Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:23 - ພຣະຄຳພີສັກສິ

23 “ເຮົາ​ຈະ​ປ່ຽນ​ນະຄອນ​ບາບີໂລນ​ໃຫ້​ເປັນ​ບຶງ ແລະ​ຝູງ​ນົກ​ເຄົ້າ​ຈະ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ໃຊ້​ຟອຍ​ກວາດ​ນະຄອນ​ບາບີໂລນ ພ້ອມ​ທັງ​ສັບພະທຸກສິ່ງ​ໄປ​ໃຫ້​ໝົດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 14:23
17 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ຍາດວົງ​ຂອງ​ເຈົ້າ ແລະ​ຈະ​ຂ້າ​ຜູ້ຊາຍ​ທຸກຄົນ​ທີ່​ເປັນ​ເຊື້ອສາຍ​ຂອງ​ເຈົ້າ ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ຄົນ​ທຳມະດາ​ກໍຕາມ ເຮົາ​ຈະ​ກຳຈັດ​ຄອບຄົວ​ຂອງ​ເຈົ້າ​ອອກ​ໄປ​ໃຫ້​ໝົດ. ພວກເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ດັ່ງ​ກວາດ​ຂີ້​ສັດ.


ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ນະຄອນ​ຊາມາເຣຍ, ຕໍ່​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ ແລະ​ຕໍ່​ພວກ​ລູກຫລານ​ຂອງ​ລາວ. ເຮົາ​ຈະ​ກວາດ​ລ້າງ​ປະຊາຊົນ​ທີ່​ນະຄອນ​ເຢຣູຊາເລັມ​ໃຫ້​ໝົດກ້ຽງ​ໄປ ໃຫ້​ສະອາດ​ດັ່ງ​ຈານ​ທີ່​ເຊັດ​ໃຫ້​ແຫ້ງ​ແລະ​ຂວໍ້າໄວ້.


ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.


ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຈົ່ງ​ໂຈມຕີ​ປະເທດ​ນີ້​ຮອບດ້ານ​ທັງ​ເປີດ​ສາງ​ທີ່​ໄດ້​ສະສົມ​ເຂົ້າ​ໄວ້ ຈົ່ງ​ກອງ​ເຄື່ອງ​ທີ່​ປຸ້ນ​ມາ​ນັ້ນ​ດັ່ງ​ທີ່​ໄດ້​ກອງ​ເຂົ້າ​ໄວ້ ຈົ່ງ​ທຳລາຍ​ປະເທດ​ຖິ້ມ ຢ່າ​ປະປ່ອຍ​ຫຍັງ​ໄວ້​ເລີຍ


ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”


ແລ້ວ​ຈົ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ພຣະອົງ​ທີ່​ໄດ້​ກ່າວ​ວ່າ ຈະ​ທຳລາຍ​ບ່ອນ​ນີ້​ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ ບໍ່​ວ່າ​ຄົນ​ຫລື​ສັດ ແລະ​ມັນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.’


ມັນ​ຈະ​ກາຍເປັນ​ບ່ອນ​ຢູ່​ຂອງ​ຝູງແກະ, ຝູງ​ສັດ​ລ້ຽງ ແລະ​ສັດ​ນາໆ​ຊະນິດ. ນົກ​ເຄົ້າ​ຈະ​ຢູ່​ໃນ​ທີ່ນັ້ນ​ທ່າມກາງ​ສິ່ງ​ຮົກຮ້າງ​ເພພັງ ແລະ​ສົ່ງ​ສຽງ​ຮ້ອງ​ຈາກ​ປ່ອງຢ້ຽມ. ນົກ​ກາ​ທັງຫລາຍ​ຈະ​ຮ້ອງ​ຢູ່​ຕາມ​ຂັ້ນໄດ​ທາງ​ປະຕູເຂົ້າ​ເຮືອນ. ຂື່​ຂາງ​ໄມ້ແປກ​ທີ່​ໃຊ້​ໃນ​ການ​ກໍ່ສ້າງ​ເຮືອນ​ຈະ​ເພພັງ​ລົງ.


ແລະ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສອງ​ໄດ້​ນຳ​ໄປ ຮ້ອງ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ນັ້ນ ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ຄື​ນະຄອນ​ທີ່​ເຮັດ​ໃຫ້​ປະຊາຊາດ​ທັງປວງ ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫຼືອ​ເກີນ​ຂອງຕົນ ຕາມ​ຄວາມ​ປາຖະໜາ​ທາງ​ກາມ.”


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka