2 ທີ່ຈອມພູຫົວໂຫລ້ນ ຈົ່ງຍົກທຸງສູ້ຮົບຂຶ້ນສາ ຈົ່ງຮ້ອງສັ່ງພວກທະຫານ ແລະຍົກອາວຸດຂຶ້ນເປັນສັນຍານໃຫ້ບຸກໂຈມຕີ ປະຕູເມືອງຂອງພວກທີ່ອວດອົ່ງຈອງຫອງ.
ພຣະອົງຕັກເຕືອນພວກທີ່ຢຳເກງພຣະອົງ ເພື່ອວ່າພວກເຂົາຈະໄດ້ຫລົບໜີຈາກການທຳລາຍ.
ມື້ນີ້ສັດຕູໄດ້ມາຮອດເມືອງໂນບແລ້ວ ແລະຢູ່ໃນທີ່ນັ້ນພວກເຂົາກຳລັງຍົກກຳປັ້ນໃສ່ພູເຂົາຊີໂອນ ຄືໃສ່ນະຄອນເຢຣູຊາເລັມ.
ອົງພຣະຜູ້ເປັນເຈົ້າຈະຍົກທຸງຂຶ້ນເປັນສັນຍານ ເພື່ອສະແດງໃຫ້ຊົນຊາດຕ່າງໆຮູ້ວ່າ ພຣະອົງກຳລັງເຕົ້າໂຮມປະຊາຊົນຂອງພຣະອົງເຂົ້າກັນ ຄືປະຊາຊົນຂອງອິດສະຣາເອນແລະຢູດາຍ ທີ່ກະຈັດກະຈາຍຢູ່ຕາມທິດທັງສີ່ຂອງໂລກນັ້ນໃຫ້ກັບຄືນມາ.
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
ຈົ່ງຟັງເດີ ໝົດທຸກຄົນທີ່ຢູ່ໃນໂລກນີ້ ຈົ່ງເບິ່ງທຸງໄຊອັນເປັນສັນຍານທີ່ຈະຖືກຍົກຂຶ້ນເທິງຈອມພູເຂົາ ຈົ່ງຟັງສຽງເປົ່າເຂົາສັດ
ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ.
ຈັກກະພັດຂອງພວກເຂົາຈະແລ່ນປົບໜີໄປດ້ວຍຄວາມຢ້ານອັນໃຫຍ່ ແລະບັນດານາຍທະຫານຈະຢ້ານຫລາຍທີ່ສຸດ ຈົນປະຖິ້ມທຸງສູ້ຮົບປົບໜີໄປ.” ພຣະເຈົ້າຢາເວອົງທີ່ພວກເຈົ້ານະມັດສະການຢູ່ໃນນະຄອນເຢຣູຊາເລັມ ແລະອົງທີ່ພວກເຈົ້າເຜົາເຄື່ອງບູຊາຖວາຍຢູ່ໃນທີ່ນັ້ນໄດ້ກ່າວດັ່ງນີ້ແຫລະ.
ພຣະອົງເຮັດສັນຍາເອີ້ນເອົາຊາດໜຶ່ງທີ່ຢູ່ຫ່າງໄກ. ພຣະອົງຖິວເອົາພວກເຂົາມາແຕ່ທີ່ສຸດປາຍແຜ່ນດິນໂລກ. ພວກເຂົາມາຢ່າງວ່ອງໄວໂດຍບໍ່ຊັກຊ້າ
“ຈົ່ງປະກາດຂ່າວໃຫ້ຊົນຊາດທັງຫລາຍ ຈົ່ງຖະແຫລງຂ່າວນັ້ນສາເຖີດ ຈົ່ງແຈ້ງຂ່າວນັ້ນແລະໃຫ້ບອກເປັນສັນຍານ ຢ່າຮັກສາຂ່າວໄວ້ເປັນຄວາມລັບ ນະຄອນບາບີໂລນຫຼົ້ມຈົມແລ້ວ, ພະມັກດຸກຂອງນະຄອນບາບີໂລນແຕກກະຈັດກະຈາຍແລ້ວ, ບັນດາຮູບເຄົາຣົບຕ່າງກໍໄດ້ຖືກອັບອາຍ; ຮູບພະໜ້າກຽດຊັງຖືກທຳລາຍຈົນໝຸ່ນ.
“ປະຊາຊົນກຳລັງມາແຕ່ປະເທດທາງທິດເໜືອ ຄືຊົນຊາດໜຶ່ງທີ່ຢູ່ຫ່າງໄກ ແລະຍິ່ງໃຫຍ່ດ້ວຍ; ກະສັດທັງຫລາຍຕ່າງກໍໄດ້ຕຽມຕົວ ເພື່ອຈະເຮັດເສິກທັງນັ້ນ.
ຈົ່ງໃຫ້ສັນຍານບຸກໂຈມຕີກຳແພງຂອງນະຄອນບາບີໂລນ. ຈົ່ງຈັດການເວນຍາມໃຫ້ເຂັ້ມແຂງ ໃຫ້ວາງຄົນຍາມປະຈຳທີ່ ຈົ່ງຕັ້ງຄົນດັກສະກັດໄວ້.” ພຣະເຈົ້າຢາເວໄດ້ເຮັດຕາມສິ່ງທີ່ພຣະອົງໄດ້ກ່າວວ່າ ຈະຕ້ອງເຮັດກັບປະຊາຊົນຂອງບາບີໂລນ.
ພຣະເຈົ້າຢາເວກ່າວວ່າ, “ບາບີໂລນເອີຍ ເຈົ້າເປັນດັ່ງພູໜ່ວຍໜຶ່ງທີ່ທຳລາຍທົ່ວທັງໂລກ, ເຮົາເປັນສັດຕູຂອງເຈົ້າ ເຮົາຈະຢຶດເຈົ້າໄວ້, ກວາດເຈົ້າລົງກ້ຽງໃຫ້ພຽງດິນ ແລະປະເຈົ້າໃຫ້ເປັນຂີ້ເຖົ່າ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ກຳແພງເມືອງທີ່ນະຄອນບາບີໂລນສ້າງໃຫ້ເຂັ້ມແຂງ ຈະຖືກຮື້ໃຫ້ພັງທະລາຍກາຍເປັນຂີ້ດິນໄປສິ້ນ. ການງານທີ່ທຸກຊົນຊາດໄດ້ເຮັດບໍ່ມີຫຍັງໝົດ ຄວາມພະຍາຍາມຂອງພວກເຂົາກໍຖືກໄຟເຜົາໄໝ້.”