7 ແຕ່ຈັກກະພັດອັດຊີເຣຍມີແຜນການອັນຮ້າຍກາດໃນໃຈຂອງຕົນເອງ. ເພິ່ນຕັ້ງໃຈຈະທຳລາຍຫລາຍໆຊົນຊາດ.
ພວກເຈົ້າໄດ້ເຮັດເລື່ອງຊົ່ວຊ້າຕໍ່ຂ້ອຍ, ແຕ່ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ ເພື່ອຊ່ວຍຊີວິດຂອງຫລາຍໆຄົນໃຫ້ຍັງມີຊີວິດຢູ່ໄດ້ຈົນທຸກວັນນີ້ ຍ້ອນເຫດການທີ່ໄດ້ເກີດຂຶ້ນນັ້ນ.
ເພິ່ນເວົ້າອວດວ່າ, “ຜູ້ບັນຊາການທະຫານທຸກຄົນຂອງເຮົາ ລ້ວນແຕ່ເປັນກະສັດທັງນັ້ນ
ແມ່ນຊາວບາບີໂລນ ແຕ່ບໍ່ແມ່ນຊາວອັດຊີເຣຍ ທີ່ໄດ້ປ່ອຍໃຫ້ພວກສັດປ່າຢຽບຢໍ່າເມືອງຕີເຣ. ແມ່ນຊາວບາບີໂລນທີ່ໄດ້ປິດລ້ອມຫໍຄອຍຕ່າງໆ ຮື້ປ້ອມທີ່ປ້ອງກັນເມືອງຕີເຣ ແລະປະປ່ອຍໃຫ້ເປັນເມືອງຮົກຮ້າງເພພັງ.
ທັງໄດ້ຈູດບັນດາພະຂອງພວກເຂົາຖິ້ມຊຶ່ງບໍ່ແມ່ນພຣະແທ້, ແຕ່ເປັນພຽງຮູບໄມ້ ແລະຫີນທີ່ມືມະນຸດໄດ້ເຮັດຂຶ້ນເທົ່ານັ້ນ.
ເຮົາກຳລັງມອບເອຢິບໃຫ້ເປັນຄ່າຈ້າງແຫ່ງການຮັບໃຊ້ຂອງລາວ ຍ້ອນກອງທັບຂອງລາວໄດ້ເຮັດວຽກເພື່ອເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ.
ເພິ່ນຈະພາກພູມໃຈໃນຄວາມມີໄຊ ແລະໃນການສັງຫານທະຫານ ເປັນຈຳນວນຫລວງຫລາຍ, ແຕ່ເພິ່ນຈະບໍ່ມີໄຊເລື້ອຍໄປ.
ນີເນເວເອີຍ ຈາກເຈົ້ານັ້ນໄດ້ມີຄົນໜຶ່ງ ທີ່ເຕັມໄປດ້ວຍແຜນການອັນຊົ່ວຮ້າຍ ຄືຜູ້ທີ່ໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ.
ໂດຍສອດຄ່ອງກັບແຜນການຂອງພຣະເຈົ້າ ທີ່ພຣະອົງໄດ້ກຳນົດຄາດໝາຍໄວ້ລ່ວງໜ້າກ່ອນແລ້ວວ່າ ພຣະເຢຊູເຈົ້າຈຳຕ້ອງຖືກມອບໃຫ້ພວກທ່ານ ແລະພວກທ່ານໄດ້ມອບໃຫ້ບັນດາຄົນນອກສາສະໜາ ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະປະຫານຊີວິດເສຍ.
ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ໂດຍປົດປ່ອຍພຣະອົງອອກຈາກຄວາມເຈັບປວດຂອງອຳນາດແຫ່ງຄວາມຕາຍ ເພາະຄວາມຕາຍບໍ່ສາມາດກັກຈ່ອງພຣະອົງໄວ້ໄດ້.