ເອຊາຢາ 14:1 - ພຣະຄຳພີສັກສິ1 ອີກເທື່ອໜຶ່ງ ພຣະເຈົ້າຢາເວຈະເມດຕາປະຊາຊົນອິດສະຣາເອນ ແລະຈະເລືອກພວກເຂົາເອງໃຫ້ເປັນພວກຂອງພຣະອົງ. ພຣະອົງຈະໃຫ້ພວກເຂົາມາຢູ່ໃນດິນແດນຂອງພວກເຂົາເອງອີກ ແລະຊາວຕ່າງດ້າວກໍຈະມາອາໄສຢູ່ນຳໃນທີ່ນັ້ນ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງລົງຈາກບັນລັງເຖີດ ນະຄອນບາບີໂລນເອີຍ ແລະນັ່ງເທິງພື້ນຕາມຂີ້ຝຸ່ນດິນສາເຖີດ ຄັ້ງໜຶ່ງ ເຈົ້າເປັນດັ່ງສາວປອດຜູ້ໜຶ່ງໃດ ເປັນນະຄອນໜຶ່ງທີ່ບໍ່ມີຜູ້ໃດກ້າໂຈມຕີເອົາໄດ້ ແຕ່ເຈົ້າຈະບໍ່ອ່ອນໂຍນແລະໜ້າຈັບໃຈຕໍ່ໄປ ບັດນີ້ ເຈົ້າໄດ້ຕົກເປັນທາດຮັບໃຊ້ສາແລ້ວ
ພຣະເຈົ້າຢາເວອົງຊົງບໍຣິສຸດຂອງຊາດອິດສະຣາເອນ ພຣະຜູ້ໄຖ່ກ່າວແກ່ຜູ້ທີ່ຖືກດູໝິ່ນໜັກ ຄືຜູ້ທີ່ບັນດານາໆຊາດພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກນັກປົກຄອງວ່າ, “ກະສັດຈະເຫັນເຈົ້າຖືກປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍກໍຈະໄດ້ເຫັນເຫດການນີ້ຄືກັນ ແລະພວກເຂົາຈະກົ້ມລົງໃຫ້ກຽດແກ່ເຈົ້າ.” ສິ່ງນີ້ຈະເກີດຂຶ້ນເພາະພຣະເຈົ້າຢາເວກະທຳການ ພຣະອົງໄດ້ເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດອິດສະຣາເອນເປັນອົງບໍຣິສຸດ ຊົງຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້.
ພວກເຂົາຈະນຳພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດຕ່າງໆເພື່ອເປັນຂອງຂວັນໃຫ້ແກ່ພຣະເຈົ້າຢາເວ. ພວກເຂົາຈະນຳພີ່ນ້ອງຮ່ວມຊາດຂອງພວກເຈົ້າທັງໝົດ ມາສູ່ເນີນພູສັກສິດຂອງເຮົາ ໃນນະຄອນເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ ແລະກວຽນ. ພຣະເຈົ້າຢາເວກ່າວວ່າ, ດັ່ງຊາວອິດສະຣາເອນນຳພືດຜົນເປັນເມັດໃສ່ພາຊະນະທີ່ຊຳລະໃຫ້ໝົດມົນທິນແລ້ວ ມາທີ່ພຣະວິຫານຂອງພຣະເຈົ້າຢາເວ.
ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.”
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
ມັນເປັນກຳມະສິດອັນຖາວອນຂອງພວກເຈົ້າ. ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ແລະຜູ້ທີ່ມີລູກເກີດໃນທີ່ນີ້ ກໍມີສ່ວນໃນດິນແດນນີ້ຄືກັນເມື່ອເຈົ້າແບ່ງປັນດິນແດນ. ໃຫ້ຖືພວກເຂົາເປັນພົນລະເມືອງອິດສະຣາເອນຢ່າງເຕັມສ່ວນ ແລະໃຫ້ພວກເຂົາໃຊ້ສະຫລາກເອົາສ່ວນດິນແດນກັບເຜົ່າຕ່າງໆຂອງຊາດອິດສະຣາເອນ.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.