6 ໝາໄນກັບແກະຈະຢູ່ນຳກັນຢ່າງສັນຕິສຸກ ແລະເສືອດາວຈະນອນຮ່ວມກັນກັບໂຕແບ້. ລູກງົວກັບລູກໂຕສິງຈະຫາຢູ່ຫາກິນນຳກັນ ແລະເດັກນ້ອຍກໍຈະດູແລສັດເຫຼົ່ານັ້ນ.
ທົ່ງນາທີ່ເຈົ້າໄຖນັ້ນ ຈະບໍ່ມີຫີນເຈືອປົນ ໝູ່ສັດຮ້າຍກໍຈະບໍ່ມາວົນວາຍທຳຮ້າຍເຈົ້າ.
ພຣະອົງຈະຕັດສິນການຂັດແຍ່ງ ໃນທ່າມກາງຊົນຊາດທັງຫລາຍ. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງຄາມອີກຈັກເທື່ອ.
ໝາປ່າແລະລູກແກະຈະກິນຮ່ວມກັນ ສິງຈະກິນເຟືອງເໝືອນງົວ ແລະງູພິດກໍຈະກິນຂີ້ດິນຢ່າງພໍໃຈ. ທີ່ຊີໂອນເທິງເນີນພູສັກສິດຂອງເຮົາ ຈະບໍ່ມີສິ່ງອັນຕະລາຍຫລືຊົ່ວຮ້າຍເລີຍ.” ພຣະເຈົ້າຢາເວກ່າວດັ່ງນັ້ນ.
ເຮົາຈະເຮັດພັນທະສັນຍາປະກັນຄວາມປອດໄພໃຫ້ແກ່ພວກເຂົາ. ເຮົາຈະກຳຈັດສັດຮ້າຍທັງໝົດອອກໄປຈາກດິນແດນ ເພື່ອແກະຂອງເຮົາຈະໄດ້ຢູ່ຢ່າງປອດໄພຕາມທົ່ງນາຫລືໃນປ່າ.
ໃນເວລານັ້ນ ເຮົາຈະເຮັດພັນທະສັນຍາກັບສັດປ່າແລະຝູງນົກທັງປວງ ເພື່ອວ່າພວກມັນຈະບໍ່ທຳຮ້າຍປະຊາຊົນຂອງເຮົາ. ເຮົາຈະເອົາອາວຸດແຫ່ງການຮົບເສິກໜີໄປຈາກດິນແດນ ຄືດາບແລະລູກທະນູ ແລະຈະໃຫ້ປະຊາຊົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍ ແລະປອດໄພ.
ດ້ວຍວ່າ, ອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງການກິນແລະການດື່ມ, ແຕ່ແມ່ນເລື່ອງຄວາມຊອບທຳ, ສັນຕິສຸກ ແລະຄວາມຊົມຊື່ນຍິນດີ ທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ.