10 ພວກມັນທັງໝົດຮ້ອງອອກມາວ່າ, ‘ບັດນີ້ ເຈົ້າກໍອ່ອນແຮງຄືກັນກັບພວກເຮົານໍ ເຈົ້າກໍເປັນຜູ້ໜຶ່ງໃນພວກເຮົາແລ້ວ
ຄວາມຍິ່ງໃຫຍ່ນັ້ນບໍ່ອາດຊ່ວຍຕົນໃຫ້ພົ້ນຕາຍ ລາວຍັງຈະຕ້ອງຕາຍໄປດັ່ງໂຕສັດທັງຫຼາຍ.
ບໍ່ມີຜູ້ໃດຈື່ຈຳຄົນມີປັນຍາ ແລະບໍ່ມີຜູ້ໃດຈື່ຈຳຄົນໂງ່ຈ້າ. ໃນມື້ທີ່ຈະມາເຖິງນັ້ນ ຄົນຈະລືມໄລພວກເຂົາໄປໝົດ. ພວກເຮົາທຸກຄົນຕ້ອງຕາຍ ຄືທັງຄົນມີປັນຍາແລະຄົນໂງ່ຈ້າດ້ວຍ.
ເຮົາຈະສົ່ງເຈົ້າລົງໄປຮ່ວມກັບຄົນທີ່ໄດ້ອາໄສຢູ່ໃນແດນມໍຣະນາແຕ່ກ່ອນກີ້. ເຮົາຈະເຮັດໃຫ້ເຈົ້າຢູ່ຮ່ວມກັບພວກຄົນຕາຍໃນໂລກໃຕ້ດິນທີ່ເປັນບ່ອນຮົກຮ້າງເພພັງຕະຫລອດໄປ. ໃນທີ່ສຸດ ເຈົ້າຈະບໍ່ມີຜູ້ໃດອາໄສຢູ່ ແລະບໍ່ມີວັນທີ່ຈະກັບຄືນໄປບ່ອນຂອງເຈົ້າ ໃນດິນແດນຂອງຄົນເປັນ.
ບັນດາວິລະບູລຸດຜູ້ຍິ່ງໃຫຍ່ ແລະພວກທີ່ໄດ້ສູ້ຮົບໃຫ້ຝ່າຍເອຢິບ ຍິນດີຕ້ອນຮັບຊາວເອຢິບລົງໄປສູ່ແດນມໍຣະນາ. ພວກເຂົາຮ້ອງຂຶ້ນວ່າ, ‘ພວກບໍ່ນັບຖືພຣະເຈົ້າທີ່ໄດ້ຖືກຂ້າໃນສະໜາມຮົບລົງມາທີ່ນີ້ແລ້ວ ແລະພວກເຂົາກໍນອນຕາຍຢູ່ທີ່ນີ້.’