6 ຮ້ອງຄວນຄາງດ້ວຍຄວາມເຈັບປວດສາເຖີດ ວັນຂອງພຣະເຈົ້າຢາເວມາໃກ້ແລ້ວ ຄືມື້ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ນຳໄພພິບັດມາ.
ເພາະວ່າຂ້ອຍຢ້ານພຣະເຈົ້າລົງໂທດທັນ ຈຶ່ງບໍ່ກ້າທີ່ຈະກະທຳສິ່ງໃດໆເຊັ່ນນັ້ນ.
ເຮົາຈະລົງໂທດພວກເຈົ້າໃນເວລາອັນສັ້ນໆເທົ່ານັ້ນ, ຕໍ່ຈາກນັ້ນ ເຮົາຈະທຳລາຍພວກເຂົາ.
ພວກເຈົ້າຈະເຮັດຢ່າງໃດເມື່ອພຣະເຈົ້າລົງໂທດພວກເຈົ້າ? ພວກເຈົ້າຈະເຮັດຢ່າງໃດ ເມື່ອພຣະອົງນຳໄພພິບັດຈາກດິນແດນທີ່ຫ່າງໄກມາສູ່ພວກເຈົ້າ? ພວກເຈົ້າຈະແລ່ນໄປຫາຜູ້ໃດໃຫ້ມາຊ່ວຍເຫລືອ? ພວກເຈົ້າຈະເຊື່ອງຊັບສົມບັດຂອງພວກເຈົ້າໄວ້ຢູ່ທີ່ໃດ?
ວັນຂອງພຣະເຈົ້າຢາເວກຳລັງມາ ຄືມື້ແຫ່ງຄວາມຮ້າຍກາດ ແລະໂມໂຫຂອງພຣະອົງ. ໂລກຈະເປັນຖິ່ນແຫ້ງແລ້ງກັນດານ ແລະຄົນບາບທຸກຄົນຈະຖືກທຳລາຍ.
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ສຽງຄວນຄາງກັບສຽງຮ້ອງຂໍໃຫ້ຊ່ວຍເຫລືອ ຈະມີຢູ່ໃນທຸກເມືອງຂອງຊາວຟີລິດສະຕິນ ພວກເຈົ້າທັງໝົດຈະປະສົບຄວາມໜ້າຢ້ານ ເພາະມັນເໝືອນດັ່ງເມກກຳລັງມາຈາກທາງທິດເໜືອ ແມ່ນກອງທັບໜຶ່ງທີ່ມີແຕ່ຜູ້ກ້າຫານທັງນັ້ນ ທີ່ກຳລັງເດີນທາງມາ.
ໃນວັນນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເຮັດໃຫ້ທຸກຄົນທີ່ມີອຳນາດ ທຸກຄົນທີ່ອວດອົ່ງ ແລະທຸກຄົນທີ່ຈອງຫອງນັ້ນໄດ້ຖ່ອມຕົວລົງ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຕີເຣ. ຈົ່ງໂສກເສົ້າຮໍ່າໄຮເຖີດ ພວກແລ່ນເຮືອແຫ່ງຕາກຊິດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າຖືກທຳລາຍສາແລ້ວ; ບ້ານເຮືອນກັບທ່າເຮືອຖືກພັງພິນາດສາແລ້ວ. ພວກເຈົ້າຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າກັບມາແຕ່ເມືອງໄຊປຣັດ.
ພຣະເຈົ້າຢາເວໂກດຮ້າຍຊົນຊາດທັງໝົດ ແລະກອງທັບທັງຫລາຍຂອງພວກເຂົາ. ພຣະອົງລົງໂທດພວກເຂົາໃຫ້ໄປສູ່ຄວາມຈິບຫາຍ.
ມາເຖິງຕອນນີ້ແມ່ນເວລາທີ່ພຣະເຈົ້າຢາເວຈະຊ່ວຍກູ້ເອົາພູເຂົາຊີໂອນ ແລະແກ້ແຄ້ນເຫຼົ່າສັດຕູຂອງພູເຂົາຊີໂອນໃຫ້ໝົດສິ້ນ.
ໄພພິບັດອັນໃຫຍ່ນັ້ນມັນຈະມາຖືກເຈົ້າເດີ ບໍ່ມີເວດມົນຄາຖາໃດໆຈະຢັບຢັ້ງມັນໄວ້ໄດ້. ການຮົກຮ້າງເພພັງຈະມາຖືກເຈົ້າໃນທັນທີ ຄືການຮົກຮ້າງເພພັງທີ່ເຈົ້າບໍ່ຄາດຝັນມາກ່ອນ
ພຣະເຈົ້າຢາເວກ່າວວ່າ, ບັດນີ້ ໃນບາບີໂລນແມ່ນສິ່ງດຽວກັນນັ້ນ ທີ່ໄດ້ເກີດຂຶ້ນອີກ ຄືພວກເຈົ້າໄດ້ຖືກຈັບໄປ ແລະບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ. ພຣະເຈົ້າຢາເວກ່າວວ່າ, ຜູ້ທີ່ປົກຄອງເໜືອພວກເຈົ້າເວົ້າໂມ້ທັງໂອ້ອວດ ແລະດູຖູກຫຍໍ້ຫຍັນເຮົາຢູ່ເປັນປະຈຳ.
ພຣະອົງໃຊ້ເຮົາໄປປະກາດວ່າເວລາໄດ້ມາເຖິງ ເມື່ອພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ ແລະເພື່ອເອົາຊະນະເຫຼົ່າສັດຕູຂອງພວກເຂົາ ພຣະອົງໄດ້ໃຊ້ເຮົາໄປອອຍໃຈຜູ້ເສົ້າໂສກ
ເຮົາຕັດສິນໃຈແລ້ວວ່າ ເວລາທີ່ຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນນັ້ນມາຮອດແລ້ວ; ທັງເປັນເວລາທີ່ຈະລົງໂທດເຫຼົ່າສັດຕູຂອງພວກເຂົາດ້ວຍ.
ພວກເຂົາຈະຮ້ອງເພງຢ່າງຊົມຊື່ນຍິນດີ ແຕ່ພວກເຈົ້າຈະຮ້ອງໄຫ້ຢ່າງລະທົມຂົມຂື່ນ.
ບັນດາພວກຜູ້ລ້ຽງແກະເອີຍ ຈົ່ງຮ້ອງໄຫ້ສາ ພວກເຈົ້າທີ່ເປັນຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນສາ ຈົ່ງໄວ້ທຸກແລະກິ້ງເກືອກຢູ່ໃນຂີ້ຝຸ່ນດິນ. ເວລາກໍມາເຖິງແລ້ວ ທີ່ພວກເຈົ້າຕ້ອງຖືກປະຫານໝູ່ ແລະພວກເຈົ້າຈະຖືກຂ້າຖິ້ມດັ່ງຂ້າຝູງແກະເຖິກ.
ປະຊາຊົນເຮັດຊະໂບນເອີຍ ຈົ່ງຮ້ອງໄຫ້ສາ ເມືອງອາອີໄດ້ຖືກທຳລາຍແລ້ວ ຜູ້ຍິງຊາວເມືອງຣັບບາເອີຍ ຈົ່ງໄວ້ທຸກເຖີດ ຈົ່ງນຸ່ງຜ້າກະສອບເຂົ້າແລະໄວ້ທຸກສາ. ຈົ່ງແລ່ນສັບສົນອົນລະວົນສາ. ພະມິນກົມຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ພ້ອມກັບພວກປະໂຣຫິດແລະບັນດາເຈົ້ານາຍ.
ບາບີໂລນແຕກຢ່າງກະທັນຫັນ ແລະເມືອງກໍຖືກທຳລາຍດ້ວຍ ຈົ່ງໄວ້ທຸກໃຫ້ສາ ຈົ່ງຊອກຫາຢາມາໃສ່ບາດ ແລະບາງທີອາດດີກໍເປັນໄດ້.
ພວກເຂົາບໍ່ໄດ້ເຝົ້າເບິ່ງບ່ອນທີ່ກຳແພງຫລຸ ແລະບໍ່ໄດ້ສ້າງກຳແພງເມືອງຂຶ້ນໃໝ່; ສະນັ້ນ ຊາດອິດສະຣາເອນ ຈຶ່ງບໍ່ສາມາດປ້ອງກັນ ເມື່ອເສິກມາເຖິງໃນວັນຂອງພຣະເຈົ້າຢາເວ.
ມະນຸດເອີຍ ເຈົ້າຈົ່ງຮ້ອງຢ່າງເຈັບປວດສາເຖີດ ດາບດວງນີ້ຖືກໝາຍໄວ້ເພື່ອຄົນຂອງເຮົາແລ້ວ ເພື່ອບັນດາຜູ້ນຳຂອງຊາດອິດສະຣາເອນທຸກຄົນ ພວກເຂົາຈະຕ້ອງຖືກສັງຫານໃຫ້ຈົນໝົດສິ້ນ ພ້ອມກັບປະຊາຊົນທຸກຄົນຂອງເຮົາທີ່ເຫຼືອຢູ່ ຈົ່ງຕີອົກເຈົ້າຢ່າງສິ້ນຫວັງສາ
ສິ່ງນັ້ນມີຄວາມໝາຍດັ່ງນີ້: ຈຳນວນຄືພຣະເຈົ້າໄດ້ນັບຈຳນວນມື້ ແຫ່ງອານາຈັກຂອງທ່ານໄວ້ ແລະນຳມັນໄປສູ່ຈຸດຈົບ;
ຍ້ອນຄວາມກັງວົນນີ້ ກະສັດເບັນຊັດຊາເຣແຮ່ງໜ້າຊີດເຂົ້າອີກ; ສ່ວນພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງເພິ່ນກໍບໍ່ຮູ້ວ່າຈະພາກັນເຮັດຢ່າງໃດ.
ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ ເພາະເຂົ້າບາເລແລະເຂົ້າເດືອຍກໍດີ ແລະຜົນລະປູກທັງໝົດກໍຖືກທຳລາຍກ້ຽງ.
ພວກເຈົ້າປະໂຣຫິດ ຈົ່ງນຸ່ງຜ້າກະສອບເຂົ້າແລະຮ້ອງໄຫ້ສາເຖີດ ຜູ້ຮັບໃຊ້ທີ່ແທ່ນບູຊາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນ, ພວກເຈົ້າຜູ້ຮັບໃຊ້ພຣະເຈົ້າຂອງເຮົາທີ່ວິຫານ ຈົ່ງມານອນໃນຜ້າກະສອບເຂົ້າທັງຄືນ, ເພາະບໍ່ມີເຂົ້າ, ເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຂອງພວກເຈົ້າ.
ວັນຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ທຸກທີ ຄືວັນທີ່ອົງຊົງຣິດຍິ່ງໃຫຍ່ຈະນຳການທຳລາຍມາໃຫ້ ເປັນການທຳລາຍໃຫຍ່ທີ່ໜ້າຢ້ານກົວຫລາຍ ວັນນັ້ນ ຈະໜ້າຢ້ານກົວແທ້ໆ.
ພວກຂີ້ເຫລົ້າເອີຍ ຈົ່ງຕື່ນຂຶ້ນຮ້ອງຄໍ່າຄວນເຖີດ ນັກດື່ມເຫຼົ້າອະງຸ່ນເອີຍ ຈົ່ງຮ້ອງໄຫ້ຮໍ່າໄຮເຖີດ ເພາະພົ້ວໝາກອະງຸ່ນທີ່ຫວັງເຮັດເຫຼົ້າໃໝ່ ກໍໄດ້ຖືກທຳລາຍໄປໝົດກ້ຽງແລ້ວເດ
ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນສາ ພູເຂົາສັກສິດຂອງພຣະເຈົ້າເອີຍ ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງພຣະເຈົ້າຢາເວແລ້ວ ວັນນັ້ນກຳລັງຫຍັບເຂົ້າມາໃກ້ແລ້ວ.
ພຣະເຈົ້າຢາເວຮ້ອງສັ່ງກອງທັບຂອງພຣະອົງ ກອງທັບທີ່ເຊື່ອຟັງ ມີຈຳນວນຫລາຍແລະມີຣິດ. ວັນຂອງພຣະເຈົ້າຢາເວໜ້າຢ້ານກົວທີ່ສຸດ ແມ່ນຜູ້ໃດແດ່ເດຈະລອດຊີວິດໄປໄດ້?
ກ່ອນວັນອັນຍິ່ງໃຫຍ່ໜ້າຢ້ານຂອງພຣະເຈົ້າຢາເວມາເຖິງ ອາທິດຈະມືດມົວທັງເດືອນຈະເປັນສີແດງດັ່ງເລືອດ.
ຄວາມທຸກລຳບາກໃຫຍ່ເປັນຂອງຜູ້ທີ່ຄອຍຖ້າວັນຂອງພຣະເຈົ້າຢາເວ, ວັນຂອງພຣະເຈົ້າຢາເວຈະມີຫຍັງດີແດ່ສຳລັບພວກເຈົ້າ? ເພາະວ່າສຳລັບພວກເຈົ້າແລ້ວ ວັນນັ້ນຈະເປັນວັນແຫ່ງຄວາມມືດມົນ ແລະບໍ່ແມ່ນວັນແຫ່ງຄວາມສະຫວ່າງ.
ວັນອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ແລ້ວ ຄືຫຍັບເຂົ້າມາໃກ້ທີ່ສຸດ ແລະມາໄວທີ່ສຸດ ໃນວັນຂອງພຣະເຈົ້າຢາເວຈະເປັນວັນທີ່ຂົມຂື່ນ ແມ່ນແຕ່ ບັນດາທະຫານທີ່ເກັ່ງກ້າທີ່ສຸດ ກໍຈະຮ້ອງອອກມາດ້ວຍຄວາມໝົດຫວັງ.
ຈົ່ງມິດງຽບຢູ່ຊ້ອງໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ເພາະວັນຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ແລ້ວ. ດັ່ງນັ້ນ ພຣະເຈົ້າຢາເວກຳລັງຕຽມທີ່ຈະຖວາຍບູຊາຂອງພຣະອົງ ແລະໄດ້ຊົງກະທຳຜູ້ໄດ້ຮັບເຊີນຂອງ ພຣະອົງໃຫ້ບໍຣິສຸດ.
ວັນທີ່ພຣະເຈົ້າຢາເວຈະນັ່ງຕັດສິນມາໃກ້ແລ້ວ. ນະຄອນເຢຣູຊາເລັມຈະຖືກປຸ້ນ ແລະພວກເຂົາຈະແບ່ງປັນຂອງທີ່ປຸ້ນມາໄດ້ນັ້ນຕໍ່ໜ້າພວກເຈົ້າ.
ແຕ່ກ່ອນວັນຍິ່ງໃຫຍ່ແລະວັນອັນໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ ເຮົາຈະໃຊ້ເອລີຢາຜູ້ທຳນວາຍຂອງເຮົາມາ.
ບັດນີ້ຄົນຮັ່ງມີເອີຍ, ຈົ່ງຟັງເຮົາເທີ້ນ ຈົ່ງຮ້ອງໄຫ້ຮໍ່າໄຮຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ.
ກະສັດເຫຼົ່ານັ້ນກໍຢືນຢູ່ຫ່າງໄກ ເພາະຢ້ານໄພແຫ່ງການທໍລະມານຂອງນະຄອນນັ້ນ ແລະຈະກ່າວວ່າ, “ວິບັດ ວິບັດແລ້ວ ບາບີໂລນມະຫານະຄອນທີ່ແຂງແຮງເອີຍ ເຈົ້າໄດ້ຖືກການພິພາກສາລົງໂທດເສຍ ພາຍໃນຊົ່ວໂມງດຽວເທົ່ານັ້ນ.”