Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:5 - ພຣະຄຳພີສັກສິ

5 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.

Uka jalj uñjjattʼäta Copia luraña




ເອຊາຢາ 10:5
31 Jak'a apnaqawi uñst'ayäwi  

ເມື່ອ​ນິມໂຣດ​ໜີ​ຈາກ​ດິນແດນ​ນີ້​ໄປ ເພິ່ນ​ຈຶ່ງ​ໄປ​ທີ່​ປະເທດ​ອັດຊີເຣຍ ແລະ​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ອີກ​ດັ່ງນີ້: ນີເນເວ, ເຣໂຮໂບດ​ອີເຣ, ກາລາ,


ທ່ານ​ຄົງ​ຄິດ​ວ່າ ຂ້າພະເຈົ້າ​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ ປາດສະຈາກ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ? ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ.”


ເຈົ້າ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ໄດ້​ຕຽມ​ແຜນການ​ທັງໝົດ​ນີ້​ໄວ້​ແຕ່ດົນ​ແລ້ວ? ແລະ​ດຽວນີ້​ເຮົາ​ກໍ​ປະຕິບັດ​ຕາມ​ແຜນການ​ນັ້ນ. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເພື່ອ​ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ​ໃຫ້​ເພພັງ​ລົງ​ເປັນ​ກອງ​ຫີນ.


ຄົນຊົ່ວ​ຈະ​ບໍ່​ປົກຄອງ​ດິນແດນ​ຄົນ​ຊອບທຳ​ເລື້ອຍໄປ ຖ້າ​ເປັນ​ດັ່ງນັ້ນ ຄົນ​ຊອບທຳ​ກໍ​ອາດ​ຈະ​ຍື່ນມື​ກະທຳ​ຊົ່ວ​ຄືກັນ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”


ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ເວລາ​ອັນ​ສັ້ນໆ​ເທົ່ານັ້ນ, ຕໍ່​ຈາກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກເຂົາ.


ພວກເຂົາ​ກຳລັງ​ຍົກທັບ​ມາ​ແຕ່​ທີ່​ໄກ​ສຸດ​ຂອງ​ຟ້າ​ສະຫວັນ. ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ພຣະເຈົ້າຢາເວ​ກຳລັງ​ມາ​ທຳລາຍ​ໝົດ​ທັງປະເທດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.


ເຮົາ​ຈະ​ທຳລາຍ​ຊາວ​ອັດຊີເຣຍ​ໃນ​ດິນແດນ​ອິດສະຣາເອນ​ຂອງເຮົາ ແລະ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ທີ່​ເທິງ​ພູ​ຂອງເຮົາ. ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ແອກ​ຂອງ​ຊາວ​ອັດຊີເຣຍ ແລະ​ຈາກ​ພາລະໜັກ​ທີ່​ພວກເຂົາ​ແບກ​ຢູ່​ນັ້ນ.


ແມ່ນ​ຊາວ​ບາບີໂລນ ແຕ່​ບໍ່ແມ່ນ​ຊາວ​ອັດຊີເຣຍ ທີ່​ໄດ້​ປ່ອຍ​ໃຫ້​ພວກ​ສັດປ່າ​ຢຽບຢໍ່າ​ເມືອງ​ຕີເຣ. ແມ່ນ​ຊາວ​ບາບີໂລນ​ທີ່​ໄດ້​ປິດລ້ອມ​ຫໍຄອຍ​ຕ່າງໆ ຮື້​ປ້ອມ​ທີ່​ປ້ອງກັນ​ເມືອງ​ຕີເຣ ແລະ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮົກຮ້າງ​ເພພັງ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເບິ່ງ​ເຫັນໄດ້​ແຕ່​ໄກ. ໄຟ​ແລະ​ຄວັນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຈາ​ແລະ​ຖ້ອຍຄຳ​ນັ້ນ​ກໍ​ລຸກ​ໄໝ້​ຂຶ້ນ​ເປັນ​ໄຟ.


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ພວກເຂົາ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢູ່​ສະເໝີ, ຕົວະ​ພຣະເຈົ້າ​ຢູ່​ສະເໝີ, ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ຢູ່​ສະເໝີ.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ຈະ​ເບີກບານ​ໃຈ; ແລະ​ສິ່ງນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ສຸຂະພາບ​ດີ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ຊ່ວຍເຫຼືອ​ພວກ​ທີ່​ຮັບໃຊ້​ເຮົາ ແລະ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງເຮົາ.”


ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຈ້າງ​ເອົາ​ຊ່າງ​ຕັດຜົມ​ມາ​ຈາກ​ແມ່ນໍ້າ​ເອີຟຣັດ​ຟາກ​ໜຶ່ງ ຄື​ຈັກກະພັດ​ອັດຊີເຣຍ ເພິ່ນ​ຈະ​ແຖ​ຜົມ​ທີ່​ເທິງ​ຫົວ ແຖ​ໜວດ​ທັງ​ແຖ​ຂົນ​ຕາມ​ຕົນຕົວ​ຂອງ​ເຈົ້າ​ຖິ້ມ.


ກ່ອນ​ເດັກນ້ອຍ​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້ຈັກ​ເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດ​ທັງໝົດ​ຢູ່​ໃນ​ນະຄອນ​ດາມັສກັດ ແລະ​ສິ່ງ​ທີ່​ພວກເຂົາ​ປຸ້ນ​ມາ​ໄດ້​ຈາກ​ນະຄອນ​ຊາມາເຣຍ ກໍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ.”


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ກະສັດ​ອັດຊີເຣຍ​ພ້ອມ​ກອງທັບ​ທັງໝົດ​ຂອງ​ລາວ ມາ​ໂຈມຕີ​ຢູດາຍ. ກອງທັບ​ນີ້​ຈະ​ບຸກໜ້າ​ໄປ​ດັ່ງ​ແມ່ນໍ້າ​ເອີຟຣັດ​ໄຫລ​ນອງລົ້ນ​ຕາຝັ່ງ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ວັນ​ແຫ່ງ​ໄພພິບັດ​ກຳລັງ​ມາ​ເຖິງ​ຊາດ​ອິດສະຣາເອນ. ຄວາມ​ຮຸນແຮງ​ຈະ​ເພີ່ມ​ຂຶ້ນ. ຄວາມ​ຈອງຫອງ​ກໍ​ສູງ​ຂຶ້ນ​ສຸດ​ຍອດ​ແລ້ວ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.


ພຣະອົງ​ຈະ​ໃຊ້​ອຳນາດ​ຂອງ​ພຣະອົງ​ເພື່ອ​ທຳລາຍ​ເມືອງ​ທາງ​ທິດເໜືອ​ຄື​ອັດຊີເຣຍ. ພຣະອົງ​ຈະ​ເຮັດ​ໃຫ້​ນີເນເວ​ເປັນ​ເມືອງ​ຮົກຮ້າງ​ເພພັງ ຄື​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ແຫ້ງແລ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka