Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:21 - ພຣະຄຳພີສັກສິ

21 ມັນ​ຈະ​ເປັນ​ບ່ອນ​ເປົ່າປ່ຽວ​ທີ່​ສັດປ່າ​ອາໄສ​ແລະ​ໂຕ​ເຈຍ​ເຮັດ​ຮັງ​ຢູ່. ນົກ​ກະຈອກເທດ​ຈະ​ຢູ່​ທີ່​ນັ້ນ ແລະ​ແບ້​ປ່າ​ກໍ​ຈະ​ກະໂດດ​ເຕັ້ນ​ໄປມາ​ຕາມ​ບ່ອນ​ຮົກຮ້າງ​ເພພັງ.

Uka jalj uñjjattʼäta Copia luraña




ເອຊາຢາ 13:21
10 Jak'a apnaqawi uñst'ayäwi  

“ເຮົາ​ຈະ​ປ່ຽນ​ນະຄອນ​ບາບີໂລນ​ໃຫ້​ເປັນ​ບຶງ ແລະ​ຝູງ​ນົກ​ເຄົ້າ​ຈະ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ໃຊ້​ຟອຍ​ກວາດ​ນະຄອນ​ບາບີໂລນ ພ້ອມ​ທັງ​ສັບພະທຸກສິ່ງ​ໄປ​ໃຫ້​ໝົດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ແມ່ນ​ຊາວ​ບາບີໂລນ ແຕ່​ບໍ່ແມ່ນ​ຊາວ​ອັດຊີເຣຍ ທີ່​ໄດ້​ປ່ອຍ​ໃຫ້​ພວກ​ສັດປ່າ​ຢຽບຢໍ່າ​ເມືອງ​ຕີເຣ. ແມ່ນ​ຊາວ​ບາບີໂລນ​ທີ່​ໄດ້​ປິດລ້ອມ​ຫໍຄອຍ​ຕ່າງໆ ຮື້​ປ້ອມ​ທີ່​ປ້ອງກັນ​ເມືອງ​ຕີເຣ ແລະ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮົກຮ້າງ​ເພພັງ.


ພຣະອົງ​ໄດ້​ປ່ຽນ​ເມືອງ​ຕ່າງໆ​ໃຫ້​ຮົກຮ້າງ​ເພພັງ ແລະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ເຂົາເຈົ້າ. ຜາສາດ​ຣາຊວັງ​ທີ່​ເຫຼົ່າ​ສັດຕູ​ໄດ້​ສ້າງ​ຂຶ້ນ​ມາ ກໍໄດ້​ສູນເສຍ​ຕະຫລອດໄປ​ສາ​ແລ້ວ.


ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.


ເພາະສະນັ້ນ ນະຄອນ​ບາບີໂລນ​ຈຶ່ງ​ຈະ​ຖືກ​ຜີສາດ ແລະ​ວິນຍານ​ຊົ່ວ​ຫລອກຫລອນ ແລະ​ດ້ວຍ​ຝູງນົກ​ກະຈອກເທດ​ທີ່​ເປັນ​ມົນທິນ. ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ.


ແລ້ວ​ມີກາ​ກໍໄດ້​ກ່າວ​ວ່າ, “ຍ້ອນ​ເຫດການ​ເຫຼົ່ານີ້​ແຫຼະ ຂ້ອຍ​ຈຶ່ງ​ໂສກເສົ້າ​ແລະ​ຄໍ່າຄວນ. ເພື່ອ​ສະແດງ​ເຖິງ​ຄວາມທຸກໃຈ, ຂ້ອຍ​ຈະ​ຍ່າງ​ໄປ​ຕີນ​ເປົ່າ​ແລະ​ເປືອຍຕົວ. ຂ້ອຍ​ຈະ​ຫອນ​ເໝືອນ​ດັ່ງ​ໝາປ່າ ແລະ​ອືດຄາງ​ເໝືອນ​ດັ່ງ​ນົກ​ກະຈອກເທດ.


ມັນ​ຈະ​ກາຍເປັນ​ບ່ອນ​ຢູ່​ຂອງ​ຝູງແກະ, ຝູງ​ສັດ​ລ້ຽງ ແລະ​ສັດ​ນາໆ​ຊະນິດ. ນົກ​ເຄົ້າ​ຈະ​ຢູ່​ໃນ​ທີ່ນັ້ນ​ທ່າມກາງ​ສິ່ງ​ຮົກຮ້າງ​ເພພັງ ແລະ​ສົ່ງ​ສຽງ​ຮ້ອງ​ຈາກ​ປ່ອງຢ້ຽມ. ນົກ​ກາ​ທັງຫລາຍ​ຈະ​ຮ້ອງ​ຢູ່​ຕາມ​ຂັ້ນໄດ​ທາງ​ປະຕູເຂົ້າ​ເຮືອນ. ຂື່​ຂາງ​ໄມ້ແປກ​ທີ່​ໃຊ້​ໃນ​ການ​ກໍ່ສ້າງ​ເຮືອນ​ຈະ​ເພພັງ​ລົງ.


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka