20 ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຕໍ່ໄປ. ແມ່ນແຕ່ນັກເດີນທາງຊາວອາຣັບກໍຈະບໍ່ກາງເຕັນໃສ່ທີ່ນັ້ນ ແລະຈະບໍ່ມີຜູ້ໃດໄປລ້ຽງຝູງແກະຂອງຕົນໃນທີ່ນັ້ນ.
ຊາວຟີລິດສະຕິນບາງຄົນໄດ້ນຳເອົາເງິນແລະຂອງຂວັນຕ່າງໆ ເປັນຈຳນວນຫລວງຫລາຍມາມອບໃຫ້ເຢໂຮຊາຟັດ ແລະຊາວອາຣັບບາງຄົນກໍໄດ້ນຳແກະເຖິກຈຳນວນເຈັດພັນເຈັດຮ້ອຍໂຕ ແລະແບ້ເຖິກເຈັດພັນເຈັດຮ້ອຍໂຕມາມອບໃຫ້ເພິ່ນ.
ແຕ່ຈົ່ງເຮັດໃຫ້ຄືນນັ້ນກາຍເປັນໝັນໄປສາ ຢ່າໃຫ້ມີສຽງຮ້ອງໂຮຍິນດີຢ່າງໃດເລີຍເທາະ
ໂອ ທີ່ຮັກຂອງນ້ອງ ກະລຸນາບອກນ້ອງໄດ້ຫລືບໍ່ ວ່າອ້າຍຈະພາຝູງສັດຂອງອ້າຍໄປກິນຫຍ້າຢູ່ທີ່ໃດ? ເວລາແສງແດດກ້າຕາເວັນທ່ຽງຫວນມາ ອ້າຍຈະພາຝູງສັດໄປພັກຜ່ອນຢູ່ໃສກັນແທ້? ເປັນຫຍັງນໍຈຶ່ງຈະໃຫ້ແຕ່ນ້ອງຊອກຫາອ້າຍເດ? ຄືຢູ່ໃນທ່າມກາງຝູງແກະທີ່ຄົນອື່ນເຂົາເຝົ້າລ້ຽງ.
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບບາບີໂລນ. ໄພພິບັດຈະມາຈາກດິນແດນທີ່ໜ້າຢ້ານກົວຫລາຍ ດັ່ງລົມບ້າໝູພັດຜ່ານຖິ່ນແຫ້ງແລ້ງກັນດານ.
ພຣະອົງໄດ້ປ່ຽນເມືອງຕ່າງໆໃຫ້ຮົກຮ້າງເພພັງ ແລະທຳລາຍປ້ອມປ້ອງກັນເມືອງຂອງເຂົາເຈົ້າ. ຜາສາດຣາຊວັງທີ່ເຫຼົ່າສັດຕູໄດ້ສ້າງຂຶ້ນມາ ກໍໄດ້ສູນເສຍຕະຫລອດໄປສາແລ້ວ.
ພຣະອົງທີ່ຈະເປັນຜູ້ແບ່ງປັນດິນແດນໃຫ້ສັດເຫຼົ່ານັ້ນ ແລະແບ່ງສ່ວນໃຫ້. ພວກມັນຈະຢູ່ໃນດິນແດນທຸກຍຸກທຸກສະໄໝ ແລະດິນແດນນັ້ນກໍຈະເປັນຂອງພວກມັນຕະຫລອດໄປ.
ເມືອງຮາໂຊຈະເປັນຖິ່ນແຫ້ງແລ້ງກັນດານຕະຫລອດໄປ ຄືເປັນບ່ອນທີ່ໝາປ່າອາໄສຢູ່ເທົ່ານັ້ນ. ຈະບໍ່ມີຜູ້ໃດຢູ່ທີ່ນັ້ນອີກ.”
ດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຢາເວໃນນະຄອນບາບີໂລນຈະບໍ່ມີຜູ້ໃດອາໄສຢູ່; ມັນຈະຖືກປະປ່ອຍໃຫ້ເປັນທີ່ຮົກຮ້າງເພພັງ ແລະທຸກຄົນທີ່ໄດ້ຜ່ານໄປມາທີ່ນັ້ນ ຈະສະດຸ້ງຕົກໃຈແລະໜ້າງຶດງໍ້.
“ຈົ່ງໂຈມຕີປະຊາຊົນໃນຂົງເຂດ ມາຣາທາອິມ ແລະເປໂກດ. ຈົ່ງຂ້າ ແລະທຳລາຍພວກເຂົາ. ຈົ່ງເຮັດທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ມີຊົນຊາດໜຶ່ງຈາກທາງທິດເໜືອໄດ້ມາໂຈມຕີບາບີໂລນ ແລະຈະເຮັດໃຫ້ເປັນຖິ່ນແຫ້ງແລ້ງກັນດານ. ມະນຸດແລະຝູງສັດຈະແລ່ນໜີໄປ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນເລີຍ.”
ເພາະສະນັ້ນ ນະຄອນບາບີໂລນຈຶ່ງຈະຖືກຜີສາດ ແລະວິນຍານຊົ່ວຫລອກຫລອນ ແລະດ້ວຍຝູງນົກກະຈອກເທດທີ່ເປັນມົນທິນ. ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຕໍ່ໄປ.
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່.
ພຣະເຈົ້າຢາເວກ່າວວ່າ, “ບາບີໂລນເອີຍ ເຈົ້າເປັນດັ່ງພູໜ່ວຍໜຶ່ງທີ່ທຳລາຍທົ່ວທັງໂລກ, ເຮົາເປັນສັດຕູຂອງເຈົ້າ ເຮົາຈະຢຶດເຈົ້າໄວ້, ກວາດເຈົ້າລົງກ້ຽງໃຫ້ພຽງດິນ ແລະປະເຈົ້າໃຫ້ເປັນຂີ້ເຖົ່າ.
ແຜ່ນດິນໂລກສັ່ນສະເທືອນ ເພາະພຣະເຈົ້າຢາເວກຳລັງດຳເນີນແຜນການຂອງພຣະອົງ ເພື່ອເຮັດໃຫ້ບາບີໂລນເປັນຖິ່ນແຫ້ງແລ້ງກັນດານ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່.
ປະເທດນັ້ນຈະກາຍເປັນກອງສິ່ງຮົກຮ້າງເພພັງ ຄືບ່ອນທີ່ສັດປ່າທັງຫລາຍອາໄສຢູ່. ມັນຈະເປັນເປົ້າສາຍຕາອັນໜ້າຢ້ານກົວຫລາຍ; ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນແລະທຸກຄົນທີ່ເຫັນກໍຈະຢ້ານກົວໃຫຍ່.
ເມືອງທັງຫລາຍໄດ້ກາຍເປັນເປົ້າສາຍຕາອັນໜ້າຢ້ານກົວ ແລະເປັນດັ່ງຖິ່ນແຫ້ງແລ້ງກັນດານທີ່ຂາດນໍ້າ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ຫລືທ່ອງທ່ຽວໄປມາ.