Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:5 - ພຣະຄຳພີສັກສິ

5 ພວກເຂົາ​ກຳລັງ​ຍົກທັບ​ມາ​ແຕ່​ທີ່​ໄກ​ສຸດ​ຂອງ​ຟ້າ​ສະຫວັນ. ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ພຣະເຈົ້າຢາເວ​ກຳລັງ​ມາ​ທຳລາຍ​ໝົດ​ທັງປະເທດ.

Uka jalj uñjjattʼäta Copia luraña




ເອຊາຢາ 13:5
19 Jak'a apnaqawi uñst'ayäwi  

ທະຫານ​ທີ່​ເກັ່ງກ້າ​ໄດ້​ລົ້ມຕາຍ​ແລ້ວ​ນໍ ອາວຸດ​ສົງຄາມ​ກໍ​ໃຊ້ການ​ບໍ່ໄດ້​ອີກ​ແລ້ວ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ປຸກ​ປັ່ນ​ຊາວ​ເມເດັດ ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ພວກເຂົາ​ບໍ່​ວົນ​ນຳ​ເງິນ ແລະ​ບໍ່​ໄຝ່ຝັນ​ນຳ​ຄຳ.


ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເບິ່ງ​ເຫັນໄດ້​ແຕ່​ໄກ. ໄຟ​ແລະ​ຄວັນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຈາ​ແລະ​ຖ້ອຍຄຳ​ນັ້ນ​ກໍ​ລຸກ​ໄໝ້​ຂຶ້ນ​ເປັນ​ໄຟ.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ພຣະອົງ​ເຮັດ​ສັນຍາ​ເອີ້ນ​ເອົາ​ຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ. ພຣະອົງ​ຖິວ​ເອົາ​ພວກເຂົາ​ມາ​ແຕ່​ທີ່ສຸດປາຍ​ແຜ່ນດິນ​ໂລກ. ພວກເຂົາ​ມາ​ຢ່າງ​ວ່ອງໄວ​ໂດຍ​ບໍ່​ຊັກຊ້າ


ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ຈະ​ເບີກບານ​ໃຈ; ແລະ​ສິ່ງນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ສຸຂະພາບ​ດີ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ຊ່ວຍເຫຼືອ​ພວກ​ທີ່​ຮັບໃຊ້​ເຮົາ ແລະ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງເຮົາ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ຖິວ​ປາກ​ເປັນ​ສັນຍານ ເອີ້ນ​ເອົາ​ຄົນ​ເອຢິບ​ມາ​ດັ່ງ​ຝູງ​ແມງໄມ້​ຈາກ​ຕົ້ນ​ກຳເນີດ​ຂອງ​ແມ່ນໍ້ານິນ ແລະ​ຖິວ​ປາກ​ເອົາ​ຄົນ​ອັດຊີເຣຍ​ມາ​ດັ່ງ​ຝູງ​ໂຕ​ເຜິ້ງ​ຈາກ​ປະເທດ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ໄດ້​ໄຂ​ສາງ​ອາວຸດ​ຂອງພຣະອົງ​ອອກ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ເອົາ​ອາວຸດ​ນັ້ນ​ອອກ​ມາ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ມີ​ພາລະກິດ​ທີ່​ຈະ​ເຮັດ​ໃນ​ບາບີໂລນ.


ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”


ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka