Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:9 - ພຣະຄຳພີສັກສິ

9 ເຮົາ​ໄດ້​ຕີ​ຊະນະ​ເມືອງ​ຕ່າງໆ​ຂອງ​ການໂນ ແລະ​ກາກເກມິດ ເມືອງ​ຕ່າງໆ​ຂອງ​ຮາມັດ ແລະ​ອັກປັດ. ເຮົາ​ໄດ້​ຕີ​ຊະນະ​ນະຄອນ​ຊາມາເຣຍ ແລະ​ນະຄອນ​ດາມັສກັດ.

Uka jalj uñjjattʼäta Copia luraña




ເອຊາຢາ 10:9
23 Jak'a apnaqawi uñst'ayäwi  

ອານາຈັກ​ທຳອິດ​ທີ່​ນິມໂຣດ​ໄດ້​ປົກຄອງ​ມີ: ບາບີໂລນ, ເອເຣັກ ແລະ​ອັກກາດ. ເມືອງ​ທັງ​ສາມ​ນີ້​ຢູ່​ໃນ​ບາບີໂລນ.


ເມື່ອ​ກະສັດ​ໂຕອີ​ແຫ່ງ​ຮາມັດ​ໄດ້ຍິນ​ວ່າ ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ກອງທັບ​ທັງໝົດ​ຂອງ​ເຈົ້າ​ຮາດາເດເຊ


ເພື່ອ​ຕອບ​ຄຳ​ຂໍຮ້ອງ​ຂອງ​ກະສັດ​ອາຮາດ ກະສັດ​ຕີກະລາດ​ປີເລເສ​ໄດ້​ຍົກທັບ​ໄປ​ຕໍ່ສູ້​ນະຄອນ​ດາມັສກັດ, ຢຶດເອົາ​ເມືອງ, ຂ້າ​ກະສັດ​ເຣຊິນ ແລະ​ຈັບ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ກີຣະ.


ກະສັດ​ອັດຊີເຣຍ​ໄດ້​ນຳ​ເອົາ​ປະຊາຊົນ​ແຕ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ບາບີໂລນ, ເມືອງກຸດ, ເມືອງ​ອີວາ, ເມືອງ​ຮາມັດ ແລະ​ເມືອງ​ເສຟາກວາອິມ ໃຫ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ຊາມາເຣຍ ແທນ​ພວກ​ອິດສະຣາເອນ​ທີ່​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຂົາ​ໄດ້​ເຂົ້າ​ມາ​ຄອບຄອງ​ດິນແດນ ແລະ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້.


ດຽວ​ນີ້​ພະ​ເຫຼົ່ານີ້​ຢູ່​ໃສ? ຄື​ພະ​ຂອງ​ເມືອງ​ຮາມັດ ແລະ​ເມືອງ​ອັກປັດ? ພະ​ຂອງ​ເມືອງ​ເສຟາກວາອິມ, ເມືອງ​ເຮນາ ແລະ​ເມືອງ​ອີວາ​ຢູ່​ໃສ? ມີ​ພະ​ຕົນໃດ​ຕົນໜຶ່ງ​ບໍ ທີ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄວ້​ໄດ້?


ພະ​ທັງໝົດ​ຂອງ​ຊົນຊາດ​ເຫຼົ່ານັ້ນ​ເຄີຍ​ຊ່ວຍ​ປະເທດ​ຂອງຕົນ ຈາກ​ພວກເຮົາ​ເມື່ອໃດ? ແລ້ວ​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຊ່ວຍ​ພວກເຈົ້າ​ພົ້ນຈາກ​ກຳມື​ຂອງ​ຂ້ອຍ​ໄດ້?


ຫລັງຈາກ​ທີ່​ກະສັດ​ໂຢສີຢາ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ສຳລັບ​ພຣະວິຫານ​ແລ້ວ ກະສັດ​ເນໂກ​ແຫ່ງ​ເອຢິບ​ໄດ້​ຍົກທັບ​ມາ ເພື່ອ​ໂຈມຕີ​ເມືອງ​ກາກເກມິດ​ທີ່​ແມ່ນໍ້າ​ເອີຟຣັດ. ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ເພິ່ນ​ໄວ້


ເພິ່ນ​ເວົ້າ​ອວດ​ວ່າ, “ຜູ້​ບັນຊາການ​ທະຫານ​ທຸກຄົນ​ຂອງເຮົາ ລ້ວນແຕ່​ເປັນ​ກະສັດ​ທັງນັ້ນ


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.


ຊາດ​ອິດສະຣາເອນ​ຈະ​ຂາດ​ທີ່​ປ້ອງກັນ ແລະ​ນະຄອນ​ດາມັສກັດ​ກໍ​ຈະ​ສູນເສຍ​ເອກະລາດ. ຊາວ​ຊີເຣຍ​ຜູ້​ທີ່​ຍັງ​ລອດຊີວິດ​ຢູ່​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ​ກັບ​ຊາວ​ອິດສະຣາເອນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ຫົນທາງຫລວງ​ທຸກ​ສາຍ​ກໍ​ເຕັມ​ໄປ​ດ້ວຍ​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທຽວ. ຂໍ້​ສັນຍາ​ຕ່າງໆ​ຖືກ​ຝ່າຝືນ ແລະ​ຂໍ້​ຕົກລົງ​ຕ່າງໆ​ຖືກ​ລະເມີດ. ບໍ່ມີ​ຜູ້ໃດ​ນັບຖື​ຊຶ່ງກັນແລະກັນ​ຕໍ່ໄປ.


ບັດນີ້ ພວກ​ພະ​ຂອງ​ເມືອງ​ຮາມັດ ແລະ​ອັກປັດ​ໄປ​ໃສ​ໝົດ​ແລ້ວ? ພວກ​ພະ​ຂອງ​ເມືອງ​ເສຟາກວາອິມ​ໄປ​ໃສ​ໝົດ? ມີ​ຜູ້ໃດ​ແດ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄດ້?


ທ່ານ​ໄດ້ຍິນ​ແລ້ວ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ ເຮັດ​ກັບ​ທຸກ​ປະເທດ​ທີ່​ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ. ທ່ານ​ຄິດ​ວ່າ​ທ່ານ​ຈະ​ປົບໜີ​ພົ້ນ​ໄດ້​ບໍ?


ກະສັດ​ແຫ່ງ​ນະຄອນ​ຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະ​ອີວາ​ຢູ່​ໃສ​ໝົດ​ແລ້ວ?”


ເປັນຫຍັງ​ຈຶ່ງ​ຈະ​ບໍ່​ເກີດຂຶ້ນ? ເພາະ​ຊີເຣຍ​ບໍ່ມີ​ກຳລັງ​ເຂັ້ມແຂງ ກວ່າ​ນະຄອນ​ດາມັສກັດ​ເມືອງເອກ​ຂອງ​ປະເທດ ແລະ​ນະຄອນ​ດາມັສກັດ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເຣຊິນ. ສ່ວນ​ອິດສະຣາເອນ​ກໍ​ຈະ​ສິ້ນ​ຄວາມ​ເປັນຊາດ​ໄປ ພາຍ​ໃນ​ຫົກສິບຫ້າ​ປີ.


ໂດຍ​ເລີ່ມ​ຈາກ​ເອຢິບ​ກ່ອນ. ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ເຖິງ​ກອງທັບ​ຂອງ​ກະສັດ​ເນໂກ​ແຫ່ງ​ເອຢິບ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ເອົາ​ຊະນະ ທີ່​ກາກເກມິດ​ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ:


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ນະຄອນ​ດາມັສກັດ​ວ່າ, “ປະຊາຊົນ​ໃນ​ເມືອງ​ຮາມັດ​ແລະ​ອັກປັດ ຕ່າງ​ກໍ​ກະວົນ​ກະວາຍ ແລະ​ເດືອດຮ້ອນ​ຍ້ອນ​ພວກເຂົາ​ໄດ້ຍິນ​ຂ່າວ​ບໍ່​ດີ. ຄວາມ​ວິຕົກ​ກັງວົນ​ທັບຖ້ວມ​ພວກເຂົາ​ດັ່ງ​ນໍ້າ​ທະເລ​ໄຫລຊັດ​ຈົນ​ພວກເຂົາ​ຢູ່​ບໍ່​ເປັນ​ສຸກ.


ເມືອງ​ຕ່າງໆ​ຂອງ​ເບໂຣທາ ແລະ​ຊິບຣາອິມ (ເມືອງ​ເຫຼົ່ານັ້ນ​ໄດ້​ຕັ້ງ​ຢູ່​ລະຫວ່າງ​ເຂດແດນ​ຂອງ​ອານາຈັກ​ດາມັສກັດ ແລະ​ອານາຈັກ​ຮາມັດ) ແລະ​ເມືອງ​ຕີໂກນ (ໄດ້​ຕັ້ງ​ຢູ່​ຕາມ​ຊາຍແດນ​ຂອງ​ອານາຈັກ​ແຫ່ງ​ຮາອູຣານ.)


ພວກເຂົາ​ດູຖູກ​ຫຍໍ້ຫຍັນ​ບັນດາ​ກະສັດ ແລະ​ຫົວ​ເຍາະເຍີ້ຍ​ໃສ່​ບັນດາ​ຂ້າຣາຊການ​ຊັ້ນສູງ. ບໍ່ມີ​ປ້ອມ​ປ້ອງກັນ​ບ່ອນໃດ​ທີ່​ຕ້ານທານ​ຕໍ່​ການ​ບຸກລຸກ​ຂອງ​ພວກເຂົາ​ໄດ້. ພວກເຂົາ​ໃຊ້​ຍຸດທະວິທີ​ຍາດ​ຢຶດເອົາ​ປ້ອມ ໂດຍ​ກອງ​ດິນ​ຂຶ້ນ​ໃຫ້​ສູງ​ເທົ່າກັບ​ປ້ອມ ແລະ​ເຂົ້າ​ຢຶດເອົາ.


ແລະ​ຈາກ​ນັ້ນ​ໄປ​ເຖິງ​ຊ່ອງແຄບ​ຮາມັດ​ແລ້ວ​ຕໍ່ໄປ​ເຖິງ​ເຊດາດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka