10 ດວງດາວທັງຫລາຍແຫ່ງຟ້າສະຫວັນຈະຢຸດສ່ອງແສງ ດວງອາທິດຈະມືດດຳໄປ ເມື່ອມັນຂຶ້ນສູ່ຂອບຟ້າ ແລະດວງເດືອນກໍຈະບໍ່ສ່ອງແຈ້ງ.
ພຣະອົງດຶງຕາເວັນໄວ້ໄດ້ບໍ່ໃຫ້ມັນຂຶ້ນມາ ແລະໝູ່ດວງດາວບໍ່ໃຫ້ສ່ອງແສງຮຸ່ງແຈ້ງ.
ຍາມນັ້ນເຈົ້າຈະຢູ່ໃນຄວາມມືດມົວ ເປັນດັ່ງດວງອາທິດທີ່ອັບແສງ ດວງເດືອນແລະດວງດາວທີ່ບໍ່ແຈ້ງກະຈ່າງ ແລະເມກໝອກອັນມືດຄຶ້ມບໍ່ຜ່ານພົ້ນໄປຫລັງຈາກຝົນຕົກ.
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວຈະລົງໂທດບັນດາອຳນາດເບື້ອງເທິງ ແລະບັນດານັກປົກຄອງເບື້ອງລຸ່ມທີ່ເທິງແຜ່ນດິນໂລກນີ້.
ດວງຈັນຈະມືດມົວ ແລະດວງອາທິດຈະບໍ່ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຂຶ້ນເປັນກະສັດ. ພຣະອົງຈະປົກຄອງຢູ່ໃນນະຄອນເຢຣູຊາເລັມທີ່ເທິງພູເຂົາຊີໂອນ ແລະພວກຜູ້ນຳປະຊາຊົນຈະເຫັນສະຫງ່າຣາສີຂອງພຣະອົງ.
ອົງພຣະຜູ້ເປັນເຈົ້າລັ່ນປາກກ່າວຕໍ່ນະຄອນບາບີໂລນວ່າ, “ຈົ່ງນັ່ງໃນທີ່ງຽບສະຫງົບ ແລະໃນທີ່ມືດສາເຖີດ ເພາະເຈົ້າໄດ້ສູນເສຍຕໍ່າແໜ່ງຂອງເຈົ້າໄປ ຄືຕໍ່າແໜ່ງແຫ່ງຣາຊີນີຂອງບັນດາຊົນຊາດ
ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຮຮ້ອງໃສ່ຊາດອິດສະຣາເອນດັ່ງຄື້ນອຶກກະທຶກຂອງທະເລ. ເບິ່ງປະເທດນີ້ແມ ຊ່າງມືດມິດ ແລະທຸກລະທົມແທ້ ຄວາມສະຫວ່າງກາຍເປັນມືດມົວສາແລ້ວ.
ເຮົາໄດ້ຫົ່ມຟ້າສະຫວັນ ໃຫ້ມືດມົວສະຫລົວໄປ ດັ່ງເປັນການໄວ້ທຸກໃຫ້ຄົນທີ່ຕາຍໄປແລ້ວ.”
ແຜ່ນດິນໂລກແລະຟ້າສະຫວັນກໍສັ່ນສະເທືອນ ເມື່ອມັນພາກັນບຸກໜ້າເຂົ້າໄປນັ້ນ; ດວງອາທິດແລະດວງຈັນກໍຄ່ອຍມືດດຳໄປ ດວງດາວບໍ່ສ່ອງແສງຕໍ່ໄປອີກ.
ກ່ອນວັນອັນຍິ່ງໃຫຍ່ໜ້າຢ້ານຂອງພຣະເຈົ້າຢາເວມາເຖິງ ອາທິດຈະມືດມົວທັງເດືອນຈະເປັນສີແດງດັ່ງເລືອດ.
ສ່ວນດວງອາທິດ ແລະດວງເດືອນກໍຈະມືດມົວໄປ ດາວທັງຫລາຍຈະບໍ່ສ່ອງແສງຕໍ່ໄປອີກ.
ເປັນວັນທີ່ພຣະເຈົ້າຢາເວຈະໃຫ້ເກີດມືດມົນ ແຕ່ບໍ່ແມ່ນແສງແຈ້ງບໍ່ແມ່ນບໍ? ມັນເປັນວັນແຫ່ງຄວາມໂສກເສົ້າ ໂດຍບໍ່ມີຄວາມສະຫວ່າງໃດໆບໍ່ແມ່ນບໍ?
ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ.
ເມື່ອວັນນັ້ນມາເຖິງ ຈະບໍ່ມີໜາວຫລືມີນໍ້າກ້າມ
“ພໍໝົດຄວາມທຸກລຳບາກຂອງວັນເຫຼົ່ານັ້ນແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງຕໍ່ໄປ, ດວງດາວທັງຫລາຍຈະຕົກລົງຈາກທ້ອງຟ້າ ແລະສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ.
“ໃນວັນເຫຼົ່ານັ້ນ ຫລັງຈາກເວລາແຫ່ງຄວາມທຸກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງ,
“ຈະມີໝາຍສຳຄັນໃນດວງອາທິດ, ດວງຈັນ ແລະດວງດາວທັງປວງ ແລະຈະມີຄວາມທຸກຮ້ອນເທິງແຜ່ນດິນໂລກຕາມປະເທດຕ່າງໆ ຊຶ່ງມີຄວາມສະຫງົນສົນເທ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງຄື້ນ.
ກ່ອນວັນສຳຄັນ ແລະວັນຮຸ່ງເຮືອງ ຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ ດວງຕາເວັນຈະເກີດມືດມົວໄປ ດວງຈັນຈະກາຍເປັນເລືອດ.
ເມື່ອເທວະດາຕົນທີສີ່ໄດ້ເປົ່າແກຂຶ້ນ, ດວງອາທິດກໍຖືກທຳລາຍເສຍໜຶ່ງສ່ວນສາມ, ດວງຈັນ ແລະດວງດາວທັງຫລາຍກໍເໝືອນກັນ ຈຶ່ງມືດໄປໜຶ່ງສ່ວນສາມ, ກາງເວັນບໍ່ສະຫວ່າງໜຶ່ງສ່ວນສາມ ແລະໃນກາງຄືນກໍເໝືອນກັນ.