3 ແລະເພິ່ນຈະຊົມຊື່ນດ້ວຍຄວາມຢຳເກງພຣະເຈົ້າຢາເວ ເພິ່ນຈະບໍ່ຕັດສິນຕາມຕາເຫັນ ຫລືຕາມຄຳທີ່ຄົນເວົ້າ;
ຂ້ານ້ອຍຄິດວ່າຄຳສັນຍາຂອງທ່ານຈະເຮັດໃຫ້ຂ້ານ້ອຍພົ້ນໄດ້ ເພາະກະສັດກໍປຽບດັ່ງເທວະດາຂອງພຣະເຈົ້າ ທີ່ແຍກຄວາມດີອອກຈາກຄວາມຊົ່ວໄດ້. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານສະຖິດຢູ່ກັບທ່ານເຖີດ.”
ກະສັດຕອບນາງວ່າ, “ໃຫ້ເຈົ້າກັບເມືອສາ ເຮົາຈະຈັດການເລື່ອງນີ້ເອງ.”
ເມື່ອປະຊາຊົນອິດສະຣາເອນໄດ້ຍິນຄຳຕັດສິນຂອງກະສັດໂຊໂລໂມນແລ້ວ ພວກເຂົາທຸກຄົນຕ່າງກໍໃຫ້ຄວາມນັບຖືຢ່າງສູງສົ່ງ ແລະຢ່າງເຕັມຈິດເຕັມໃຈແກ່ເພິ່ນ ເພາະພວກເຂົາຮູ້ວ່າ ພຣະເຈົ້າໃຫ້ເພິ່ນໄດ້ຮັບສະຕິປັນຍາເພື່ອຕັດສິນຄະດີຢ່າງຍຸດຕິທຳ.
ສະນັ້ນ ຂໍພຣະອົງໂຜດໃຫ້ສະຕິປັນຍາແກ່ຂ້ານ້ອຍ ເພື່ອຈະປົກຄອງປະຊາຊົນຂອງພຣະອົງຢ່າງຍຸດຕິທຳ ແລະເພື່ອຈະຮູ້ຈັກຄວາມແຕກຕ່າງລະຫວ່າງຄວາມດີແລະຄວາມຊົ່ວ. ຖ້າບໍ່ດັ່ງນັ້ນແລ້ວ ຂ້ານ້ອຍຈະປົກຄອງປະຊາຊົນທີ່ສຳຄັນຫລາຍຂອງພຣະອົງນີ້ໄດ້ຢ່າງໃດ?”
ແຕ່ດັ່ງລີ້ນພວກເຈົ້າມັກຊີມຣົດອາຫານສັນໃດ ຫູພວກເຈົ້າກໍຄັນມັກຟັງຄຳຄົນເວົ້າສັນນັ້ນ.
ພວກເຈົ້າຮູ້ວ່າອາຫານແຊບ ເມື່ອພວກເຈົ້າຊີມມັນ ແຕ່ເມື່ອໄດ້ຍິນຄຳເວົ້າອັນມີປັນຍາພັດເຂົ້າໃຈບໍ່ໄດ້.
ຖ້າເຮັດເຊັ່ນນີ້ ເຈົ້າກໍຈະຮູ້ຈັກຄວາມຢຳເກງພຣະເຈົ້າຢາເວ ແລະເຈົ້າຈະບັນລຸຜົນສຳເລັດໃນການຮຽນຮູ້ເຖິງພຣະເຈົ້າ.
ຖ້າເຈົ້າເຊື່ອຟັງເຮົາ ເຈົ້າກໍຈະຮູ້ຈັກສິ່ງທີ່ຖືກຕ້ອງ ສິ່ງທີ່ເປັນທຳແລະສິ່ງທີ່ດີງາມ, ເຈົ້າຈະເຂົ້າໃຈແນວທາງອັນດີງາມທຸກຢ່າງ.
ແລະໃຫ້ປະເທດຊາດມີຄວາມໝັ້ນຄົງດີ. ພຣະອົງປົກປ້ອງປະຊາຊົນຂອງພຣະອົງຢູ່ສະເໝີ ແລະໃຫ້ພວກເຂົາມີສະຕິປັນຍາ ແລະຄວາມຮອບຮູ້. ຊັບສົມບັດອັນຍິ່ງໃຫຍ່ທີ່ສຸດຂອງພວກເຂົາ ແມ່ນການຢຳເກງພຣະເຈົ້າຢາເວ.
ພື້ນທີ່ນີ້ຈະເປັນສ່ວນຂອງເຈົ້າຊາຍຜູ້ຈະປົກຄອງໄດ້ຮັບຢູ່ໃນດິນແດນອິດສະຣາເອນ ເພື່ອວ່າເພິ່ນຈະບໍ່ຂົ່ມເຫັງປະຊາຊົນອີກຕໍ່ໄປ, ແຕ່ຈະໃຫ້ດິນແດນສ່ວນທີ່ເຫຼືອຂອງປະເທດນັ້ນ ເປັນຂອງປະຊາຊົນອິດສະຣາເອນເຜົ່າຕ່າງໆ.
ພຣະອົງຈະໄກ່ເກ່ຍນາໆຊາດທີ່ຜິດຖຽງກັນ ທ່າມກາງມະຫາອຳນາດທີ່ຢູ່ໄກແລະຢູ່ໃກ້. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕັດກິ່ງໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກກັນອີກຕໍ່ໄປ ທັງຈະບໍ່ຕຽມເຮັດເສິກກັນອີກຈັກເທື່ອ.
ພຣະເຢຊູເຈົ້າໄດ້ຈະເລີນເຕີບໃຫຍ່ຂຶ້ນ ໃນດ້ານສະຕິປັນຍາ ແລະໃນດ້ານຮ່າງກາຍ ເປັນທີ່ພໍພຣະໄທຕໍ່ພຣະເຈົ້າແລະຕໍ່ມະນຸດດ້ວຍ.
ພຣະອົງບໍ່ຕ້ອງການໃຫ້ຜູ້ໃດບອກພຣະອົງເຖິງເລື່ອງຂອງມະນຸດ ເພາະພຣະອົງເອງຮູ້ດີວ່າ ມີຫຍັງແດ່ຢູ່ໃນໃຈຂອງມະນຸດ.
ຢ່າຕັດສິນຕາມທີ່ເຫັນພາຍນອກ ແຕ່ຈົ່ງຕັດສິນຕາມທາງຍຸດຕິທຳ.”
ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່ແລ້ວ ຄືສຳລັບຜູ້ທີ່ໄດ້ຮັບການຝຶກຫັດອົບຮົມ ໃຫ້ສາມາດສັງເກດວ່າ ສິ່ງໃດດີແລະສິ່ງໃດຊົ່ວ.
ແຕ່ພຣະເຈົ້າຢາເວກ່າວຕໍ່ເພິ່ນວ່າ, “ຢ່າໄດ້ສົນໃຈນຳຄວາມສູງ ແລະຄວາມງາມຂອງລາວເລີຍ. ເຮົາບໍ່ຮັບເອົາລາວເພາະການເບິ່ງຂອງພຣະເຈົ້າຢາເວບໍ່ຄືການເບິ່ງຂອງມະນຸດ. ມະນຸດເບິ່ງພາຍນອກແຕ່ພຣະເຈົ້າຢາເວເບິ່ງພາຍໃນຈິດໃຈ.”