Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:21 - ພຣະຄຳພີສັກສິ

21 ຈົ່ງ​ໃຫ້​ການ​ສັງຫານໝູ່​ເລີ່ມ​ຂຶ້ນ​ສາ ພວກ​ລູກຊາຍ​ຂອງ​ກະສັດ​ຜູ້ນີ້​ຈະ​ຕາຍ ຍ້ອນ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ບາບ. ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ຈະ​ໄດ້​ປົກຄອງ​ແຜ່ນດິນ ຫລື​ສ້າງ​ບ້ານເມືອງ​ທັງຫລາຍ​ຂຶ້ນໃໝ່.

Uka jalj uñjjattʼäta Copia luraña




ເອຊາຢາ 14:21
7 Jak'a apnaqawi uñst'ayäwi  

ມັນ​ເຄື່ອນ​ໄປມາ​ໄດ້​ຕາມ​ພຣະປະສົງ ແລະ​ເຮັດ​ສິ່ງ​ທັງໝົດ​ຕາມ​ທີ່​ສັ່ງ ສິ່ງ​ເຫຼົ່ານີ້​ເກີດຂຶ້ນ​ທົ່ວ​ໂລກ​ປັດຖະພີ ໃນ​ທຸກ​ທີ່​ທຸກແຫ່ງ​ຕາມ​ພຣະປະສົງ​ນັ້ນ.


ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.


ໃນ​ຂະນະທີ່​ພວກເຂົາ​ແນມຫາ​ທີ່​ເພິ່ງ​ຢ່າງ​ສິ້ນຫວັງ​ນັ້ນ ລູກ​ນ້ອຍ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ຈົນຕາຍ, ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເມຍ​ຂອງ​ພວກເຂົາ​ຈະ​ຖືກ​ຂົ່ມຂືນ.”


ໃນ​ວັນ​ນັ້ນ ປະຊາຊົນ​ອິດສະຣາເອນ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ຈະ​ຢັ່ງຮາກ​ລົງ​ດັ່ງ​ຮາກ​ຂອງ​ຕົ້ນໄມ້​ແລະ​ຈະ​ອອກ​ດອກ​ຈູມ​ດອກບານ. ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.


ຜູ້​ທີ່​ລອດຊີວິດ​ມາ​ໄດ້ ຕ່າງ​ກໍ​ຈະ​ໝົດເຫື່ອ​ໝົດແຮງ​ຕາຍໄປ​ໃນທີ່ສຸດ ເພາະ​ບາບກຳ​ຂອງ​ພວກ​ເຈົ້າເອງ ແລະ​ບາບກຳ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka