ເອຊາຢາ 10:6 - ພຣະຄຳພີສັກສິ6 ເຮົາໄດ້ສົ່ງຊາວອັດຊີເຣຍໄປ ເພື່ອໂຈມຕີຊາດທີ່ບໍ່ນັບຖືພຣະເຈົ້າ ຄືປະຊາຊົນທີ່ໄດ້ເຮັດໃຫ້ເຮົາໂກດຮ້າຍ. ເຮົາໄດ້ສົ່ງພວກເຂົາໄປເພື່ອປຸ້ນຈີ້ທັງລັກ ແລະຢຽບຢໍ່າປະຊາຊົນເຫຼົ່ານັ້ນ ເໝືອນຢຽບຢໍ່າຂີ້ຝຸ່ນໃນຖະໜົນຫົນທາງ.” Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍຕັ້ງແຕ່ໃດໆມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ, ເປັນອົງບໍຣິສຸດ ແລະອົງເປັນຢູ່ສືບໄປເປັນນິດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້.