທືອນ. ຕົ້ນໄມ້ທຸກຕົ້ນໃນສວນເອເດນແລະຕົ້ນໄມ້ທີ່ຖືກເລືອກຢ່າງດີທີ່ສຸດ ຄືຕົ້ນໄມ້ທີ່ມີນໍ້າລໍ່ລ້ຽງຢ່າງດີຂອງເລບານອນ ກໍຈະພໍໃຈໃນການລົ້ມລົງຂອງມັນ.
ຈົ່ງຮ້ອງໄຫ້ແລະໄວ້ທຸກເຖີດ ຕົ້ນແປກເທດເອີຍ ເພາະຕົ້ນແປກທັງຫລາຍໄດ້ລົ້ມລົງເສຍແລ້ວ; ຄືຕົ້ນໄມ້ຕ່າງໆທີ່ມີກຽດເຫຼົ່ານັ້ນນາ ຕ່າງກໍຖືກທຳລາຍລົງຢ່າງໝົດສິ້ນເສຍແລ້ວ ຈົ່ງຮ້ອງໄຫ້ໄວ້ທຸກເຖີດ ຕົ້ນໂອກແຫ່ງບາຊານເອີຍ ເພາະປ່າທີ່ເຕັມໄປດ້ວຍໄມ້ກໍຖືກປໍ້າລົງເສຍແລ້ວ