ເອຊາຢາ 11:15 - ພຣະຄຳພີສັກສິ15 ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້. Uka jalj uñjjattʼäta |
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.
ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄືອົງທີ່ໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ເຮັດການອັດສະຈັນຜ່ານທາງໂມເຊນັ້ນ ໂດຍໄດ້ແຍກນໍ້າທະເລອອກ ແລະນຳປະຊາຊົນຂອງພຣະອົງຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນຳຊື່ສຽງອັນຕະຫລອດໄປມາສູ່ພຣະອົງ.” ໂດຍມີອົງພຣະຜູ້ເປັນເຈົ້ານຳພາ ພວກເຂົາບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງໝັ້ນຄົງດັ່ງມ້າ.