Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 12:1 - ພຣະຄຳພີສັກສິ

1 ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ

Uka jalj uñjjattʼäta Copia luraña




ເອຊາຢາ 12:1
55 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”


ແລ້ວ​ຄວາມທຸກ​ລຳບາກ​ກໍ​ຈະ​ຫາຍ​ໄປ​ໝົດ ດັ່ງ​ນໍ້າ​ຖ້ວມ​ທີ່​ບົກລົງ ແລະ​ບໍ່ມີ​ຜູ້ໃດ​ຈົດຈຳ​ອີກ.


ບາງທີ​ຂ້ອຍ​ອາດ​ກ້າ​ພໍ​ທີ່​ຊ່ວຍ​ຂ້ອຍ​ເອງ​ໄດ້​ຈະ​ດີ ໃນ​ເມື່ອ​ຄົນຊົ່ວຊ້າ ເຂົາ​ບໍ່​ຫານ​ສູ້ໜ້າ​ກັບ​ພຣະເຈົ້າ.


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.


ພຣະອົງ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຽດ​ຫລາຍ ມີ​ຫລາຍກວ່າ​ທີ່​ຂ້ານ້ອຍ​ເຄີຍ​ມີ​ມາ​ກ່ອນ ທັງ​ຈະ​ປະເລົ້າ​ປະໂລມ​ຂ້ານ້ອຍ​ຄືນ​ໃໝ່​ອີກ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ຄືນ​ບ້ານ ໂຜດ​ລະຖິ້ມ​ຄວາມ​ບໍ່​ພໍໃຈ ທີ່​ພຣະອົງ​ມີ ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ເຖີດ.


ຂໍ​ຊົງ​ໂຜດ​ໃຫ້​ໝາຍສຳຄັນ​ແກ່​ຂ້ານ້ອຍ​ໄດ້​ເຫັນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແດ່ ເພື່ອ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ຈະ​ໄດ້​ອັບອາຍ​ຂາຍໜ້າ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຊົງ​ໃຫ້​ຄວາມ​ເລົ້າໂລມ​ໃຈ​ແກ່​ຂ້ານ້ອຍ ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ແກ່​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ ດ້ວຍ​ໝົດ​ຫົວໃຈ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບອກ​ເຖິງ​ສິ່ງ​ຍິ່ງໃຫຍ່ ທັງໝົດ​ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.


ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ເວລາ​ອັນ​ສັ້ນໆ​ເທົ່ານັ້ນ, ຕໍ່​ຈາກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກເຂົາ.


ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ຈະ​ມີ​ຖະໜົນ​ຫລວງ​ຈາກ​ອັດຊີເຣຍ ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ຜູ້​ລອດຕາຍ​ຢູ່​ໃນ​ທີ່ນັ້ນ​ເດີນທາງ​ອອກ​ມາ ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເດີນທາງ ເມື່ອ​ອອກມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ພຣະເຈົ້າຢາເວ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ ໄດ້​ບັນເທົາ​ຈາກ​ຄວາມ​ເຈັບປວດ ແລະ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ຈະ​ໃຫ້​ພວກເຂົາ​ພົ້ນ​ຈາກ​ການ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.


ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”


ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ໃນ​ດິນແດນ​ຢູດາຍ​ວ່າ: ເມືອງ​ຂອງ​ພວກເຮົາ​ໜາແໜ້ນ​ແລະ​ເຂັ້ມແຂງ ພຣະເຈົ້າ​ເອງ​ປ້ອງກັນ​ກຳແພງ​ເມືອງ​ໄວ້


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ! ໂອ ແຜ່ນດິນ​ໂລກ​ເອີຍ ຈົ່ງ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ! ຈົ່ງ​ໃຫ້​ພູເຂົາ​ທຸກໜ່ວຍ​ໂຮຮ້ອງ​ເປັນ​ສຽງ​ເພງ​ດັງໆ ພຣະເຈົ້າຢາເວ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ; ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ ພຣະອົງ​ຈະ​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ.


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


“ເຮົາ​ໄດ້​ປະຮ້າງ​ເຈົ້າ​ພຽງແຕ່​ໄລຍະ​ຊົ່ວຄາວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມຮັກ​ອັນ​ສຸດ​ຫົວໃຈ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


“ເຮົາ​ໄດ້​ສັນຍາ​ໄວ້​ໃນ​ສະໄໝ​ຂອງ​ໂນອາ​ວ່າ ເຮົາ​ຈະ​ບໍ່​ໃຫ້​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ເລີຍ. ບັດນີ້ ເຮົາ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເຮົາ​ຈະ​ບໍ່​ຕິຕຽນ​ຫລື​ຈະ​ບໍ່​ລົງໂທດ​ເຈົ້າ​ອີກ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ວ່າ, “ຊາວ​ຕ່າງດ້າວ​ຈະ​ສ້າງ​ກຳແພງ​ເຈົ້າ​ຂຶ້ນ​ໃໝ່ ກະສັດ​ຂອງ​ພວກເຂົາ​ກໍ​ຈະ​ມີ​ສິດ​ຮັບໃຊ້​ເຈົ້າ​ຄືກັນ ທີ່​ເຮົາ​ໄດ້​ລົງໂທດ​ເຈົ້າ​ໄປ​ເພາະ​ຄວາມ​ໂກດຮ້າຍ; ແຕ່​ບັດນີ້ ເຮົາ​ຈະ​ສຳແດງ​ຄວາມ​ເມດຕາ ເຮົາ​ຈະ​ໃຫ້​ຄວາມ​ປານີ​ຂອງເຮົາ​ແກ່​ເຈົ້າ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ພຣະອົງ​ຕ້ອນຮັບ​ຄົນ​ທີ່​ພົບ​ຄວາມ​ຊົມຊື່ນ​ຍິນດີ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄື​ຜູ້​ທີ່​ຈົດຈຳ​ວ່າ​ພຣະອົງ​ຢາກ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢ່າງໃດ. ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ກໍ​ຍັງ​ເຮັດ​ບາບ​ຕໍ່ໄປ; ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ຫຼາຍ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ສືບຕໍ່​ເຮັດ​ບາບ​ຕັ້ງແຕ່​ສະໄໝ​ບູຮານ​ມາ.


ຈົ່ງ​ຍິນດີ​ແລະ​ເບີກບານ​ໃຈ​ຕະຫລອດໄປ​ໃນ​ສິ່ງ​ທີ່​ເຮົາ​ໄດ້ສ້າງ. ນະຄອນ​ເຢຣູຊາເລັມ​ໃໝ່​ທີ່​ເຮົາ​ນິຣະມິດ​ສ້າງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ປະຊາຊົນ​ໃນ​ນະຄອນ​ຈະ​ມີ​ແຕ່​ຄວາມສຸກ.


ເຮົາ​ຈະ​ເລົ້າໂລມ​ພວກເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ດັ່ງ​ແມ່​ຜູ້ໜຶ່ງ​ເລົ້າໂລມ​ລູກ​ຂອງຕົນ.


ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.


ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.


ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.


ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ໃນ​ວັນນັ້ນ ແມ່ນແຕ່​ໝາກກະດິງ​ທີ່​ມັດ​ຄໍ​ມ້າ​ກໍ​ຈະ​ຂຽນ​ຖ້ອຍຄຳ​ວ່າ, “ບໍຣິສຸດ​ແດ່​ພຣະເຈົ້າຢາເວ.” ໝໍ້​ຄົວກິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ບໍຣິສຸດ ດັ່ງ​ຖ້ວຍ​ທີ່​ວາງ​ໄວ້​ຕໍ່ໜ້າ​ແທ່ນບູຊາ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.


ແຕ່​ບັດນີ້ ເຮົາ​ຈະ​ເຮັດ​ກັບ​ພວກ​ທີ່​ລອດຊີວິດ​ຂອງ​ຊົນຊາດ​ນີ້​ແຕກຕ່າງ​ອອກ​ໄປ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ດ້ວຍວ່າ, ຖ້າ​ຊົນຊາດ​ພວກເຮົາ​ຖືກ​ປະຖິ້ມ ອັນ​ເປັນ​ເຫດ​ໃຫ້​ມະນຸດ​ທັງ​ໂລກ ກັບຄືນ​ມາ​ເປັນ​ມິດ​ກັບ​ພຣະເຈົ້າ ການ​ທີ່​ພຣະເຈົ້າ​ຮັບ​ເອົາ​ພວກ​ຢິວ​ກັບຄືນ​ມາ​ຫາ​ພຣະອົງ​ນັ້ນ ກໍ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ກັບຄືນ​ມາ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka