ເອຊາຢາ 14:13 - ພຣະຄຳພີສັກສິ13 ເຈົ້າໄດ້ເວົ້າໃນໃຈວ່າ, “ຂ້ອຍຈະຂຶ້ນໄປສະຫວັນ ແລະຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ ບ່ອນທີ່ພະທັງຫລາຍຊຸມນຸມກັນຢູ່ນັ້ນ. Uka jalj uñjjattʼäta |
“ມະນຸດເອີຍ ຈົ່ງບອກຜູ້ປົກຄອງນະຄອນຕີເຣ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ລາວວ່າ, ‘ເພາະເຈົ້າອວດຕົວຂຶ້ນ ເຈົ້າຈຶ່ງອ້າງຕົນເອງວ່າເປັນພະ. ເຈົ້າກ່າວວ່າເຈົ້າເປັນດັ່ງພະຕົນໜຶ່ງທີ່ນັ່ງເທິງບັນລັງ ຊຶ່ງມີທະເລທັງຫລາຍອ້ອມລ້ອມເຈົ້າໄວ້. ເຈົ້າທຳຕົນເປັນພະບໍ່ໄດ້ດອກ ເພາະເຈົ້າເປັນມະນຸດແຕ່ບໍ່ແມ່ນພະ.
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.