Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:8 - ພຣະຄຳພີສັກສິ

8 ເພິ່ນ​ເວົ້າ​ອວດ​ວ່າ, “ຜູ້​ບັນຊາການ​ທະຫານ​ທຸກຄົນ​ຂອງເຮົາ ລ້ວນແຕ່​ເປັນ​ກະສັດ​ທັງນັ້ນ

Uka jalj uñjjattʼäta Copia luraña




ເອຊາຢາ 10:8
11 Jak'a apnaqawi uñst'ayäwi  

ທ່ານ​ບໍ່​ສໍ່າ​ກັບ​ຂ້າຣາຊການ​ອັດຊີເຣຍ​ຊັ້ນ​ຕໍ່າໆ, ແຕ່​ປານ​ນັ້ນ​ທ່ານ​ຍັງ​ຢາກ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດມ້າ​ແລະ​ທະຫານ​ມ້າ​ໃຫ້.


“ຢ່າ​ໃຫ້​ພຣະເຈົ້າ​ຂອງທ່ານ​ອົງ​ທີ່​ທ່ານ​ໄວ້ວາງໃຈ​ນັ້ນ​ຫລອກລວງ​ທ່ານ ໂດຍ​ເວົ້າ​ວ່າ​ນະຄອນ​ເຢຣູຊາເລັມ​ຈະ​ບໍ່​ຕົກ​ຢູ່​ໃນ​ກຳມື​ຂອງເຮົາ


ພຣະອົງ​ອາດ​ປ່ອຍ​ພວກເຂົາ​ໃຫ້​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ ແຕ່​ພຣະອົງ​ເຝົ້າ​ແນມເບິ່ງ​ພວກເຂົາ​ທຸກ​ເວລາ​ບໍ່​ຂາດ.


ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.


ເຮົາ​ໄດ້​ຕີ​ຊະນະ​ເມືອງ​ຕ່າງໆ​ຂອງ​ການໂນ ແລະ​ກາກເກມິດ ເມືອງ​ຕ່າງໆ​ຂອງ​ຮາມັດ ແລະ​ອັກປັດ. ເຮົາ​ໄດ້​ຕີ​ຊະນະ​ນະຄອນ​ຊາມາເຣຍ ແລະ​ນະຄອນ​ດາມັສກັດ.


ຂ້າພະເຈົ້າ​ຂໍ​ພະນັນ​ກັບ​ທ່ານ​ໃນນາມ​ຂອງ​ຈັກກະພັດ ດັ່ງນີ້: ຂ້າພະເຈົ້າ​ຈະ​ຫາ​ມ້າ​ສອງພັນ​ໂຕ​ມາ​ໃຫ້ ຖ້າ​ທ່ານ​ຫາ​ຄົນ​ຂີ່​ມ້າ​ຕາມ​ຈຳນວນ​ນັ້ນ​ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ນຳ​ເອົາ​ກະສັດ​ຜູ້​ຍິ່ງໃຫຍ່​ທີ່ສຸດ ຄື​ເຈົ້າ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ດິນແດນ​ຕີເຣ. ລາວ​ຈະ​ມາ​ຈາກ​ທິດເໜືອ​ພ້ອມ​ທັງ​ກອງທັບ​ອັນ​ໃຫຍ່ໂຕ ໂດຍ​ມີ​ທັງ​ມ້າ​ກັບ​ລົດຮົບ​ແລະ​ທະຫານ​ມ້າ.


ມັນ​ສູງ​ກວ່າ​ຕົ້ນໄມ້​ອື່ນໆ ເພາະ​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ ຕົ້ນໄມ້​ນັ້ນ​ຕ່າງ​ກໍ​ມີ​ງ່າ​ທັງ​ໃຫຍ່​ແລະ​ຍາວ​ດ້ວຍ;


ຂ້າແດ່​ພະຣາຊາ ທ່ານ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ກວ່າ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຈັກກະພັດ, ມີ​ອຳນາດ​ໃຫຍ່ໂຕ, ມີ​ກຳລັງ​ວັງຊາ​ແລະ​ມີ​ກຽດຕິຍົດ.


ບັດນີ້ ເຮົາ​ຈະ​ລວບລວມ​ເອົາ​ພວກເຂົາ​ມາ​ລົງໂທດ. ອີກ​ບໍ່​ດົນ ພວກເຂົາ​ຈະ​ຊັກດີ້ນ​ດ້ວຍ​ຄວາມ​ເຈັບປວດ ເມື່ອ​ຖືກ​ກະສັດ​ແຫ່ງ​ອັດຊີເຣຍ​ກົດຂີ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka