13 ອານາຈັກເອຟຣາອິມຈະບໍ່ອິດສາຢູດາຍອີກຕໍ່ໄປ ແລະອານາຈັກຢູດາຍຈະບໍ່ເປັນສັດຕູຂອງເອຟຣາອິມດ້ວຍ.
ປະຊາຊົນຂອງເຜົ່າມານາເຊ ແລະຂອງເຜົ່າເອຟຣາອິມໄດ້ສູ້ຮົບກັນ ແລະພວກເຂົາຮ່ວມກັນໂຈມຕີຢູດາຍ. ເຖິງປານນັ້ນກໍຕາມ ພຣະອົງຍັງບໍ່ເຊົາໂກດຮ້າຍ, ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຂົາ.
ໃນວັນນັ້ນ ເຊື້ອສາຍຂອງຢູດາຈະຮ່ວມກັບເຊື້ອສາຍຂອງອິດສະຣາເອນ ແລະພວກເຂົາຈະກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນທາງທິດເໜືອພ້ອມກັນ ແລະຈະຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາ ເປັນກຳມະສິດອັນຖາວອນ.”
“ພວກເຈົ້າບໍ່ໄດ້ສັງເກດເບິ່ງບໍສິ່ງທີ່ຄົນກຳລັງເວົ້າກັນວ່າ ພຣະເຈົ້າຢາເວໄດ້ປະຖິ້ມອິດສະຣາເອນ ແລະຢູດາ ສອງຄອບຄົວທີ່ເຮົາໄດ້ເລືອກເອົານັ້ນ? ສະນັ້ນ ພວກເຂົາຈຶ່ງໝິ່ນປະໝາດຄົນຂອງເຮົາ ແລະບໍ່ໄດ້ຖືວ່າພວກເຂົາເປັນຊົນຊາດໜຶ່ງອີກຕໍ່ໄປ.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ທັງອິດສະຣາເອນ ແລະຢູດາຈະຮ້ອງໄຫ້ ສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ເຮົາຈະນຳປະຊາຊົນອິດສະຣາເອນ ກັບຄືນມາຈາກຊົນຊາດຕ່າງໆທີ່ພວກເຂົາໄດ້ຖືກກະຈັດກະຈາຍໄປນັ້ນ ແລະຊົນຊາດທັງປວງຈະຮູ້ວ່າເຮົາບໍຣິສຸດ. ປະຊາຊົນອິດສະຣາເອນຈະອາໄສຢູ່ໃນດິນແດນຂອງຕົນເອງ ຄືດິນແດນທີ່ເຮົາໄດ້ມອບໃຫ້ຢາໂຄບ ຜູ້ຮັບໃຊ້ຂອງເຮົາ.
ປະຊາຊົນຢູດາແລະອິດສະຣາເອນຈະຮ່ວມເຂົ້າກັນອີກ. ພວກເຂົາຈະເລືອກເອົາຜູ້ນຳຄົນດຽວສຳລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ວັນຂອງຢິດຊະເຣນ ຈະເປັນວັນຍິ່ງໃຫຍ່!