4 ຈົ່ງຟັງສຽງທີ່ເທິງພູ ຄືສຽງຂອງຝູງຄົນອັນແໜ້ນໜາ ສຽງຂອງຊົນຊາດ ແລະອານາຈັກຕ່າງໆທີ່ກຳລັງເຕົ້າໂຮມກັນ. ກອງທັບທັງຫລາຍຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຕຽມກຳລັງສູ້ຮົບ.
ຊົນຊາດຕ່າງໆທີ່ມີອຳນາດພາກັນອົນລະຫົນວຸ້ນວາຍ ຄ້າຍສຽງອຶກກະທຶກຂອງທ້ອງທະເລ ຄ້າຍສຽງຄື້ນອັນໃຫຍ່ໂຕມາກະທົບກັນ.
“ເຈົ້າທັງໝົດ ຈົ່ງມາເຕົ້າໂຮມກັນແລະຟັງ ບໍ່ມີພະໃດໃນທ່າມກາງບັນດາພະເຫຼົ່ານັ້ນໄດ້ປະກາດສິ່ງເຫຼົ່ານີ້ ວ່າພຣະເຈົ້າຢາເວຊົງຮັກທ່ານ ພຣະອົງຈະໂຈມຕີນະຄອນບາບີໂລນ ຈະເຮັດສິ່ງທີ່ເຮົາຕ້ອງການໃຫ້ເຮັດທຸກຢ່າງ.
ພຣະອົງເຮັດສັນຍາເອີ້ນເອົາຊາດໜຶ່ງທີ່ຢູ່ຫ່າງໄກ. ພຣະອົງຖິວເອົາພວກເຂົາມາແຕ່ທີ່ສຸດປາຍແຜ່ນດິນໂລກ. ພວກເຂົາມາຢ່າງວ່ອງໄວໂດຍບໍ່ຊັກຊ້າ
ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຮຮ້ອງໃສ່ຊາດອິດສະຣາເອນດັ່ງຄື້ນອຶກກະທຶກຂອງທະເລ. ເບິ່ງປະເທດນີ້ແມ ຊ່າງມືດມິດ ແລະທຸກລະທົມແທ້ ຄວາມສະຫວ່າງກາຍເປັນມືດມົວສາແລ້ວ.
“ໃຫ້ພວກເຈົ້າບອກເຈົ້າເຊເດກີຢາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກວ່າ: ເຊເດກີຢາເອີຍ ເຮົາຈະເອົາຊະນະກອງທັບຂອງເຈົ້າ ທີ່ຈະຕໍ່ສູ້ກັບກອງທັບກະສັດແຫ່ງບາບີໂລນ. ເຮົາຈະກອງອາວຸດຍຸດທະພັນຂອງທະຫານຂອງເຈົ້າທີ່ກາງເມືອງ.
ເຮົາຈະແກ້ແຄ້ນຊາວບາບີໂລນໃນສິ່ງທີ່ພວກເຂົາໄດ້ເຮັດ ແລະປະເທດທັງຫລາຍແລະບັນດາກະສັດຜູ້ມີອຳນາດ ຈະເອົາພວກເຂົາໄປເປັນທາດຮັບໃຊ້.”’
ຜົນລະປູກທີ່ພວກເຈົ້າເສຍໃນປີທີ່ຝູງຕັກແຕນກິນ ເຮົາຈະທົດແທນໃຫ້ຄືນສິ່ງທີ່ໄດ້ເສຍໄປນັ້ນ. ແມ່ນເຮົາເອງທີ່ໄດ້ສົ່ງກອງທັບຕັກແຕນນີ້ມາ ເພື່ອວ່າໃຫ້ມັນໄດ້ຕໍ່ສູ້ພວກເຈົ້າ.
ມີຫລາຍພັນຄົນທີ່ມີໜ້າຢູ່ໃນຮ່ອມພູຕັດສິນ ວັນຂອງພຣະເຈົ້າຢາເວຈະມາໄວໆນີ້ແຫຼະ.
ຍ້ອນການນີ້ ໄພພິບັດຕ່າງໆ ຂອງນະຄອນນັ້ນ ຈະຕົກຖືກນາງໃນວັນດຽວ ຄືຄວາມຕາຍ, ຄວາມໂສກເສົ້າ ແລະຄວາມອຶດຢາກ. ແລະໄຟເຜົາຜານນາງໃຫ້ຈິບຫາຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຕັດສິນລົງໂທດນະຄອນນັ້ນ ຊົງປະກອບດ້ວຍພຣະກຳລັງ.”