Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:14 - ພຣະຄຳພີສັກສິ

14 ພວກ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ບາບີໂລນ ຈະ​ແລ່ນ​ປົບໜີໄປ​ສູ່​ບ້ານເມືອງ​ຂອງ​ພວກເຂົາ​ໂດຍ​ກະຈັດ​ກະຈາຍ​ໄປ ດັ່ງ​ກວາງ​ປົບ​ຄົນ​ໂຫ່ເນື້ອ ແລະ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້ລ້ຽງ.

Uka jalj uñjjattʼäta Copia luraña




ເອຊາຢາ 13:14
13 Jak'a apnaqawi uñst'ayäwi  

ມີກາອີຢາ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ກອງທັບ​ອິດສະຣາເອນ ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທັງ​ພູດອຍ ດັ່ງ​ຝູງແກະ​ທີ່​ບໍ່ມີ​ຜູ້ລ້ຽງ. ຝ່າຍ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ວ່າ, ‘ຄົນ​ເຫຼົ່ານີ້​ບໍ່ມີ​ຜູ້ນຳ; ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ເຮືອນ​ຢ່າງ​ສັນຕິສຸກ​ເຖີດ.”’


ເມື່ອ​ໃກ້​ຕາເວັນ​ຕົກ​ດິນ​ໄດ້​ມີ​ຄຳສັ່ງ​ອອກ​ທົ່ວ​ກອງທັບ​ອິດສະຣາເອນ​ວ່າ, “ໃຫ້​ທຸກຄົນ​ກັບຄືນ​ເມືອ​ປະເທດ​ແລະ​ບ້ານ​ເມືອງ​ຂອງຕົນ​ສາ.”


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ປະຊາຊົນ​ໄດ້​ປົບໜີ​ຈາກ​ຄົມ​ດາບ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ສັງຫານ​ພວກເຂົາ ຈາກ​ໜ້າທະນູ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ຍິງ​ໃສ່​ພວກເຂົາ ຈາກ​ໄພ​ອັນຕະລາຍ​ຂອງ​ເສິກ​ສົງຄາມ.


ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


ຢ່າ​ໃຫ້​ມີ​ການ​ເພາະປູກ ຫລື​ການ​ເກັບກ່ຽວ​ໃນ​ປະເທດ​ນີ້. ຊາວ​ຕ່າງດ້າວ​ທຸກໆຄົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈະ​ຢ້ານ​ກອງທັບ​ໂຈມຕີ ແລະ​ຈະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ.”


ຊາວ​ຕ່າງດ້າວ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ພະຍາຍາມ​ຊ່ວຍ​ບາບີໂລນ ແຕ່​ຊ້າ​ເກີນ​ໄປ​ສາ​ແລ້ວ. ບັດນີ້ ປ່ອຍ​ສາເທາະ ແລະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ສາ. ພຣະເຈົ້າ​ລົງໂທດ​ບາບີໂລນ​ດ້ວຍ​ຣິດທານຸພາບ​ທັງໝົດ​ຂອງ​ພຣະອົງ ແລະ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.”’


ກະສັດ​ແຫ່ງ​ອັດຊີເຣຍ ຜູ້​ສຳເລັດ​ຣາຊການ​ຂອງເຈົ້າ​ນັ້ນ​ຕາຍ​ສາ​ແລ້ວ ແລະ​ພວກ​ລ້ຽງແກະ​ຂອງເຈົ້າ​ກໍ​ນອນ​ຫລັບ​ໄປ​ເລີຍ ປະຊາຊົນ​ຂອງເຈົ້າ​ຖືກ​ກະຈັດ​ກະຈາຍ​ຢູ່​ຕາມ​ເທິງ​ພູ ແລະ​ບໍ່ມີ​ຜູ້ໃດ​ນຳ​ພວກເຂົາ​ກັບຄືນ​ມາ​ອີກ.


ເມື່ອ​ພຣະອົງ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ກັງວົນ​ເປັນທຸກໃຈ​ແລະ​ຂາດ​ທີ່​ເພິ່ງ ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ.


ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ ພຣະອົງ​ກໍ​ເຫັນ​ປະຊາຊົນ​ໝູ່ໃຫຍ່ ຈຶ່ງ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ເປັນ​ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ. ສະນັ້ນ ພຣະອົງ​ຈຶ່ງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ປະການ.


ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka