7 ບັດນີ້ໃນທີ່ສຸດ ທົ່ວທັງໂລກມີສິດໄດ້ພັກຜ່ອນ ແລະໄດ້ຢູ່ຢ່າງສະຫງົບສຸກ ແລະທຸກຄົນຕ່າງກໍຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ.
ຈົ່ງຕົບມືຢ່າງຊົມຊື່ນຍິນດີເຖີດ ຄົນທຸກຊາດພາສາເອີຍ ຈົ່ງຮ້ອງສຽງດັງໆຖວາຍບົດເພງຍ້ອງຍໍສັນລະເສີນພຣະເຈົ້າ
ຈົ່ງຮ້ອງເພງບົດໃໝ່ຖວາຍແກ່ ພຣະເຈົ້າຢາເວ ເພາະສິ່ງອັນໜ້າງຶດງໍ້ອັດສະຈັນທີ່ພຣະອົງໄດ້ກະທຳນັ້ນ. ຍ້ອນຣິດເດດອຳນາດແລະພຣະກຳລັງອັນບໍຣິສຸດ ພຣະອົງໄດ້ນຳໄຊຊະນະມາສູ່ພຣະອົງເອງ.
ເມື່ອຄົນສັດຊື່ຮັ່ງມີເປັນດີຊາວເມືອງກໍເປັນສຸກໃຈ ແລະເມື່ອຄົນຊົ່ວຮ້າຍຕາຍໄປກໍຈະມີສຽງໂຮຮ້ອງຢ່າງຊົມຊື່ນ.
ຂ້າພະເຈົ້າໄດ້ເຫັນນິມິດຂອງເຫດການທີ່ໂຫດຮ້າຍ ຄືນິມິດຂອງການທໍລະຍົດ ແລະການທຳລາຍ. ກອງທັບຂອງເອລາມເອີຍ ຈົ່ງໂຈມຕີເຖີດ ກອງທັບຂອງມີເດຍເອີຍ ຈົ່ງປິດລ້ອມເມືອງທັງຫລາຍໄວ້ເຖີດ ພຣະເຈົ້າໄດ້ກະທຳໃຫ້ຄວາມທົນທຸກ ຊຶ່ງນະຄອນບາບີໂລນໄດ້ສ້າງຂຶ້ນນັ້ນສິ້ນສຸດລົງແລ້ວ.
ໂອ ຟ້າສະຫວັນເອີຍ ຈົ່ງຮ້ອງເພງສັນລະເສີນ! ໂອ ແຜ່ນດິນໂລກເອີຍ ຈົ່ງໂຮຮ້ອງຢ່າງຊົມຊື່ນຍິນດີເຖີດ! ຈົ່ງໃຫ້ພູເຂົາທຸກໜ່ວຍໂຮຮ້ອງເປັນສຽງເພງດັງໆ ພຣະເຈົ້າຢາເວຈະອອຍໃຈປະຊາຊົນຂອງພຣະອົງ; ປະຊາຊົນຂອງພຣະອົງຜູ້ທີ່ໄດ້ທົນທຸກທໍລະມານ ພຣະອົງຈະເມດຕາປະຊາຊົນເຫຼົ່ານັ້ນ.
ຈັກກະວານ ແລະແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຈະໂຮຮ້ອງຢ່າງຊົມຊື່ນຍິນດີ ເມື່ອບາບີໂລນຖືກຕີແຕກໂດຍຜູ້ທຳລາຍທີ່ມາຈາກທາງທິດເໜືອຕໍ່ສູ້ປະເທດ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາຈະເຮັດໃຫ້ເຈົ້າຮ້າງເປົ່າ ຈົນວ່າທົ່ວໂລກຈະຍິນດີໃນການລົ້ມລົງຂອງເຈົ້າ
ພວກເຂົາໄດ້ມາລາຍງານຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ພວກເຮົາໄດ້ໄປທົ່ວໂລກແລະໄດ້ພົບວ່າ ໂລກທັງໝົດມີແຕ່ຄວາມສິ້ນຫວັງແລະຄວາມງຽບເຫງົາ.”
“ໂອ ສະຫວັນ ແລະບັນດາໄພ່ພົນຂອງພຣະເຈົ້າ ໂອ ອັກຄະສາວົກ ແລະຜູ້ປະກາດພຣະທຳທັງຫລາຍເອີຍ ຈົ່ງຊົມຊື່ນຍິນດີເພາະນະຄອນນັ້ນ. ດ້ວຍວ່າ, ພຣະເຈົ້າໄດ້ຊົງພິພາກສາລົງໂທດນະຄອນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ເຈົ້າທັງຫລາຍແລ້ວ.”