5 ເພິ່ນຈະປົກຄອງຊົນຊາດຂອງເພິ່ນໂດຍຕົນເອງ ດ້ວຍຄວາມຍຸດຕິທຳແລະດ້ວຍຄວາມສັດຊື່.
ຂໍໃຫ້ມັນຫຸ້ມຫໍ່ຕົນຕົວໄວ້ເໝືອນດັ່ງເຄື່ອງນຸ່ງຖື ແລະອ້ອມເຂົາຢູ່ສະເໝີດັ່ງສາຍຮັດແອວໄວ້.
ໃນຄວາມຜ່າເຜີຍນັ້ນ ທ່ານຈົ່ງຂີ່ມ້າອອກໄປ ຈົ່ງມຸ່ງໜ້າສູ່ຄວາມມີໄຊ ເພື່ອປ້ອງກັນໄວ້ ຊຶ່ງຄວາມຈິງແລະຄວາມຍຸດຕິທຳ ກຳລັງທີ່ທ່ານມີຢູ່ຈະໃຫ້ທ່ານມີໄຊຍິ່ງໃຫຍ່
ພຣະອົງປົກຄອງທະເລກວ້າງທີ່ມີກຳລັງແຮງ ແລະເຮັດໃຫ້ຄື້ນແຫ່ງຄວາມໂມໂຫງຽບລົງໄດ້.
ພຣະເຈົ້າຢາເວຊົງເປັນກະສັດ ພຣະເຈົ້າຢາເວຊົງຫົ່ມດ້ວຍພຣະສະຫງ່າຣາສີແລະພະລັງ. ແຜ່ນດິນໂລກຕັ້ງຢູ່ບ່ອນເກົ່າຢ່າງໝັ້ນຄົງດີ ແລະບໍ່ສາມາດເໜັງຕີງຍ້າຍໄປມາໄດ້.
ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະຍ້ອງຍໍໃຫ້ກຽດພຣະອົງ ແລະສັນລະເສີນພຣະນາມພຣະເຈົ້າ. ພຣະອົງນັ້ນໄດ້ເຮັດສິ່ງອັດສະຈັນນາໆປະການ ພຣະອົງເຮັດຕາມແຜນການທີ່ຊົງໄດ້ວາງໄວ້.
ວັນໜຶ່ງຈະມາເຖິງ ຄືຈະມີກະສັດຄົນໜຶ່ງຜູ້ທີ່ປົກຄອງດ້ວຍຄວາມຊອບທຳ ແລະຜູ້ນຳພາຊາດທີ່ປົກຄອງດ້ວຍຄວາມຍຸດຕິທຳ.
ພຣະອົງຈະສວມຄວາມຍຸດຕິທຳໄວ້ ດັ່ງສວມເສື້ອຫຸ້ມເກາະ ແລະສວມໄຊຊະນະໄວ້ ດັ່ງໃສ່ໝວກແຫ່ງຄວາມພົ້ນ. ພຣະອົງຈະປະດັບຕົນເອງດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອເຮັດທຸກສິ່ງໃຫ້ຖືກຕ້ອງ ທັງລົງໂທດແລະແກ້ແຄ້ນຄວາມຜິດທີ່ປະຊາຊົນທົນທຸກ.
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ພຣະຣາຊອຳນາດຈະເພີ່ມຂຶ້ນຢູ່ສະເໝີ ພຣະຣາຊອານາຈັກຈະມີສັນຕິສຸກໄປເລື້ອຍໆ. ພຣະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫລັກຄືຄວາມຍຸດຕິທຳແລະຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ຈົນເຖິງເທົ່າອະວະສານ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດທຸກສິ່ງນີ້.
ເຮົາຈະຮັກສາຄຳສັນຍາວ່າເຈົ້າເປັນຂອງເຮົາ ແລ້ວເຈົ້າກໍຈະຮັບຮູ້ພຣະເຈົ້າຢາເວ.
ສິ່ງເຫຼົ່ານີ້ແຫຼະ ທີ່ພວກເຈົ້າຕ້ອງເຮັດຄື: ຈົ່ງກ່າວຄວາມຈິງຕໍ່ກັນແລະກັນ. ຈົ່ງໃຫ້ສານຂອງພວກເຈົ້າຕັດສິນຄວາມຢ່າງຍຸດຕິທຳອັນແທ້ຈິງ ຄືຄວາມຍຸດຕິທຳທີ່ຈະນຳໄປສູ່ຄວາມສະຫງົບສຸກ.
ໂດຍຖ້ອຍຄຳອັນສັດຈິງ ໂດຍຣິດອຳນາດຂອງພຣະເຈົ້າ ດ້ວຍອາວຸດຂອງຄວາມຊອບທຳ (ຊຶ່ງໃຊ້ສຳລັບມືຂວາແລະມືຊ້າຍ ໄວ້ໂຈມຕີແລະປ້ອງກັນຕົວດ້ວຍ).
ເຫດສະນັ້ນ ເຈົ້າທັງຫລາຍຈົ່ງຢຶດໝັ້ນເອົາຄວາມຈິງຄາດແອວໄວ້ ເອົາຄວາມຊອບທຳເປັນເຄື່ອງປ້ອງກັນເອິກໄວ້
ເຫດສະນັ້ນ ພຣະອົງຈຶ່ງຕ້ອງໄດ້ກາຍເປັນເໝືອນດັ່ງອ້າຍເອື້ອຍນ້ອງຂອງຕົນໃນທຸກຢ່າງ, ເພື່ອວ່າພຣະອົງຈະໄດ້ເປັນມະຫາປະໂຣຫິດ ຜູ້ປະກອບດ້ວຍຄວາມສັດຊື່ແລະມີໃຈເມດຕາ ໃນການບົວລະບັດຮັບໃຊ້ພຣະເຈົ້າ ເພື່ອນຳເຄື່ອງບູຊາໄປຖວາຍແທນບາບກຳຂອງປະຊາຊົນ.
ດ້ວຍວ່າ, ພຣະຄຣິດໄດ້ຮັບຄວາມທົນທຸກທໍລະມານທາງຮ່າງກາຍ ພວກເຈົ້າເອງກໍຕ້ອງເຮັດໃຫ້ຕົນເຂັ້ມແຂງ ໂດຍມີຄວາມຄິດຢ່າງດຽວກັບພຣະອົງ ເພາະຜູ້ທີ່ໄດ້ທົນທຸກທໍລະມານທາງຮ່າງກາຍ ກໍບໍ່ພົວພັນໃນຄວາມຜິດບາບອີກຕໍ່ໄປ.
ຖ້າເຮົາທັງຫລາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫລາຍຈາກການອະທຳໝົດສິ້ນ.
ແລະໃນທ່າມກາງຄັນຕະກຽງຄຳເຫຼົ່ານັ້ນ, ມີຜູ້ໜຶ່ງເໝືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ.
“ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ, ນີ້ເປັນຖ້ອຍຄຳຂອງພຣະອົງທີ່ເປັນ ອາແມນ ພຣະອົງຜູ້ເປັນພະຍານຜູ້ສັດຊື່ແລະຍຸດຕິທຳ ພຣະອົງເປັນຕົ້ນກຳເນີດ ແຫ່ງສິ່ງສາລະພັດທີ່ພຣະເຈົ້າຊົງສ້າງໄວ້ ຊົງກ່າວດັ່ງນີ້ວ່າ,