Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:7 - ພຣະຄຳພີສັກສິ

7 ແຂນ​ຂອງ​ທຸກໆຄົນ​ຈະ​ຢ່ອນ​ລົງ​ເພາະ​ອ່ອນແຮງ ແລະ​ຄວາມກ້າ​ຂອງ​ທຸກໆຄົນ​ກໍ​ຈະ​ໝົດໄປ.

Uka jalj uñjjattʼäta Copia luraña




ເອຊາຢາ 13:7
15 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພວກເຂົາ​ຫາຍ​ໄປ​ເໝືອນ​ດັ່ງ​ທີ່​ນໍ້າ​ຖືກ​ເປັ່ງ​ອອກ​ໄປ ຂໍ​ໃຫ້​ຖືກ​ຢຽບຢໍ່າ​ດັ່ງ​ຫຍ້າ​ຕາມ​ທາງຍ່າງ.


ສ່ວນ​ພວກ​ເຈົ້ານາຍ​ຊາວ​ເອໂດມ​ກໍ​ຢ້ານ​ໃຫຍ່; ຊາວ​ໂມອາບ​ຜູ້​ເກັ່ງກ້າ​ກໍ​ເກີດ​ຢ້ານ​ໃຈ​ສັ່ນເຊັນ. ສ່ວນ​ຊາວ​ການາອານ​ຊໍ້າ​ໝົດ​ກຳລັງ​ໃຈ​ຫຼາຍ; ຕົກໃຈ​ຢ້ານ​ແລະ​ໄຫວຫວັ່ນ​ຍ້ອນ​ຄວາມກົວ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ມີ​ກຳລັງ. ພວກເຂົາ​ຕົກໃຈ​ຈົນ​ສະຫລົບ ດັ່ງ​ຕົ້ນຫຍ້າ​ໃນ​ທົ່ງນາ ຫລື​ຫຍ້າຮົກ​ຊຶ່ງ​ເກີດ​ທີ່​ເທິງ​ຫລັງຄາ ເມື່ອ​ຖືກ​ລົມ​ຮ້ອນ​ທາງທິດ​ຕາເວັນອອກ​ພັດ​ມາ.


ໃນ​ຖະໜົນ​ທຸກໆ​ສາຍ​ຕາມ​ທຸກ​ຂອບ​ທຸກ​ແຈ ປະຊາຊົນ​ລົ້ມລົງ​ເພາະ​ຄວາມ​ອິດອ່ອນ; ພວກເຂົາ​ເປັນ​ດັ່ງ​ກວາງ​ທີ່​ຖືກ​ຕາໜ່າງ​ນາຍພານ ທີ່​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ກະສັດ​ບາບີໂລນ​ໄດ້ຍິນ​ຂ່າວ​ທີ່​ຄົນ​ນຳ​ມາ ມື​ຂອງເພິ່ນ​ກໍ​ອ່ອນເພຍ​ເປ້ຍຫລ່ອຍ​ລົງ​ໂລດ. ເພິ່ນ​ຈຶ່ງ​ຂົມຂື່ນ​ແລະ​ເປັນທຸກ​ໃນ​ຈິດໃຈ ເຈັບປວດ​ຢ່າງໜັກ​ດັ່ງ​ຍິງ​ກຳລັງ​ຈະ​ຄອດ​ລູກ.


ພວກ​ທະຫານ​ບາບີໂລນ​ຕ່າງ​ກໍ​ຢຸດ​ສູ້ຮົບ ແລະ​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ຂອງ​ພວກເຂົາ. ພວກເຂົາ​ສູນເສຍ​ຄວາມ​ກ້າຫານ ແລະ​ກາຍເປັນ​ດັ່ງ​ຜູ້ຍິງ​ໄປ​ສາ​ແລ້ວ. ປະຕູ​ເມືອງ​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ແລະ​ເຮືອນ​ກໍ​ຖືກ​ເຜົາຜານ.


ມະນຸດ​ເອີຍ ເຈົ້າ​ຈົ່ງ​ຮ້ອງ​ຢ່າງ​ເຈັບປວດ​ສາເຖີດ ດາບ​ດວງ​ນີ້​ຖືກ​ໝາຍ​ໄວ້​ເພື່ອ​ຄົນ​ຂອງເຮົາ​ແລ້ວ ເພື່ອ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ທຸກຄົນ ພວກເຂົາ​ຈະ​ຕ້ອງ​ຖືກ​ສັງຫານ​ໃຫ້​ຈົນ​ໝົດສິ້ນ ພ້ອມ​ກັບ​ປະຊາຊົນ​ທຸກຄົນ​ຂອງເຮົາ​ທີ່​ເຫຼືອ​ຢູ່ ຈົ່ງ​ຕີອົກ​ເຈົ້າ​ຢ່າງ​ສິ້ນຫວັງ​ສາ


ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ຄໍ່າຄວນ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ເນື່ອງ​ຈາກ​ຂ່າວ​ຮ້າຍ​ທີ່​ກຳລັງ​ມາ. ເມື່ອ​ມັນ​ມາຮອດ ຈິດໃຈ​ຂອງ​ພວກເຂົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ, ມື​ຂອງ​ພວກເຂົາ​ຈະ​ອ່ອນເພຍ​ລົງ, ຄວາມ​ກ້າຫານ​ຂອງ​ພວກເຂົາ​ຈະ​ໝົດ​ໄປ ແລະ​ຫົວເຂົ່າ​ຂອງ​ພວກເຂົາ​ກໍ​ຈະ​ສັ່ນເຊັນ.’ ເວລາ​ມາຮອດ​ແລ້ວ; ມັນ​ຈະ​ຢູ່​ທີ່​ນີ້.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ມື​ທຸກຄົນ​ຈະ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຫົວເຂົ່າ​ກໍ​ຈະ​ສັ່ນເຊັນ.


ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ? ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ? ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.


ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.


ບັດນີ້ ນະຄອນ​ນີ້​ໄປ​ໃສ​ແລ້ວ​ນໍ? ກໍ​ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງ​ມາ​ອາໄສ​ຢູ່ ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງໜຸ່ມ​ໄດ້​ມີ​ເຫຍື່ອ​ກິນ ສິງຜູ້​ທັງ​ສິງແມ່​ໄດ້​ອາໄສ​ຢ່າງ​ປອດໄພ​ກັບ​ລູກໆ.


ພໍ​ເມື່ອ​ພວກເຮົາ​ໄດ້ຍິນ​ເລື່ອງລາວ​ຕ່າງໆ​ນັ້ນ​ແລ້ວ ພວກເຮົາ​ຈຶ່ງ​ຢ້ານ​ແລະ​ທຸກຄົນ​ຕ່າງ​ກໍ​ເສຍຂວັນ​ເພາະ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ທີ່​ເທິງ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka