ເອຊາຢາ 14:2 - ພຣະຄຳພີສັກສິ2 ຫລາຍຊົນຊາດຈະຊ່ວຍປະຊາຊົນອິດສະຣາເອນໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫຼົ່ານັ້ນຈະຮັບໃຊ້ຊາດອິດສະຣາເອນດັ່ງທາດ. ພວກທີ່ເຄີຍຈັບຄົນໃນຊາດອິດສະຣາເອນໄປຄັ້ງໜຶ່ງນັ້ນ ບັດນີ້ ຈະຖືກຄົນໃນຊາດອິດສະຣາເອນຈັບຄືນ ແລະປະຊາຊົນອິດສະຣາເອນຈະປົກຄອງ ຄົນເຫຼົ່ານັ້ນທີ່ເຄີຍກົດຂີ່ພວກຕົນມາຄັ້ງໜຶ່ງ. Uka jalj uñjjattʼäta |
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຮັບເອົາເຄື່ອງຖວາຍ ຈາກດິນແດນທີ່ຖືກແບ່ງແຍກດ້ວຍແມ່ນໍ້າທັງຫລາຍນີ້, ຈາກຊົນຊາດທີ່ເຂັ້ມແຂງ ແລະມີອຳນາດນີ້, ຈາກປະຊາຊົນທີ່ມີຮູບຮ່າງສູງ ແລະມີຜິວພັນກ້ຽງໃສນີ້ ຊຶ່ງຄົນທັງໂລກຢ້ານກົວພວກເຂົາ. ພວກເຂົາຈະມາທີ່ພູເຂົາຊີໂອນ ຊຶ່ງເປັນບ່ອນຢູ່ແຫ່ງນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.