Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 13:12 - ພຣະຄຳພີສັກສິ

12 ຄົນ​ທີ່​ລອດຊີວິດ​ຈະ​ຫາ​ຍາກ​ກວ່າ​ຫາ​ຄຳ.

Uka jalj uñjjattʼäta Copia luraña




ເອຊາຢາ 13:12
11 Jak'a apnaqawi uñst'ayäwi  

ພວກເຂົາ​ຂີ່​ເຮືອ​ໄປ​ເມືອງ​ໂອເຟຍ ແລະ​ໄດ້​ນຳ​ເອົາ​ຄຳ​ໜັກ​ປະມານ​ສິບຫ້າ​ໂຕນ ມາ​ໃຫ້​ກະສັດ​ໂຊໂລໂມນ.


ໂອຟີ, ຮາວີລາ ແລະ​ໂຢບັບ, ຊົນຊາດ​ທັງໝົດ​ນີ້​ເປັນ​ເຊື້ອສາຍ​ຂອງ​ໂຢກທານ.


ແລະ​ຜູ້​ທີ່​ເອົາ​ພວກ​ລູກນ້ອຍ​ຂອງເຈົ້າ​ໄປ ຈັບ​ຟາດ​ພວກເຂົາ​ໃສ່​ໂງ່ນຫີນ.


ໃນ​ທ່າມກາງ​ບັນດາ​ສະຕຼີ​ຜູ້​ທີ່​ປະຈຳ​ຢູ່​ໃນ​ວັງ ກໍ​ມີ​ບັນດາ​ລູກສາວ​ຂອງ​ກະສັດ​ຢູ່​ນຳ​ດ້ວຍ ທີ່​ຂ້າງ​ຂວາ​ບັນລັງ​ນັ້ນ​ກໍ​ມີ​ຣາຊີນີ​ຢືນ​ຢູ່ ຜູ້​ທີ່​ຕົບແຕ່ງ​ດ້ວຍ​ເຄື່ອງເອ້​ເປັນ​ຄຳ​ແຫ່ງ​ໂອເຟຍ.


ຕົ້ນໄມ້​ພຽງ​ບໍ່​ທໍ່​ໃດ​ຕົ້ນ​ເທົ່ານັ້ນ​ຈະ​ເຫຼືອ​ຢູ່ ຊຶ່ງ​ແມ່ນແຕ່​ເດັກນ້ອຍ​ກໍ​ສາມາດ​ນັບ​ໄດ້.


ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຜູ້ຍິງ​ເຈັດ​ຄົນ​ຈະ​ຍາດ​ເອົາ​ຜູ້ຊາຍ​ຄົນດຽວ ພ້ອມ​ທັງ​ກ່າວ​ວ່າ, “ພວກເຮົາ​ລ້ຽງ​ແລະ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ຕົນເອງ​ໄດ້; ແຕ່​ໂຜດ​ໃຫ້​ພວກເຮົາ​ເອີ້ນ​ເຈົ້າ​ວ່າ​ເປັນ​ຜົວ​ຂອງ​ພວກເຮົາ​ເທີ້ນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ທົນ​ອັບອາຍ​ຂາຍໜ້າ​ຍ້ອນ​ຫາ​ຜົວ​ບໍ່ໄດ້.”


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ພຣະເຈົ້າຢາເວ​ຈະ​ກວາດຕ້ອນ​ເອົາ​ຝູງ​ຄົນ​ໃຫ້​ໜີໄປ​ໄກ ແລະ​ຈະ​ໃຫ້​ດິນດອນ​ຕ່ອນຫຍ້າ​ໂສກເສົ້າ​ຫງອຍເຫງົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka