Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:13 - ພຣະຄຳພີສັກສິ

13 ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.

Uka jalj uñjjattʼäta Copia luraña




ເອຊາຢາ 13:13
27 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ໂລກ​ໄຫວຫວັ່ນ​ທັງ​ພື້ນດິນ​ສະເທືອນ ແລະ​ໂງ່ນຫີນ​ທີ່​ອູ້ມຊູ​ໂລກ​ກໍ​ຄອນແຄນ​ດ້ວຍ.


ເມື່ອ​ພຣະອົງ​ໂກດຮ້າຍ​ທົ່ວ​ທັງໂລກ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ຮາກຖານ​ຂອງ​ຜືນ​ແຜ່ນດິນ ທັງ​ໜ່ວຍ​ພູ​ທັງຫລາຍ​ກໍ​ຄອນແຄນ​ໄປ​ໝົດ ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ


ຄວາມ​ກິ້ວໂກດ​ຂອງ​ພຣະອົງ​ຢຽບຢໍ່າ​ຂ້ານ້ອຍ​ລົງ ການ​ໂຈມຕີ​ອັນ​ໜັກ​ກໍ​ທຳລາຍ​ຂ້ານ້ອຍ​ແລ້ວ.


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.


ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ຜູ້ໃດ​ທີ່​ຊອກຫາ​ປົບໜີ​ຈາກ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ກໍ​ຈະ​ຕົກລົງ​ໃນ​ຫລຸມ; ແລະ​ຜູ້ໃດ​ທີ່​ປົບໜີ​ຈາກ​ຫລຸມ​ກໍ​ຈະ​ຖືກ​ແຮ້ວ. ຫ່າຝົນ​ຈະ​ຕົກລົງ​ມາ​ຈາກ​ທ້ອງຟ້າ ແລະ​ຮາກຖານ​ຂອງ​ໂລກ​ກໍ​ຈະ​ສັ່ນ​ຄອນແຄນ​ໝົດ.


ໂລກ​ຈະ​ແຕກ​ເປັນ​ປ່ຽງ​ແລະ​ຍະ​ອອກ.


ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ຈະ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ. ທ້ອງຟ້າ​ຈະ​ດັບສູນ​ໄປ​ດັ່ງ​ໜັງສື​ມ້ວນ​ທີ່​ໄດ້​ມ້ວນ​ໄວ້ ແລະ​ດວງດາວ​ຈະ​ຕົກລົງ​ດັ່ງ​ໃບໄມ້​ທີ່​ຫລົ່ນ​ຈາກ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ


ຈົ່ງ​ແນມຂຶ້ນ​ສູ່​ຟ້າ​ສະຫວັນ​ແລະ​ເບິ່ງ​ທີ່​ແຜ່ນດິນ​ໂລກ​ດູ, ຟ້າ​ສະຫວັນ​ຈະ​ສູນຫາຍ​ໄປ​ດັ່ງ​ຄວັນໄຟ​ຟົ້ງ​ຂຶ້ນ; ສ່ວນ​ແຜ່ນດິນ​ໂລກ​ດັ່ງ​ເຄື່ອງນຸ່ງ​ເກົ່າ​ຂາດໄປ ທຸກຄົນ​ໃນ​ໂລກ​ກໍ​ຈະ​ຕາຍໄປ​ສິ້ນ. ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຂອງເຮົາ​ຈະ​ດຳລົງຢູ່​ສືບໆໄປ, ຄວາມ​ຊອບທຳ​ຂອງເຮົາ​ກໍ​ຈະ​ບໍ່​ສິ້ນສຸດ​ເລີຍ.


ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ ພຣະອົງ​ຈຶ່ງ​ທຳລາຍ​ດິນແດນ​ແລະ​ປະຊາຊົນ​ໃຫ້​ຈິບຫາຍ​ໄປ​ດັ່ງ​ໄຟ​ເຜົາຜານ ໂດຍ​ແຕ່ລະຄົນ​ໄດ້​ຮັບ​ໂທດ​ນັ້ນ​ເທົ່າກັນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.


ນາງ​ຮ້ອງ​ໃສ່​ທຸກຄົນ​ຜ່ານ​ໄປ​ວ່າ, “ເບິ່ງ​ຂ້ອຍ​ແດ່ ບໍ່ມີ​ຜູ້ໃດ​ທີ່​ເຈັບປວດ​ເໝືອນ​ດັ່ງ​ຂ້ອຍ ເປັນ​ຄວາມ​ເຈັບປວດ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ ໃຫ້​ຂ້ອຍ​ໄດ້​ຮັບ​ຄາວ​ທີ່​ພຣະອົງ​ໂກດຮ້າຍ.


ພຣະເຈົ້າຢາເວ​ເປັ່ງ​ສຽງ​ຮ້ອງ​ຈາກ​ພູເຂົາ​ຊີໂອນ ສຽງ​ພຣະອົງ​ດັງ​ສະໜັ່ນ​ຈາກ​ນະຄອນ​ເຢຣູຊາເລັມ​ພຸ້ນ; ຈັກກະວານ ແລະ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ​ຫວັ່ນໄຫວ ແຕ່​ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ໄວ້.


“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka