Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 14:11 - ພຣະຄຳພີສັກສິ

11 ເຈົ້າ​ເຄີຍ​ມີ​ຄົນ​ດີດພິນ​ຍ້ອງຍໍ​ໃຫ້ກຽດ; ແຕ່​ບັດນີ້ ເຈົ້າ​ພັດ​ໄດ້​ຢູ່​ໃນ​ແດນ​ມໍຣະນາ. ເຈົ້າ​ນອນ​ເທິງ​ໜອນ​ທີ່​ເປັນ​ຕຽງ​ຂອງ​ເຈົ້າ ແລະ​ມີ​ໜອນ​ຢູ່​ເທິງ​ເຈົ້າ​ແທນ​ຜ້າ​ຫົ່ມ.”’

Uka jalj uñjjattʼäta Copia luraña




ເອຊາຢາ 14:11
16 Jak'a apnaqawi uñst'ayäwi  

ທຸກຄົນ​ກໍ​ລ້ວນແຕ່​ຕາຍ​ແລະ​ຖືກ​ຝັງ; ມີ​ໂຕ​ໜອນ​ຫຸ້ມ​ຕົນຕົວ​ຄືກັນ​ທັງນັ້ນ.


ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.


ແດນ​ມໍຣະນາ​ກໍ​ຫິວ​ຢາກ​ກິນ​ພວກເຂົາ ແລະ​ອ້າ​ປາກ​ຂອງ​ມັນ​ອອກ​ກວ້າງ​ລໍຖ້າ​ຢູ່. ມັນ​ຈະ​ກືນກິນ​ພວກ​ຂຸນນາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຝູງ​ຄົນ​ສາມັນ​ທີ່​ຮ້ອງ​ສຽງດັງ​ຢ່າງ​ອຶກກະທຶກ.


ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ ຊຶ່ງ​ຖືກ​ໂຕ​ມອດ​ກັດ​ຂາດ​ໄປ​ຈົນກ້ຽງ, ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຈະ​ດຳລົງ​ຢູ່​ສືບໆໄປ ຄວາມ​ມີໄຊ​ຂອງເຮົາ​ຈະ​ຍືນຍົງ​ໄປ​ຕະຫລອດ.”


ເມື່ອ​ອອກ​ໄປ ພວກເຂົາ​ຈະ​ເຫັນ​ຊາກສົບ​ຂອງ​ພວກ​ທີ່​ໄດ້​ກະບົດ​ຕໍ່​ເຮົາ. ຕົວ​ໜອນ​ທີ່​ເຈາະ​ກິນ​ພວກເຂົາ​ນັ້ນ​ຈະ​ຕາຍ​ບໍ່​ເປັນ​ຈັກເທື່ອ ແລະ​ໄຟ​ທີ່​ໄໝ້​ພວກເຂົາ​ນັ້ນ​ຈະ​ມອດ​ບໍ່​ເປັນ​ຈັກເທື່ອ. ເຊື້ອຊາດ​ມະນຸດ​ທັງໝົດ​ທີ່​ໄດ້​ເຫັນ​ພວກເຂົາ​ແລ້ວ​ກໍ​ຈະ​ຮູ້ສຶກ​ເບື່ອໜ່າຍ.”


ເຮົາ​ຈະ​ໃຫ້​ສຽງ​ເພງ​ສຸດສິ້ນ​ລົງ ແລະ​ຈະ​ໃຫ້​ສຽງ​ພິນ​ມິດງຽບ​ຫາຍໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka