Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:26 - ພຣະຄຳພີສັກສິ

26 ອັນນີ້​ແມ່ນ​ແຜນການ​ຂອງເຮົາ​ສຳລັບ​ໂລກ ຄື​ແຂນ​ຂອງເຮົາ​ໄດ້​ຢຽດ​ອອກ​ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ.”

Uka jalj uñjjattʼäta Copia luraña




ເອຊາຢາ 14:26
9 Jak'a apnaqawi uñst'ayäwi  

ພຽງແຕ່​ພຣະອົງ​ຢຽດ​ມື​ຂວາ​ອອກ​ໃສ່ ພື້ນດິນ​ກໍໄດ້​ຍະ​ອອກ​ກຶນ​ກິນ​ສັດຕູ​ຈົນ​ດັບສູນ.


ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ນີ້. ພຣະອົງ​ໄດ້​ວາງ​ແຜນການ​ນັ້ນ ເພື່ອ​ເຮັດ​ໃຫ້​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ພວກເຂົາ​ສິ້ນສຸດ​ລົງ ແລະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບກຽດ​ນັ້ນ​ສະຫງຽມ​ຈຽມຕົວ.


ພວກເຂົາ​ຈະ​ເດ່​ມື​ອອກ​ເໝືອນ​ຄົນ​ທີ່​ພະຍາຍາມ​ລອຍນໍ້າ​ໄປ, ແຕ່​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ອ່ອນແຮງ ແລະ​ມື​ພວກເຂົາ​ຈະ​ຈົມ​ລົງ​ຢ່າງ​ຂາດ​ຜູ້​ຊ່ວຍ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ຈອກ​ເຫຼົ້າ​ອະງຸ່ນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງເຮົາ. ຈົ່ງ​ເອົາ​ໄປ​ໃຫ້​ປະເທດ​ທັງໝົດ​ທີ່​ເຮົາ​ສົ່ງ​ເຈົ້າ​ໄປ​ນັ້ນ ແລະ​ໃຫ້​ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນີ້.


ພຣະອົງ​ຈະ​ໃຊ້​ອຳນາດ​ຂອງ​ພຣະອົງ​ເພື່ອ​ທຳລາຍ​ເມືອງ​ທາງ​ທິດເໜືອ​ຄື​ອັດຊີເຣຍ. ພຣະອົງ​ຈະ​ເຮັດ​ໃຫ້​ນີເນເວ​ເປັນ​ເມືອງ​ຮົກຮ້າງ​ເພພັງ ຄື​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ແຫ້ງແລ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka