8 ແມ່ນແຕ່ເດັກອ່ອນນ້ອຍກໍບໍ່ມີອັນຕະລາຍ ເມື່ອພວກເຂົາຫລິ້ນຢູ່ໃກ້ກັບງູມີພິດ.
ທົ່ງນາທີ່ເຈົ້າໄຖນັ້ນ ຈະບໍ່ມີຫີນເຈືອປົນ ໝູ່ສັດຮ້າຍກໍຈະບໍ່ມາວົນວາຍທຳຮ້າຍເຈົ້າ.
ລີ້ນຂອງພວກເຂົາຂ້າຄົນໄດ້ເໝືອນດັ່ງລີ້ນງູ ຄຳເວົ້າຂອງພວກເຂົາກໍເປັນດັ່ງພິດງູເຫົ່າ.
ແຕ່ເມື່ອເຈົ້າດື່ມລົງໄປແລ້ວ ເຈົ້າຈະຮູ້ສຶກເຈັບປວດດັ່ງຖືກງູພິດກັດ.
ງົວກັບໝີນັ້ນຈະກິນນຳກັນ ລູກພວກມັນຈະນອນຢ່າງເປັນສຸກລົ້ນ. ສ່ວນໂຕສິງນັ້ນກໍຈະກິນເຟືອງ ດັ່ງໂຕງົວກິນເຟືອງແລະຫຍ້າ.
ເທິງເນີນພູສັກສິດຂອງພຣະເຈົ້າຄືພູເຂົາຊີໂອນ ທີ່ນັ້ນຈະບໍ່ມີສິ່ງໃດໆທຳຮ້າຍ ແລະຊົ່ວຊ້າ. ຄົນທີ່ຮູ້ເຖິງພຣະເຈົ້າຢາເວຈະມີຢູ່ເຕັມດິນແດນ ດັ່ງທ້ອງທະເລຫລວງທີ່ເຕັມໄປດ້ວຍນໍ້າ.
ປະຊາຊົນຊາວຟີລິດສະຕິນເອີຍ ໄມ້ຄ້ອນທີ່ໃຊ້ຕີພວກເຈົ້ານັ້ນຫັກສາແລ້ວ ແຕ່ພວກເຈົ້າຢ່າສູ່ຟ້າວດີໃຈ. ເມືອງູໂຕໜຶ່ງຕາຍໄປ ງູໂຕໂຫດຮ້າຍທີ່ສຸດກໍຂຶ້ນມາແທນ ເໝືອນດັ່ງໄຂ່ງູຟັກອອກເປັນໂຕມັງກອນ.
ແຜນປອງຮ້າຍທີ່ພວກເຈົ້າໄດ້ວາງໄວ້ນັ້ນ ເຮັດໃຫ້ເຖິງຕາຍໄດ້ດັ່ງໄຂ່ຂອງງູພິດ. ເມື່ອໄຂ່ແຕກ ໂຕງູຈະອອກມາໂລດ ແຕ່ແຜນປອງຮ້າຍນັ້ນ ຈະບໍ່ເຮັດໃຫ້ພວກເຈົ້າດີຫຍັງເລີຍ ເພາະມັນບໍ່ມີປະໂຫຍດດັ່ງເຄື່ອງນຸ່ງທີ່ເຮັດດ້ວຍໃຍແມງມຸມ