Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 11:11 - ພຣະຄຳພີສັກສິ

11 ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.

Uka jalj uñjjattʼäta Copia luraña




ເອຊາຢາ 11:11
69 Jak'a apnaqawi uñst'ayäwi  

ອານາຈັກ​ທຳອິດ​ທີ່​ນິມໂຣດ​ໄດ້​ປົກຄອງ​ມີ: ບາບີໂລນ, ເອເຣັກ ແລະ​ອັກກາດ. ເມືອງ​ທັງ​ສາມ​ນີ້​ຢູ່​ໃນ​ບາບີໂລນ.


ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ​ອາຣາມ; ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ເມື່ອ​ພວກເຂົາ​ທ່ອງທ່ຽວ​ໄປ​ທາງທິດ​ຕາເວັນອອກ ຈຶ່ງ​ພົບ​ທົ່ງ​ຮາບພຽງ​ແຫ່ງ​ໜຶ່ງ​ທີ່​ບາບີໂລນ ແລະ​ພາກັນ​ຕັ້ງ​ຖິ່ນຖານ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ.


ມີ​ກະສັດ​ສີ່​ຄົນ​ດັ່ງນີ້: ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ, ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ, ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ ແລະ​ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ;


ສາຍ​ທີ​ສອງ​ຊື່​ວ່າ ກີໂຮນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ກູເຊ.


ກະສັດ​ອັດຊີເຣຍ​ໄດ້​ນຳ​ເອົາ​ປະຊາຊົນ​ແຕ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ບາບີໂລນ, ເມືອງກຸດ, ເມືອງ​ອີວາ, ເມືອງ​ຮາມັດ ແລະ​ເມືອງ​ເສຟາກວາອິມ ໃຫ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ຊາມາເຣຍ ແທນ​ພວກ​ອິດສະຣາເອນ​ທີ່​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຂົາ​ໄດ້​ເຂົ້າ​ມາ​ຄອບຄອງ​ດິນແດນ ແລະ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້.


ກະສັດ​ເຊເຊັດ​ໄດ້​ກຳນົດ​ພາສີ​ແຮງງານ​ແກ່​ຄົນ​ທີ່​ຢູ່​ຕາມ​ຊາຍຝັ່ງ​ທະເລ​ຂອງ​ອານາຈັກ ແລະ​ຄົນ​ທີ່​ຢູ່​ພາຍ​ໃນ​ອານາຈັກ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ສັດຕູ​ຂອງ​ພວກເຈົ້າ ໃຫ້​ຄືນ​ມາ​ຈາກ​ບາຊານ ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ໃຫ້​ກັບຄືນ​ມາ ຈາກ​ບ່ອນ​ເລິກ​ສຸດ​ຂອງ​ມະຫາສະໝຸດ​ນັ້ນ


ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ອິດສະຣາເອນ​ທີ່​ລອດຕາຍ​ມາ​ໄດ້ ຈະ​ບໍ່​ເພິ່ງພາ​ອາໄສ​ຊາດ​ທີ່​ເກືອບ​ຈະ​ທຳລາຍ​ພວກເຂົາ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ໄວ້ວາງໃຈ​ຢ່າງ​ແທ້ຈິງ​ໃນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ເຮົາ​ໄດ້​ຕີ​ຊະນະ​ເມືອງ​ຕ່າງໆ​ຂອງ​ການໂນ ແລະ​ກາກເກມິດ ເມືອງ​ຕ່າງໆ​ຂອງ​ຮາມັດ ແລະ​ອັກປັດ. ເຮົາ​ໄດ້​ຕີ​ຊະນະ​ນະຄອນ​ຊາມາເຣຍ ແລະ​ນະຄອນ​ດາມັສກັດ.


ຈະ​ມີ​ຖະໜົນ​ຫລວງ​ຈາກ​ອັດຊີເຣຍ ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ຜູ້​ລອດຕາຍ​ຢູ່​ໃນ​ທີ່ນັ້ນ​ເດີນທາງ​ອອກ​ມາ ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເດີນທາງ ເມື່ອ​ອອກມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ພຣະເຈົ້າຢາເວ​ຈະ​ປາກົດ​ພຣະອົງເອງ​ໃຫ້​ຊາວ​ເອຢິບ​ໄດ້​ເຫັນ ແລ້ວ​ໃນວັນນັ້ນ​ພວກເຂົາ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ ແລະ​ນະມັດສະການ​ພຣະອົງ ທັງ​ຈະ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ພຣະອົງ​ດ້ວຍ. ພວກເຂົາ​ຈະ​ເຮັດ​ສັນຍາ​ສາບານຕົວ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກະທຳ​ໃຫ້​ສັນຍາ​ນັ້ນ​ສຳເລັດ​ແລ້ວ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ຊາວ​ເອຢິບ, ແຕ່​ຈະ​ປິ່ນປົວ​ພວກເຂົາ​ໃຫ້​ດີ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ແລະ​ພຣະອົງ​ຈະ​ຟັງ​ຄຳ​ພາວັນນາ​ອະທິຖານ ແລະ​ປິ່ນປົວ​ພວກເຂົາ​ໃຫ້​ດີ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ພວກ​ທະຫານ​ຈາກ​ດິນແດນ​ເອລາມ​ໄດ້​ຂີ່​ມ້າ​ມາ ພ້ອມ​ທັງ​ມີ​ໜ້າທະນູ ແລະ​ລູກທະນູ​ຄົບມື. ພວກ​ທະຫານ​ຈາກ​ດິນແດນ​ກີຣະ ກໍ​ມີ​ໂລ້​ຂອງ​ພວກເຂົາ​ຕຽມໄວ້​ພ້ອມ.


ແລະ​ຜູ້​ທີ່​ຢູ່​ທາງທິດ​ຕາເວັນອອກ​ກໍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ. ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ​ຈະ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ພວກ​ທີ່​ລອດຊີວິດ​ຢູ່​ໃນ​ຢູດາຍ​ຈະ​ຮຸ່ງເຮືອງ​ຂຶ້ນ ດັ່ງ​ຕົ້ນໄມ້​ທີ່​ຢັ່ງຮາກ​ລົງ​ເລິກ​ໃນ​ພື້ນດິນ ແລະ​ເກີດ​ໝາກ​ໄດ້​ຫລາຍ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ


ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ແດນ​ຫ່າງໄກ ຈົ່ງ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າຢາເວ


ລາວ​ຈະ​ບໍ່​ເສຍຫວັງ​ຫລື​ຄວາມ​ກ້າຫານ​ໃດໆ ລາວ​ຈະ​ຕັ້ງ​ຄວາມ​ຍຸດຕິທຳ​ເທິງ​ແຜ່ນດິນ​ໂລກ. ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ທັງຫລາຍ ສົນໃຈ​ລໍຖ້າ​ໃນ​ຄຳ​ສັ່ງສອນ​ຂອງ​ລາວ​ທັງນັ້ນ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ພວກເຂົາ​ຈະ​ມາ​ຈາກ​ດິນແດນ​ຫ່າງໄກ ທິດເໜືອ ທິດ​ຕາເວັນຕົກ ອາຊວານ ທິດໃຕ້.”


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ສິມຣິ, ເອລາມ ແລະ​ເມເດຍ;


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ແຄມຝັ່ງ​ໄກຫ່າງ. ເຮົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ກະຈັດ​ກະຈາຍ​ໄປ ແຕ່​ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ ແລະ​ດູແລ​ພວກເຂົາ​ໃໝ່​ອີກ ຄົນລ້ຽງແກະ​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ສັນໃດ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຂອງເຮົາ​ສັນນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ນະຄອນ​ດາມັສກັດ​ວ່າ, “ປະຊາຊົນ​ໃນ​ເມືອງ​ຮາມັດ​ແລະ​ອັກປັດ ຕ່າງ​ກໍ​ກະວົນ​ກະວາຍ ແລະ​ເດືອດຮ້ອນ​ຍ້ອນ​ພວກເຂົາ​ໄດ້ຍິນ​ຂ່າວ​ບໍ່​ດີ. ຄວາມ​ວິຕົກ​ກັງວົນ​ທັບຖ້ວມ​ພວກເຂົາ​ດັ່ງ​ນໍ້າ​ທະເລ​ໄຫລຊັດ​ຈົນ​ພວກເຂົາ​ຢູ່​ບໍ່​ເປັນ​ສຸກ.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ແລະ​ເຮົາ​ຈະ​ອະນຸຍາດ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ພາກໃຕ້​ຂອງ​ປະເທດ​ເອຢິບ ຄື​ເມືອງ​ດັ້ງເດີມ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ເປັນ​ອານາຈັກ​ທີ່​ອ່ອນແຮງ​ຫລາຍ


ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.


ເອລາມ​ກໍ​ຢູ່​ທີ່​ນັ້ນ ພ້ອມ​ທັງ​ມີ​ຂຸມຝັງສົບ​ພວກ​ທະຫານ​ຂອງຕົນ​ອ້ອມຮອບ​ຢູ່. ພວກເຂົາ​ລ້ວນແຕ່​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ພວກເຂົາ​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ໂດຍ​ບໍ່ໄດ້​ຮັບ​ພິທີຕັດ. ເມື່ອ​ຍັງ​ມີ​ຊີວິດ​ຢູ່ ພວກເຂົາ​ເຄີຍ​ກະຈາຍ​ຄວາມ​ຢ້ານກົວ​ອັນ​ໃຫຍ່; ແຕ່​ບັດນີ້ ພວກເຂົາ​ກໍ​ຕາຍ​ແລະ​ຖືກ​ຫຍໍ້ຫຍັນ.


ຫລັງຈາກ​ນັ້ນ​ມາ​ຫລາຍ​ປີ ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ຮຸກຮານ​ປະເທດ​ໜຶ່ງ ຊຶ່ງ​ປະຊາຊົນ​ໄດ້​ຖືກ​ນຳ​ຄືນ​ມາ​ແຕ່​ປະເທດ​ຕ່າງໆ ແລະ​ໃຊ້​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານກົວ​ສົງຄາມ. ເຈົ້າ​ຈະ​ຮຸກຮານ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ທີ່​ໄດ້​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ມານານ​ແລ້ວ; ແຕ່​ບັດນີ້ ເປັນ​ບ່ອນ​ທີ່​ປະຊາຊົນ​ທຸກຄົນ​ອາໄສ​ຢູ່​ຢ່າງ​ປອດໄພ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


ຫລັງຈາກ​ນັ້ນ ເພິ່ນ​ຈະ​ໂຈມຕີ​ຊົນຊາດ​ທັງຫລາຍ​ຕາມ​ແຄມ​ທະເລ ແລະ​ຢຶດເອົາ​ດິນແດນ​ໄດ້​ຢ່າງ​ຫລວງຫລາຍ. ແຕ່​ຈະ​ມີ​ແມ່ທັບ​ຊາວ​ຕ່າງ​ປະເທດ​ຄົນ​ໜຶ່ງ​ປາບ​ເພິ່ນ​ລົງ ແລະ​ກຳຈັດ​ຄວາມ​ທະເຍີ​ທະຍານ​ຂອງ​ເພິ່ນ​ໃຫ້​ໝົດສິ້ນ​ໄປ;


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ​ໄປ ເມື່ອ​ເຮົາ​ຮ້ອງ​ຄຳຣາມ​ເໝືອນ​ສິງ ໃສ່​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາເວັນຕົກ.


ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ຂອງ​ພວກເຈົ້າ​ຈະ​ກັບຄືນ​ມາ​ຫາ​ເຈົ້າ​ຈາກ​ທຸກຫົນ​ທຸກແຫ່ງ ຄື​ຈາກ​ອັດຊີເຣຍ​ທາງທິດ​ຕາເວັນອອກ, ຈາກ​ປະເທດ​ເອຢິບ​ທາງ​ທິດໃຕ້, ຈາກ​ຂົງເຂດ​ຂອງ​ແມ່ນໍ້າ​ເອີຟຣັດ, ຈາກ​ທະເລ ແລະ​ພູເຂົາ​ຕ່າງໆ​ທີ່​ຫ່າງໄກ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ເທວະດາ​ຕົນ​ນັ້ນ​ຕອບ​ວ່າ, “ໄປ​ບາບີໂລນ ບ່ອນ​ທີ່​ພວກ​ນາງ​ຈະ​ສ້າງ​ວິຫານ​ສຳລັບ​ກະຕ່າ​ນັ້ນ. ເມື່ອ​ສ້າງ​ວິຫານ​ສຳເລັດ​ແລ້ວ ກະຕ່າ​ນັ້ນ​ຈະ​ຖືກ​ປະ​ໄວ້​ທີ່​ນັ້ນ​ໃຫ້​ຄົນ​ຂາບໄຫວ້.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເຮົາ​ຈະ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ດິນແດນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ນັ້ນ


ເມືອງ​ຮາມັດ​ທີ່​ຢູ່​ຊາຍແດນ​ຂອງ​ຮັດຣັກ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ ເໝືອນກັນ​ກັບ​ເມືອງ​ຕີເຣ​ແລະ​ຊີໂດນ ຕະຫລອດ​ທັງ​ພວກ​ຊ່າງສີມື​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ດ້ວຍວ່າ, ຖ້າ​ຊົນຊາດ​ພວກເຮົາ​ຖືກ​ປະຖິ້ມ ອັນ​ເປັນ​ເຫດ​ໃຫ້​ມະນຸດ​ທັງ​ໂລກ ກັບຄືນ​ມາ​ເປັນ​ມິດ​ກັບ​ພຣະເຈົ້າ ການ​ທີ່​ພຣະເຈົ້າ​ຮັບ​ເອົາ​ພວກ​ຢິວ​ກັບຄືນ​ມາ​ຫາ​ພຣະອົງ​ນັ້ນ ກໍ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ກັບຄືນ​ມາ​ໃໝ່.


ແລ້ວ​ພວກ​ອິດສະຣາເອນ​ທັງໝົດ ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຈະ​ມາ​ຈາກ​ພູເຂົາ​ຊີໂອນ ແລະ​ກຳຈັດ​ຄວາມ​ຊົ່ວຊ້າ​ອະທຳ​ອອກ​ຈາກ​ເຊື້ອສາຍ​ຂອງ​ຢາໂຄບ.”


ແຕ່​ວ່າ ເມື່ອໃດ​ເພິ່ນ​ຫລົບ​ເຂົ້າ​ໄປ​ເຝົ້າ​ອົງພຣະ​ຜູ້​ເປັນເຈົ້າ ຜ້າປົກ​ນັ້ນ​ຈຶ່ງ​ເປີດ​ອອກ​ເສຍ.


ເຖິງ​ຢ່າງ​ໃດ​ກໍດີ ປະຊາຊົນ​ເຫຼົ່ານີ້​ແມ່ນ​ພຣະອົງ​ເອງ​ທີ່​ໄດ້​ເລືອກ​ເອົາ​ໃຫ້​ເປັນ​ຂອງ​ພຣະອົງ ແລະ​ແມ່ນ​ພວກ​ທີ່​ພຣະອົງ​ໄດ້​ນຳພາ​ໃຫ້​ອອກ​ມາ​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ດ້ວຍ​ແຂນ​ອັນ​ຊົງ​ຣິດເດດ​ຂອງ​ພຣະອົງ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka