Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 11:12 - ພຣະຄຳພີສັກສິ

12 ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນຍານ ເພື່ອ​ສະແດງ​ໃຫ້​ຊົນຊາດ​ຕ່າງໆ​ຮູ້​ວ່າ ພຣະອົງ​ກຳລັງ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າກັນ ຄື​ປະຊາຊົນ​ຂອງ​ອິດສະຣາເອນ​ແລະ​ຢູດາຍ ທີ່​ກະຈັດ​ກະຈາຍ​ຢູ່​ຕາມ​ທິດ​ທັງ​ສີ່​ຂອງ​ໂລກ​ນັ້ນ​ໃຫ້​ກັບຄືນ​ມາ.

Uka jalj uñjjattʼäta Copia luraña




ເອຊາຢາ 11:12
33 Jak'a apnaqawi uñst'ayäwi  

ແລະ​ໄດ້​ນຳ​ກັບຄືນ​ມາ​ຈາກ​ຕ່າງ​ປະເທດ ຄື​ຈາກ​ທິດ​ຕາເວັນອອກ ແລະ​ຈາກ​ທິດ​ຕາເວັນຕົກ ຈາກ​ທິດເໜືອ ແລະ​ຈາກ​ທິດໃຕ້.


ພຣະເຈົ້າຢາເວ​ກຳລັງ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ພຣະອົງ​ກຳລັງ​ນຳ​ພວກ​ທີ່​ຖືກ​ຈັບ​ໄປ​ນັ້ນ​ກັບຄືນ​ມາ.


ພຣະອົງ​ຕັກເຕືອນ​ພວກ​ທີ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຫລົບ​ໜີ​ຈາກ​ການທຳລາຍ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ສັດຕູ​ຂອງ​ພວກເຈົ້າ ໃຫ້​ຄືນ​ມາ​ຈາກ​ບາຊານ ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ໃຫ້​ກັບຄືນ​ມາ ຈາກ​ບ່ອນ​ເລິກ​ສຸດ​ຂອງ​ມະຫາສະໝຸດ​ນັ້ນ


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ຈົ່ງ​ຟັງ​ເດີ ໝົດ​ທຸກຄົນ​ທີ່​ຢູ່​ໃນ​ໂລກນີ້ ຈົ່ງ​ເບິ່ງ​ທຸງໄຊ​ອັນ​ເປັນ​ສັນຍານ​ທີ່​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ຈອມ​ພູເຂົາ ຈົ່ງ​ຟັງ​ສຽງ​ເປົ່າ​ເຂົາສັດ


ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ເຮົາ​ຈະ​ບອກ​ທິດເໜືອ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ບອກ​ທິດໃຕ້​ບໍ່​ໃຫ້​ຈ່ອງດຶງ​ພວກເຂົາ​ໄວ້. ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໃຫ້​ຄືນມາ​ແຕ່​ທີ່​ໄກຫ່າງ ຈາກ​ທຸກໆ​ມຸມ​ແຜ່ນດິນ​ໂລກ​ພຸ້ນ​ເດີ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ດັ່ງນີ້, “ເຮົາ​ຈະ​ໃຫ້​ສັນຍານ​ແກ່​ຊົນຊາດ​ທັງຫລາຍ ແລະ​ພວກເຂົາ​ຈະ​ອຸ້ມ​ລູກໆ​ຂອງ​ເຈົ້າ​ກັບ​ມາ​ບ້ານ.


ພຣະເຈົ້າຢາເວ​ແຕ່ງຕັ້ງ​ຂ້ານ້ອຍ​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ ຄື​ອິດສະຣາເອນ​ທີ່​ແຕກ​ກະຈັດ​ກະຈາຍ ຄືນ​ມາ​ຫາ​ພຣະເຈົ້າ. ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ກຽດສັກສີ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ແຫ່ງ​ກຳລັງ​ຂອງ​ຂ້ານ້ອຍ.”


“ເຮົາ​ໄດ້​ປະຮ້າງ​ເຈົ້າ​ພຽງແຕ່​ໄລຍະ​ຊົ່ວຄາວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມຮັກ​ອັນ​ສຸດ​ຫົວໃຈ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ທີ່​ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ກັບຄືນ​ມາ​ແຕ່​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໄດ້​ສັນຍາ​ວ່າ ພຣະອົງ​ຍັງ​ຈະ​ນຳ​ປະຊາຊົນ​ອື່ນໆ​ມາ​ຮ່ວມ​ກັບ​ພວກເຂົາ.


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ຈົ່ງ​ເບິ່ງ​ຮອບ​ຕົວ​ເຈົ້າ ແລະ​ເຫັນ​ຫຍັງ​ເກີດຂຶ້ນ​ແດ່ ຄື​ປະຊາຊົນ​ຂອງເຈົ້າ​ທັງໝົດ​ໄດ້​ເຕົ້າໂຮມ​ກັນ​ກັບຄືນ​ມາ ພວກ​ລູກຊາຍ​ຂອງເຈົ້າ​ຈະ​ມາ​ຈາກ​ທີ່​ຫ່າງໄກ ພວກ​ລູກສາວ​ຂອງເຈົ້າ​ຈະ​ຖືກ​ອູ້ມ​ມາ​ດັ່ງ​ເດັກນ້ອຍ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ຈົ່ງ​ໃຫ້​ສັນຍານ​ບຸກໂຈມຕີ​ກຳແພງ​ຂອງ​ນະຄອນ​ບາບີໂລນ. ຈົ່ງ​ຈັດການ​ເວນຍາມ​ໃຫ້​ເຂັ້ມແຂງ ໃຫ້​ວາງ​ຄົນ​ຍາມ​ປະຈຳ​ທີ່ ຈົ່ງ​ຕັ້ງ​ຄົນ​ດັກສະກັດ​ໄວ້.” ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ ຈະ​ຕ້ອງ​ເຮັດ​ກັບ​ປະຊາຊົນ​ຂອງ​ບາບີໂລນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ຊົນຊາດ​ທັງປວງ​ຈະ​ຮູ້ວ່າ​ເຮົາ​ບໍຣິສຸດ. ປະຊາຊົນ​ອິດສະຣາເອນ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ ຄື​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ຢາໂຄບ ຜູ້ຮັບໃຊ້​ຂອງເຮົາ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ລູກ​ເອີຍ ຈົ່ງ​ຮ້ອງຂໍ​ຕໍ່​ແມ່​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ນາງ​ບໍ່ແມ່ນ​ເມຍ​ຂອງເຮົາ​ອີກ​ຕໍ່ໄປ​ກໍຕາມ ແລະ​ເຮົາ​ກໍ​ບໍ່ແມ່ນ​ຜົວ​ຂອງ​ນາງ​ອີກ​ກໍດີ. ຈົ່ງ​ຮ້ອງຂໍ​ໃຫ້​ນາງ​ເຊົາ​ຫລີ້ນຊູ້​ແລະ​ເຊົາ​ເປັນ​ໂສເພນີ.


ແມ່ນແຕ່​ຈາກ​ທີ່​ຫ່າງ​ໄກ​ສຸດ​ຂອງ​ເອທິໂອເປຍ ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ພວກເຂົາ​ກໍ​ຈະ​ນຳ​ເຄື່ອງ​ມາ​ຖວາຍ​ແກ່​ເຮົາ.


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເຮົາ​ຈະ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ດິນແດນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ນັ້ນ


ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?


ເຮົາ​ຈະ​ຕ້ອງ​ລົງ​ມື​ທຳລາຍ ພວກ​ເຂົາເຈົ້າ​ໃຫ້​ສິ້ນ​ເຊື້ອສາຍ ເພື່ອ​ຈະ​ບໍ່ມີ​ໃຜ​ອາໄລ​ອາວອນ ຫວນ​ຈົດຈຳ​ພວກເຂົາ​ໄດ້​ອີກ.


ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ. ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນດິນ​ໂລກ ຫ້າມ​ລົມ​ທັງ​ສີ່​ທິດ​ບໍ່​ໃຫ້​ພັດ​ໃສ່​ແຜ່ນດິນ ຫລື​ໃສ່​ທະເລ ຫລື​ໃສ່​ຕົ້ນໄມ້​ໃດໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka