Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:15 - ພຣະຄຳພີສັກສິ

15 ແຕ່​ແລ້ວ​ເຈົ້າ​ພັດ​ໄດ້​ຖືກ​ຖິ້ມ​ລົງ​ມາ​ສູ່​ບ່ອນ​ເລິກ​ທີ່ສຸດ​ຂອງ​ແດນ​ມໍຣະນາ.

Uka jalj uñjjattʼäta Copia luraña




ເອຊາຢາ 14:15
13 Jak'a apnaqawi uñst'ayäwi  

ພວກ​ຄົນຕາຍ​ຈະ​ຈ້ອງຕາ​ເບິ່ງ​ເຈົ້າ ແລະ​ຈະ​ຖາມ​ວ່າ, “ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ແລະ​ບັນດາ​ອານາຈັກ​ສັ່ນສະເທືອນ​ນັ້ນບໍ?


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ເພາະສະນັ້ນ ແຕ່​ນີ້​ໄປ​ຈະ​ບໍ່ມີ​ຕົ້ນໄມ້​ໃດໆ ບໍ່​ວ່າ​ຈະ​ມີ​ນໍ້າ​ລໍ່ລ້ຽງ​ດີ​ປານໃດ​ກໍຕາມ ມີ​ຍອດ​ຢຽດ​ສູງ​ຈົນ​ຈຸເມກ ຫລື​ຈະ​ໃຫຍ່ ແລະ​ສູງ​ຂຶ້ນ​ເຊັ່ນນີ້​ອີກ. ພວກມັນ​ທັງໝົດ​ຈະ​ຕາຍ​ເພາະ​ເຄາະກຳ​ຢ່າງ​ມະນຸດ​ທຳມະດາ ຄື​ໄດ້​ຮັບ​ເຄາະກຳ​ເພື່ອ​ຈະ​ລົງ​ໄປ​ຮ່ວມ​ກັບ​ພວກ​ທີ່​ຢູ່​ແດນ​ມໍຣະນາ.


ເມື່ອ​ເຮົາ​ສົ່ງ​ມັນ​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ ສຽງ​ແຫ່ງ​ການ​ລົ້ມລົງ​ຂອງ​ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຊາດ​ສັ່ນສະເທືອນ. ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດນ​ແລະ​ຕົ້ນໄມ້​ທີ່​ຖືກ​ເລືອກ​ຢ່າງດີ​ທີ່ສຸດ ຄື​ຕົ້ນໄມ້​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ​ຂອງ​ເລບານອນ ກໍ​ຈະ​ພໍໃຈ​ໃນ​ການ​ລົ້ມລົງ​ຂອງ​ມັນ.


ແລະ​ຂຸມຝັງສົບ​ຂອງ​ພວກເຂົາ​ແມ່ນ​ຢູ່​ບ່ອນ​ເລິກ​ທີ່ສຸດ​ຂອງ​ແດນ​ມໍຣະນາ. ບັນດາ​ທະຫານ​ຂອງຕົນ​ກໍ​ລົ້ມ​ຕາຍ​ໃນ​ສະໜາມຮົບ ແລະ​ຂຸມຝັງສົບ​ຂອງ​ພວກເຂົາ​ກໍ​ອ້ອມຮອບ​ຂຸມຝັງສົບ​ຂອງ​ອັດຊີເຣຍ. ຄັ້ງໜຶ່ງ ພວກເຂົາ​ເປັນ​ທີ່​ສະທ້ານ​ຢ້ານກົວ​ຂອງ​ໂລກ​ຄົນ​ເປັນ.


ຄວາມ​ອວດອົ່ງ​ຂອງເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ ເມືອງເອກ​ມີ​ປ້ອມ​ກຳແພງ​ສ້າງ​ດ້ວຍ​ຫີນດານ; ເຮືອນ​ຂອງເຈົ້າ​ກໍ​ຖືກ​ສ້າງ​ທີ່​ເທິງ​ພູເຂົາ​ສູງ​ທັງຫລາຍ ສະນັ້ນ ເຈົ້າ​ຈຶ່ງ​ຄິດວ່າ, ‘ໃຜ​ຈະ​ດຶງ​ຂ້ອຍ​ລົງ​ໄດ້?’


ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ພຽງ​ຟ້າ​ສະຫວັນ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງໄຟ​ນະຣົກ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ໄດ້​ຖືກ​ກະທຳ​ໃນ​ເມືອງ​ໂຊໂດມ​ແລ້ວ ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ຈົນເຖິງ​ທຸກ​ວັນນີ້.


ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຢາກ​ຈະ​ຍົກ​ຕົວ​ຂຶ້ນ​ໃຫ້​ສູງ​ພຽງ​ຟ້າ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງ​ໄຟ​ນະຣົກ.”


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka