Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:16 - ພຣະຄຳພີສັກສິ

16 ໃນ​ຂະນະທີ່​ພວກເຂົາ​ແນມຫາ​ທີ່​ເພິ່ງ​ຢ່າງ​ສິ້ນຫວັງ​ນັ້ນ ລູກ​ນ້ອຍ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ຈົນຕາຍ, ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເມຍ​ຂອງ​ພວກເຂົາ​ຈະ​ຖືກ​ຂົ່ມຂືນ.”

Uka jalj uñjjattʼäta Copia luraña




ເອຊາຢາ 13:16
9 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ໃຊ້​ໜ້າທະນູ​ກັບ​ລູກທະນູ​ຂ້າ​ພວກ​ຊາຍໜຸ່ມ ແລະ​ຈະ​ບໍ່​ເມດຕາ​ພວກ​ເດັກອ່ອນ ແລະ​ເອັນດູ​ພວກເດັກນ້ອຍ.


ຈົ່ງ​ໃຫ້​ການ​ສັງຫານໝູ່​ເລີ່ມ​ຂຶ້ນ​ສາ ພວກ​ລູກຊາຍ​ຂອງ​ກະສັດ​ຜູ້ນີ້​ຈະ​ຕາຍ ຍ້ອນ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ບາບ. ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ຈະ​ໄດ້​ປົກຄອງ​ແຜ່ນດິນ ຫລື​ສ້າງ​ບ້ານເມືອງ​ທັງຫລາຍ​ຂຶ້ນໃໝ່.


ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.


ເພື່ອ​ຂ້າ​ຜູ້ຊາຍ​ຖິ້ມ​ແລະ​ແມ່ຍິງ​ກໍ​ຄືກັນ ຄົນ​ແກ່ຊະຣາ​ແລະ​ໜຸ່ມ ເດັກຊາຍ​ເດັກຍິງ​ດ້ວຍ


ເມຍ​ພວກ​ຂ້ານ້ອຍ​ຖືກ​ຂົ່ມຂືນ​ທີ່​ພູເຂົາ​ຊີໂອນ ທັງ​ພວກ​ຜູ້ສາວ​ທີ່​ຢູ່​ຕາມ​ບ້ານ​ຂອງ​ຢູດາຍ​ດ້ວຍ.


ສົງຄາມ​ຈຶ່ງ​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ ແລະ​ປ້ອມ​ທັງໝົດ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ລົງ. ມັນ​ຈະ​ເປັນ​ດັ່ງ​ວັນ​ທີ່​ກະສັດ​ຊັນມານ ໄດ້​ທຳລາຍ​ເມືອງ​ເບັດ​ອາກເບັນ​ໃນ​ສະໜາມຮົບ ຈົນ​ບັນດາ​ຜູ້​ເປັນ​ແມ່​ແລະ​ລູກໆ​ຖືກ​ຢຽບ​ຕາຍ​ໝົດກ້ຽງ.


ແຕ່​ປະຊາຊົນ​ເມືອງ​ເທເບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ບັນດາ​ລູກໆ​ຂອງ​ພວກເຂົາ​ໄດ້​ຖືກ​ຕີ​ຈົນຕາຍ​ຢູ່​ຕາມ​ທຸກ​ແຈ​ຂອງ​ຖະໜົນ​ຫົນທາງ. ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ໄດ້​ຖືກ​ລ່າມໂສ້​ຄຸມ​ໄປ ແລະ​ຖືກ​ແບ່ງປັນ​ໃຫ້​ພວກ​ທີ່​ຈັບ​ພວກເຂົາ​ໄປ​ນັ້ນ.


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka