Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:8 - ພຣະຄຳພີສັກສິ

8 ພວກເຂົາ​ທຸກຄົນ​ຈະ​ຢ້ານກົວ​ຍິ່ງ ແລະ​ເຈັບປວດ​ໜັກ ຄື​ເຈັບ​ດັ່ງ​ຜູ້ຍິງ​ຈະ​ຄອດ​ລູກ. ພວກເຂົາ​ຈະ​ເບິ່ງ​ກັນແລະກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ສີໜ້າ​ຂອງ​ພວກເຂົາ​ກໍ​ຮູ້ສຶກ​ເຜົາຮ້ອນ​ດ້ວຍ​ຄວາມ​ອັບອາຍ.

Uka jalj uñjjattʼäta Copia luraña




ເອຊາຢາ 13:8
21 Jak'a apnaqawi uñst'ayäwi  

ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ຂາດ​ອຳນາດ; ພວກເຂົາ​ຢ້ານກົວ​ຕົວ​ສັ່ນເຊັນ ຕົກ​ສະເງີ້​ຈົນ​ຫລົງ​ສະຕິ. ພວກເຂົາ​ປຽບ​ດັ່ງ​ຫຍ້າ​ທີ່​ທົ່ງນາ ຫລື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ຕາມ​ຫລັງຄາເຮືອນ​ທີ່​ຖືກ​ກະແສ​ລົມຮ້ອນ​ຈາກ​ທິດ​ຕາເວັນອອກ​ພັດ​ໃຫ້​ແຫ້ງ​ໄປ.


ເໝືອນ​ດັ່ງ​ກຳປັ່ນ​ທີ່​ຖືກ​ຊັດ​ໄປມາ​ຂຶ້ນລົງ​ເທິງ​ນໍ້າ​ທະເລ ໃນ​ທ່າມກາງ​ກະແສ​ຟອງ​ລົມພະຍຸ​ອັນ​ໂຫດຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ພຣະອົງ​ຮ້ອງ​ອອກ​ມາ ດັ່ງ​ຜູ້ຍິງ​ຖືພາ​ຮ້ອງ​ຢ່າງ​ເຈັບປວດ​ເມື່ອ​ຄອດ​ລູກ.


ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.


ບັດນີ້ ຈົ່ງ​ຢຸດ​ຟັງ​ແລະ​ຄິດ​ເບິ່ງ​ວ່າ ຊາຍ​ຜູ້ໜຶ່ງ​ນັ້ນ​ກຳເນີດ​ລູກ​ໄດ້​ບໍ? ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ທຸກຄົນ​ອູ້ມທ້ອງ​ຕົນ ໜ້າຕາ​ທຸກຄົນ​ຊີດ​ຂາວ​ດັ່ງ​ຜູ້ຍິງ​ຄອດ​ລູກ?


ຂ້ານ້ອຍ​ໄດ້ຍິນ​ສຽງ​ຮ້ອງ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ ຄວນຄາງ​ເຈັບປວດ​ທີ່ສຸດ​ຄືກັບ​ການ​ເກີດລູກ​ກົກ. ສຽງ​ຮ້ອງ​ເກືອບ​ໃຈ​ຈະ​ຂາດ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ຄວນຄາງ ແລະ​ວອນຂໍ​ໃຫ້​ຊ່ວຍ; ນາງ​ຢຽດ​ມື​ອອກ ແລະ​ເວົ້າ​ອອກ​ມາ​ວ່າ, “ເຄາະກຳ​ຂ້ອຍ​ນໍ ພວກເຂົາ​ກຳລັງ​ຈະ​ມາ​ຂ້າ​ຂ້ອຍ.”


ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.


ແລະ​ເມືອງ​ຕະຫລອດ​ທັງ​ປ້ອມ​ປ້ອງກັນເມືອງ​ຈະ​ຖືກ​ຢຶດເອົາ​ໝົດ. ໃນ​ມື້​ນັ້ນ ພວກ​ທະຫານ​ຂອງ​ໂມອາບ​ກໍ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ສັດຕູ​ຈະ​ໂຈມຕີ​ດັ່ງ​ນົກອິນຊີ ຄື​ບິນ​ລົງ​ມາ​ເທິງ​ໂບຊະຣາ ໂດຍ​ພື​ປີກ​ອອກ​ກວມ. ໃນ​ວັນ​ນັ້ນ ທະຫານ​ເອໂດມ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.”


ປະຊາຊົນ​ດາມັສກັດ​ອ່ອນ​ກຳລັງ ແລະ​ປົບໜີໄປ​ດ້ວຍ​ຄວາມ​ຢ້ານກົວ​ຫລາຍ. ພວກເຂົາ​ເຈັບປວດ ແລະ​ທົນທຸກ​ທໍລະມານ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ເມື່ອ​ກະສັດ​ບາບີໂລນ​ໄດ້ຍິນ​ຂ່າວ​ທີ່​ຄົນ​ນຳ​ມາ ມື​ຂອງເພິ່ນ​ກໍ​ອ່ອນເພຍ​ເປ້ຍຫລ່ອຍ​ລົງ​ໂລດ. ເພິ່ນ​ຈຶ່ງ​ຂົມຂື່ນ​ແລະ​ເປັນທຸກ​ໃນ​ຈິດໃຈ ເຈັບປວດ​ຢ່າງໜັກ​ດັ່ງ​ຍິງ​ກຳລັງ​ຈະ​ຄອດ​ລູກ.


ພວກ​ທະຫານ​ບາບີໂລນ​ຕ່າງ​ກໍ​ຢຸດ​ສູ້ຮົບ ແລະ​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ຂອງ​ພວກເຂົາ. ພວກເຂົາ​ສູນເສຍ​ຄວາມ​ກ້າຫານ ແລະ​ກາຍເປັນ​ດັ່ງ​ຜູ້ຍິງ​ໄປ​ສາ​ແລ້ວ. ປະຕູ​ເມືອງ​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ແລະ​ເຮືອນ​ກໍ​ຖືກ​ເຜົາຜານ.


ຈົ່ງ​ບອກ​ປ່າ​ທາງ​ທິດໃຕ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ເບິ່ງແມ! ເຮົາ​ກຳລັງ​ກໍ່​ໄຟ​ຂຶ້ນ ແລະ​ມັນ​ຈະ​ໄໝ້​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ ບໍ່​ວ່າ​ຕົ້ນ​ເປັນ​ຫລື​ຕົ້ນຕາຍ. ບໍ່ມີ​ສິ່ງໃດ​ຈະ​ສາມາດ​ມອດ​ມັນ​ໄດ້. ມັນ​ຈະ​ລຸກ​ລາມ​ແຕ່​ທິດໃຕ້​ຂຶ້ນ​ໄປ​ຫາ​ທິດເໜືອ ແລະ​ທຸກຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມຮ້ອນ​ຂອງ​ໄຟ​ນີ້.


ຊາວ​ອິດສະຣາເອນ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່, ແຕ່​ພວກເຂົາ​ປະ​ໂອກາດ​ນັ້ນ​ໄປ ເພາະ​ຄວາມ​ໂງ່ຈ້າ​ດັ່ງ​ເດັກນ້ອຍ​ທີ່​ກຳລັງ​ຈະ​ເກີດ ແຕ່​ບໍ່​ຍອມ​ອອກ​ມາ​ຈາກ​ທ້ອງ​ແມ່.


ເມື່ອ​ມັນ​ເຂົ້າມາ​ໃກ້ໆ ທຸກຄົນ​ຕ່າງ​ກໍ​ຢ້ານກົວ ຈົນ​ໜ້າ​ແຕ່ລະຄົນ​ຊີດຂາວ​ໄປ.


ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.


ເມື່ອ​ແມ່ຍິງ​ໃກ້​ຈະ​ເກີດ​ລູກ ນາງ​ກໍ​ໂສກເສົ້າ​ເພາະ​ເວລາ​ແຫ່ງ​ຄວາມ​ເຈັບປວດ​ໄດ້​ມາ​ເຖິງ, ແຕ່​ເມື່ອ​ລູກ​ເກີດ​ມາ​ແລ້ວ ນາງ​ກໍ​ບໍ່​ຄິດເຖິງ​ຄວາມ​ເຈັບປວດ​ນັ້ນ​ອີກ ເພາະ​ນາງ​ຊົມຊື່ນ​ຍິນດີ​ທີ່​ຄົນ​ຜູ້ໜຶ່ງ​ເກີດ​ມາ​ສູ່​ໂລກ.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka