Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:22 - ພຣະຄຳພີສັກສິ

22 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ໂຈມຕີ​ນະຄອນ​ບາບີໂລນ​ໃຫ້​ພັງ​ພິນາດ​ໄປ. ເຮົາ​ຈະ​ບໍ່​ປະ​ຫຍັງ​ໃຫ້​ເຫຼືອ​ໄວ້​ເລີຍ ຄື​ບໍ່​ໃຫ້​ມີ​ເດັກນ້ອຍ​ແລະ​ຜູ້​ລອດຊີວິດ​ເຫຼືອ​ຢູ່​ຈັກ​ຄົນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 14:22
15 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ຍາດວົງ​ຂອງ​ເຈົ້າ ແລະ​ຈະ​ຂ້າ​ຜູ້ຊາຍ​ທຸກຄົນ​ທີ່​ເປັນ​ເຊື້ອສາຍ​ຂອງ​ເຈົ້າ ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ຄົນ​ທຳມະດາ​ກໍຕາມ ເຮົາ​ຈະ​ກຳຈັດ​ຄອບຄົວ​ຂອງ​ເຈົ້າ​ອອກ​ໄປ​ໃຫ້​ໝົດ. ພວກເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ດັ່ງ​ກວາດ​ຂີ້​ສັດ.


ຄຳສັນຍາ​ຂອງ​ພຣະເຈົ້າຢາເວ​ນັ້ນ​ກໍ​ເປັນ​ທີ່​ໄວ້ວາງໃຈ ບໍຣິສຸດ​ດັ່ງ​ເງິນ​ຖືກ​ຫລອມ​ໃນ​ໄຟ​ເຖິງ​ເຈັດ​ຄັ້ງ.


ຄົນ​ຊອບທຳ​ຈະ​ມີ​ຄົນ​ຈົດຈຳ​ໄວ້​ເປັນ​ຄວາມພອນ, ແຕ່​ຄົນຊົ່ວ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໄວວາ.


ພວກເຂົາ​ກຳລັງ​ຍົກທັບ​ມາ​ແຕ່​ທີ່​ໄກ​ສຸດ​ຂອງ​ຟ້າ​ສະຫວັນ. ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ພຣະເຈົ້າຢາເວ​ກຳລັງ​ມາ​ທຳລາຍ​ໝົດ​ທັງປະເທດ.


ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”


ພຣະເຈົ້າຢາເວ​ຜູ້​ຊົງໄຖ່​ເຈົ້າ​ທັງຫລາຍ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເພື່ອ​ໄຖ່​ພວກເຈົ້າ ເຮົາ​ຈະ​ໃຊ້​ກອງທັບ​ໜຶ່ງ​ຕໍ່ສູ້​ບາບີໂລນ ເຮົາ​ຈະ​ພັງ​ປະຕູ​ເມືອງ​ໃຫ້​ລົ້ມ​ທະລາຍ​ລົງ​ກ້ຽງ ແລະ​ສຽງ​ຊາວ​ເມືອງ​ທີ່​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ກໍ​ຈະ​ກັບ​ກາຍເປັນ​ສຽງ​ຮ້ອງໄຫ້​ຄໍ່າຄວນ.


ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”


ພຣະເຈົ້າຢາເວ​ໄດ້​ສັ່ງການ​ຕໍ່​ເຈົ້າ​ຊາວ​ອັດຊີເຣຍ​ດັ່ງນີ້: “ພວກເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ສືບຕໍ່​ໃຫ້​ຕະກຸນ​ຂອງ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ຮູບເຄົາຣົບ​ທີ່​ວິຫານ​ຂອງ​ບັນດາ​ພະ​ຂອງ​ພວກເຈົ້າ. ເຮົາ​ກຳລັງ​ຕຽມ​ຂຸມຝັງສົບ​ໄວ້​ສຳລັບ​ພວກເຈົ້າ. ພວກເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka