9 ວັນຂອງພຣະເຈົ້າຢາເວກຳລັງມາ ຄືມື້ແຫ່ງຄວາມຮ້າຍກາດ ແລະໂມໂຫຂອງພຣະອົງ. ໂລກຈະເປັນຖິ່ນແຫ້ງແລ້ງກັນດານ ແລະຄົນບາບທຸກຄົນຈະຖືກທຳລາຍ.
ຂໍໃຫ້ຄົນບາບຖືກທຳລາຍສ້ຽງຈາກໂລກນີ້ສາ ຂໍຢ່າສູ່ໃຫ້ມີຄົນຊົ່ວຫລົງເຫລືອຢູ່ຕໍ່ໄປອີກ. ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍົກຍໍສັນລະເສີນພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.
ແຕ່ພຣະເຈົ້າຈະຕັດຄົນຊົ່ວຮ້າຍອອກໄປຈາກດິນແດນ ແລະຄົນຄົດໂກງຈະຖືກຖອນຮາກອອກຈາກແຜ່ນດິນນັ້ນ.
ຮ້ອງຄວນຄາງດ້ວຍຄວາມເຈັບປວດສາເຖີດ ວັນຂອງພຣະເຈົ້າຢາເວມາໃກ້ແລ້ວ ຄືມື້ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ນຳໄພພິບັດມາ.
ໃນວັນນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເຮັດໃຫ້ທຸກຄົນທີ່ມີອຳນາດ ທຸກຄົນທີ່ອວດອົ່ງ ແລະທຸກຄົນທີ່ຈອງຫອງນັ້ນໄດ້ຖ່ອມຕົວລົງ.
ມາເຖິງຕອນນີ້ແມ່ນເວລາທີ່ພຣະເຈົ້າຢາເວຈະຊ່ວຍກູ້ເອົາພູເຂົາຊີໂອນ ແລະແກ້ແຄ້ນເຫຼົ່າສັດຕູຂອງພູເຂົາຊີໂອນໃຫ້ໝົດສິ້ນ.
ເຮົາຕັດສິນໃຈແລ້ວວ່າ ເວລາທີ່ຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນນັ້ນມາຮອດແລ້ວ; ທັງເປັນເວລາທີ່ຈະລົງໂທດເຫຼົ່າສັດຕູຂອງພວກເຂົາດ້ວຍ.
ພຣະເຈົ້າຢາເວກ່າວວ່າ, “ຄາວສຸດທ້າຍມາໃກ້ແລ້ວ ສຳລັບຜູ້ທີ່ຊຳລະຕົນເອງເພື່ອຂາບໄຫວ້ພະຂອງຊາວຕ່າງຊາດ ຄືຜູ້ເຂົ້າຮ່ວມໃນຂະບວນການບູຊາສວນສັກສິດ ແລະຜູ້ກິນໝູແລະກິນໜູແລະອາຫານຂີ້ດຽດອື່ນໆອີກ.
ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໂກດຮ້າຍ ພຣະອົງຈຶ່ງທຳລາຍດິນແດນແລະປະຊາຊົນໃຫ້ຈິບຫາຍໄປດັ່ງໄຟເຜົາຜານ ໂດຍແຕ່ລະຄົນໄດ້ຮັບໂທດນັ້ນເທົ່າກັນ.
ພວກເຂົາບໍ່ໄດ້ເຝົ້າເບິ່ງບ່ອນທີ່ກຳແພງຫລຸ ແລະບໍ່ໄດ້ສ້າງກຳແພງເມືອງຂຶ້ນໃໝ່; ສະນັ້ນ ຊາດອິດສະຣາເອນ ຈຶ່ງບໍ່ສາມາດປ້ອງກັນ ເມື່ອເສິກມາເຖິງໃນວັນຂອງພຣະເຈົ້າຢາເວ.
ມາໃກ້ແລ້ວຄືມື້ທີ່ພຣະເຈົ້າຢາເວຈະກະທຳການ ມື້ໜຶ່ງທີ່ມີເມກໝອກໜາ ແລະນາໆຊາດເດືອດຮ້ອນ.
ວັນຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ທຸກທີ ຄືວັນທີ່ອົງຊົງຣິດຍິ່ງໃຫຍ່ຈະນຳການທຳລາຍມາໃຫ້ ເປັນການທຳລາຍໃຫຍ່ທີ່ໜ້າຢ້ານກົວຫລາຍ ວັນນັ້ນ ຈະໜ້າຢ້ານກົວແທ້ໆ.
ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນສາ ພູເຂົາສັກສິດຂອງພຣະເຈົ້າເອີຍ ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງພຣະເຈົ້າຢາເວແລ້ວ ວັນນັ້ນກຳລັງຫຍັບເຂົ້າມາໃກ້ແລ້ວ.
ກ່ອນວັນອັນຍິ່ງໃຫຍ່ໜ້າຢ້ານຂອງພຣະເຈົ້າຢາເວມາເຖິງ ອາທິດຈະມືດມົວທັງເດືອນຈະເປັນສີແດງດັ່ງເລືອດ.
ພຣະເຈົ້າຢາເວເປັນພຣະເຈົ້າ ອົງຫວງແຫນ ແລະຕອບແທນ; ພຣະເຈົ້າຢາເວຕອບແທນ ແລະເຕັມດ້ວຍຄວາມໂກດຮ້າຍ ພຣະເຈົ້າຢາເວລົງໂທດພວກທີ່ຕໍ່ຕ້ານພຣະອົງ; ແລະແກ້ແຄ້ນພວກເຂົາເພາະພຣະອົງໂກດຮ້າຍ.
ເມື່ອພຣະອົງໂກດຮ້າຍແມ່ນຜູ້ໃດແດ່ລອດຊີວິດເດ? ແມ່ນຜູ້ໃດລອດຊີວິດນໍເມື່ອພຣະອົງກິ້ວໂກດ? ພຣະອົງເທຄວາມໂກດຮ້າຍເປັນໄຟທີ່ເຜົາຜານ ໂງ່ນຫີນກໍໝຸ່ນເປັນຝຸ່ນດິນຢູ່ຊ້ອງໜ້າພຣະອົງ.
ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ.
ມັນຈະເປັນວັນແຫ່ງຄວາມໂກດຮ້າຍໃຫຍ່ ວັນແຫ່ງຄວາມເດືອດຮ້ອນ ແລະເປັນທຸກໃຈຫລາຍ ມື້ແຫ່ງການຮົກຮ້າງເພພັງແລະຈິບຫາຍ ມື້ແຫ່ງຄວາມມືດຕຶບແລະໝົ່ນໝອງ ມື້ແຫ່ງເມກໝອກດຳ
ວັນທີ່ພຣະເຈົ້າຢາເວຈະນັ່ງຕັດສິນມາໃກ້ແລ້ວ. ນະຄອນເຢຣູຊາເລັມຈະຖືກປຸ້ນ ແລະພວກເຂົາຈະແບ່ງປັນຂອງທີ່ປຸ້ນມາໄດ້ນັ້ນຕໍ່ໜ້າພວກເຈົ້າ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນກຳລັງມາເຖິງ ຄືມື້ທີ່ຄົນຈອງຫອງແລະຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫຼືອຢູ່ເລີຍ.
ຍ້ອນການນີ້ ໄພພິບັດຕ່າງໆ ຂອງນະຄອນນັ້ນ ຈະຕົກຖືກນາງໃນວັນດຽວ ຄືຄວາມຕາຍ, ຄວາມໂສກເສົ້າ ແລະຄວາມອຶດຢາກ. ແລະໄຟເຜົາຜານນາງໃຫ້ຈິບຫາຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຕັດສິນລົງໂທດນະຄອນນັ້ນ ຊົງປະກອບດ້ວຍພຣະກຳລັງ.”