ເອຊາຢາ 11:1 - ພຣະຄຳພີສັກສິ1 ເຊື້ອວົງຂອງກະສັດດາວິດເປັນດັ່ງກົກໄມ້ທີ່ຖືກປໍ້າລົງແລ້ວ, ແຕ່ຍັງມີກິ່ງເກີດອອກມາຈາກຕໍນັ້ນສັນໃດ ກໍຈະມີກະສັດອົງໃໝ່ ເກີດຂຶ້ນມາຈາກເຊື້ອສາຍຂອງດາວິດສັນນັ້ນ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ເຮົາຈະຈັບເອົາຍອດຕົ້ນແປກສູງ ແລະຫັກເອົາຍອດທີ່ກຳລັງແຕກໜໍ່; ເຮົາຈະເພາະປູກມັນໄວ້ບ່ອນໜຶ່ງທີ່ເທິງພູເຂົາສູງ ຄືທີ່ເທິງພູເຂົາສູງສຸດຂອງຊາດອິດສະຣາເອນນັ້ນ. ໃບມັນຈະດົກໜາທັງຈະແຕກໜໍ່ແນວ ກາຍເປັນໄມ້ແປກແຂງແຮງສວຍງາມຕົ້ນໜຶ່ງ. ຝູງນົກນາໆຊະນິດຕ່າງກໍຈະມາພັກພາອາໄສ ພົບເຮືອນຮັງຂອງຕົນຢູ່ຕາມຮົ່ມຕົ້ນໄມ້ນັ້ນ.
ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ.
ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ. 2-6(ກ) ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່ຂອງລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. 6(ຂ)-11 ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງລາວເຄີຍເປັນເມຍຂອງອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງຕົນ.