Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 12:2 - ພຣະຄຳພີສັກສິ

2 ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 12:2
41 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ບາງທີ​ຂ້ອຍ​ອາດ​ກ້າ​ພໍ​ທີ່​ຊ່ວຍ​ຂ້ອຍ​ເອງ​ໄດ້​ຈະ​ດີ ໃນ​ເມື່ອ​ຄົນຊົ່ວຊ້າ ເຂົາ​ບໍ່​ຫານ​ສູ້ໜ້າ​ກັບ​ພຣະເຈົ້າ.


ລາວ​ບໍ່​ກັງວົນ​ໃຈ ແລະ​ຢ້ານກົວ​ຕໍ່​ສິ່ງ​ໃດໆ ລາວ​ແນ່ໃຈ​ວ່າ​ຈະ​ໄດ້​ເຫັນ​ສັດຕູ​ພ່າຍແພ້.


ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ມີ​ອຳນາດ​ແຂງແຮງ​ຂຶ້ນ​ໃໝ່​ ພຣະອົງ​ໄດ້​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ຫວິດ​ພົ້ນ​ໂພຍໄພ.


ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ເພາະ​ພຣະອົງ​ໄດ້ຍິນ​ສຽງ​ທີ່​ຂ້ານ້ອຍ​ຮ້ອງຫາ​ແລ້ວ ແລະ​ໄດ້​ໂຜດ​ໃຫ້​ຂ້ານ້ອຍ ມີໄຊ​ຊະນະ​ແລ້ວ.


ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ສະຫວ່າງ ແລະ​ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ຜູ້ໃດ​ທັງນັ້ນ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ອັນຕະລາຍ​ທຸກຢ່າງ ແລະ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ.


ພຣະອົງ​ຕັ້ງ​ພູ​ຜາ​ໄວ້​ດ້ວຍ​ພະລັງ​ຂອງ​ພຣະອົງ ຊຶ່ງ​ສຳແດງ​ໃຫ້​ເຫັນ​ຣິດທະນຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ພຣະເຈົ້າ ແຫ່ງ​ຄວາມ​ລອດພົ້ນ. ພຣະເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຊ່ວຍກູ້​ໃຫ້​ພົ້ນ​ຈາກ​ຕາຍ​ໄດ້.


ແນ່ນອນ​ພຣະເຈົ້າ​ຈະ​ຕີ​ກະໂຫລກ​ຫົວ ພວກ​ສັດຕູ​ຂອງ​ພຣະອົງ​ໃຫ້​ໝຸ່ນ​ທະລາຍ ຄື​ພວກ​ທີ່​ຂືນ​ດຳເນີນ​ຊີວິດ ໃນ​ທາງ​ແຫ່ງ​ຄວາມ​ຜິດບາບ​ຂອງ​ເຂົາເຈົ້າ.


ຈົ່ງ​ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມຊື່​ເປັນ​ພຣະເຈົ້າຢາເວ​ພຽງແຕ່​ອົງດຽວ ເປັນ​ຜູ້ປົກຄອງ​ສູງສຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ ທີ່​ອາໄສ​ຢູ່​ທີ່​ພູເຂົາ​ຊີໂອນ​ວ່າ, “ຢ່າ​ສູ່​ຢ້ານ​ຊາວ​ອັດຊີເຣຍ​ເລີຍ ແມ່ນ​ວ່າ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ ດັ່ງ​ຊາວ​ເອຢິບ​ໄດ້​ເຮັດ​ມາ​ກໍຕາມ.


ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລືມໄລ​ພຣະເຈົ້າ​ຂອງ​ເຈົ້າ ຜູ້​ໄດ້​ຊ່ວຍກູ້​ເອົາ​ແລະ​ປ້ອງກັນ​ພວກເຈົ້າ​ໄວ້​ດັ່ງ​ໂງ່ນຫີນ​ທີ່​ແຂງແກ່ນ. ແຕ່​ພວກເຈົ້າ​ພັດ​ໄດ້​ເຮັດ​ສວນ​ສັກສິດ ເພື່ອ​ຂາບໄຫວ້​ພະ​ຕ່າງຊາດ.


ແຕ່​ຖ້າ​ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ຂອງເຮົາ ຕ້ອງການ​ໃຫ້​ເຮົາ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ ຈົ່ງ​ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ​ສາ. ຖືກ​ແລ້ວ ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ.”


ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ປິ່ນປົວ​ຂ້ານ້ອຍ​ໃຫ້​ຫາຍດີ ຂ້ານ້ອຍ​ຈະ​ດີດ​ກິດຕາ ແລະ​ສັນລະເສີນ​ພຣະອົງ ທັງ​ຮ້ອງລຳ​ທຳເພງ​ພ້ອມ​ຖວາຍ​ແດ່​ພຣະອົງ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາບເທົ່າ​ທີ່​ຍັງ​ມີ​ຊີວິດ​ຢູ່.”


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ພຣະເຈົ້າຢາເວ​ແຕ່ງຕັ້ງ​ຂ້ານ້ອຍ​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ ຄື​ອິດສະຣາເອນ​ທີ່​ແຕກ​ກະຈັດ​ກະຈາຍ ຄືນ​ມາ​ຫາ​ພຣະເຈົ້າ. ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ກຽດສັກສີ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ແຫ່ງ​ກຳລັງ​ຂອງ​ຂ້ານ້ອຍ.”


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”


ຈົ່ງ​ຍິນດີ​ແລະ​ເບີກບານ​ໃຈ​ຕະຫລອດໄປ​ໃນ​ສິ່ງ​ທີ່​ເຮົາ​ໄດ້ສ້າງ. ນະຄອນ​ເຢຣູຊາເລັມ​ໃໝ່​ທີ່​ເຮົາ​ນິຣະມິດ​ສ້າງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ປະຊາຊົນ​ໃນ​ນະຄອນ​ຈະ​ມີ​ແຕ່​ຄວາມສຸກ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຫຍັງ​ເລີຍ ຈາກ​ພະ​ຕ່າງຊາດ​ທີ່​ພວກ​ຂ້ານ້ອຍ​ນະມັດສະການ​ທີ່​ເທິງ​ເນີນພູ​ຕ່າງໆ ແລະ​ພູເຂົາ​ທັງຫຼາຍ​ນັ້ນ. ຄວາມພົ້ນ​ຂອງ​ຊາດ​ອິດສະຣາເອນ​ນັ້ນ​ມາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ແຕ່ເທົ່ານັ້ນ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ລົງ​ມາ​ຊ່ວຍກູ້​ເອົາ​ຊາຍ​ເຫຼົ່ານີ້​ທີ່​ຮັບໃຊ້ ແລະ​ໄວ້ວາງໃຈ​ໃນ​ພຣະອົງ. ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກຕົນ ແທນທີ່​ຈະ​ກົ້ມ​ລົງ ແລະ​ຂາບໄຫວ້​ພະ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຕົນເອງ.


ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ແຕ່​ຂ້ານ້ອຍ​ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ແລະ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ ແລະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ສັນຍາ ຄວາມພົ້ນ​ມີມາ​ໂດຍ​ທາງ​ພຣະເຈົ້າຢາເວ.”


ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.


ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ພວກເຂົາ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຄວາມ​ລອດພົ້ນ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ ແລະ ຂຶ້ນ​ກັບ​ພຣະ​ເມສານ້ອຍ.”


ນາງ​ຮັນນາ​ພາວັນນາ​ອະທິຖານ​ວ່າ, “ພຣະເຈົ້າຢາເວ​ເຮັດ​ໃຫ້​ຈິດໃຈ​ຂ້ານ້ອຍ ເຕັມລົ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ໃຫຍ່; ຂ້ານ້ອຍ​ດີໃຈ​ຫລາຍ ຍ້ອນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຫົວ​ເຍາະເຍີ້ຍ​ໃສ່​ເຫຼົ່າ​ສັດຕູ ເພາະ​ພຣະອົງ​ຊ່ວຍຊູ ຈຶ່ງ​ຊື່ນຊົມ​ຍິນດີ​ລົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka