Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:14 - ພຣະຄຳພີສັກສິ

14 ຂ້ອຍ​ຈະ​ຕ້ອງ​ຂຶ້ນໄປ​ເໜືອ​ຈອມເມກ ແລະ​ເປັນ​ດັ່ງ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.”

Uka jalj uñjjattʼäta Copia luraña




ເອຊາຢາ 14:14
12 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”


ເຖິງ​ແມ່ນ​ພວກເຂົາ​ໃຫຍ່​ສູງສົ່ງ​ຈຸ​ຟ້າ​ສະຫວັນ ຈົນ​ວ່າ​ຫົວ​ຂອງ​ພວກເຂົາ​ຈຸເມກ


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ


ເຈົ້າ​ຜູ້​ມັກ​ມ່ວນຊື່ນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້​ ເຈົ້າ​ເຄີຍ​ຄິດວ່າ​ຕົນ​ປອດໄພ​ແລະ​ໝັ້ນຄົງ​ແລ້ວ. ເຈົ້າ​ອ້າງຕົນ​ວ່າ​ຍິ່ງໃຫຍ່​ເທົ່າ​ກັບ​ພຣະເຈົ້າ​ບໍ ເວົ້າ​ວ່າ, ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ດຸດດັ່ງ​ຕົນ​ໄດ້. ເຈົ້າ​ຄິດວ່າ​ຈະ​ບໍ່ໄດ້​ເປັນ​ຍິງໝ້າຍ​ຜົວ​ຕາຍ​ປະ​ບໍ ຫລື​ທຸກຮ້ອນ​ໃຈ​ຍ້ອນ​ຕົນ​ສູນເສຍ​ລູກ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ເຈົ້າ ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ຕົ້ນໄມ້​ທີ່​ສູງ​ຈົນ​ຈຸເມກ​ນັ້ນ. ມັນ​ສູງ​ຫລາຍ​ເທົ່າໃດ ມັນ​ກໍ​ອວດອົ່ງ​ທະນົງ​ຕົວ​ຫລາຍ​ເທົ່ານັ້ນ;


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ກະສັດ​ແຫ່ງ​ຊີເຣຍ​ຈະ​ບໍ່​ສົນໃຈ​ນຳ​ພະ ທີ່​ພວກ​ບັນພະບຸລຸດ​ຂອງຕົນ​ເຄີຍ​ຮັບໃຊ້​ມາ ແລະ​ພະ​ທີ່​ພວກຜູ້ຍິງ​ຮັກ​ແລະ​ນັບຖື​ນັ້ນ. ແທ້ຈິງ​ແລ້ວ ລາວ​ຈະ​ບໍ່​ສົນໃຈ​ນຳ​ພະ​ໃດໆ​ເລີຍ ເພາະ​ລາວ​ຄິດວ່າ​ຕົນ​ຍິ່ງໃຫຍ່​ກວ່າ​ພະ​ເຫຼົ່ານັ້ນ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka