Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:34 - ພຣະຄຳພີສັກສິ

34 ພຣະອົງ​ຈະ​ຕັດ​ພວກເຂົາ​ຖິ້ມ ດັ່ງ​ຄົນ​ໃຊ້​ຂວານ​ປໍ້າ​ຕົ້ນໄມ້​ລົງ​ຢູ່​ກາງ​ປ່າ ແມ່ນແຕ່​ກົກໄມ້​ຊຶ່ງ​ງາມ​ທີ່ສຸດ​ຂອງ​ເລບານອນ​ກໍ​ລົ້ມລົງ​ເຊັ່ນກັນ.

Uka jalj uñjjattʼäta Copia luraña




ເອຊາຢາ 10:34
19 Jak'a apnaqawi uñst'ayäwi  

ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ພວກ​ເທວະດາ​ຜູ້​ແຂງແຮງ​ແລະ​ມີ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ຊົງ​ກ່າວ.


ປ່າໄມ້ ແລະ​ທົ່ງໄຮ່​ທົ່ງນາ​ອັນ​ອຸດົມສົມບູນ​ຕ່າງໆ​ພຣະເຈົ້າຢາເວ​ຈະ​ທຳລາຍ​ກ້ຽງ ເໝືອນ​ດັ່ງ​ພະຍາດ​ອັນ​ຮ້າຍກາດ​ໄດ້​ທຳລາຍ​ມະນຸດ.


ພຣະອົງ​ຈະ​ທຳລາຍ​ຕົ້ນແປກ​ສູງ​ແຫ່ງ​ເລບານອນ ແລະ​ຕົ້ນໂອກ​ທັງໝົດ​ຢູ່​ໃນ​ດິນແດນ​ລົງ.


ອັດຊີເຣຍ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ ແຕ່​ບໍ່ແມ່ນ​ດ້ວຍ​ອຳນາດ​ຂອງ​ມະນຸດ. ຊາວ​ອັດຊີເຣຍ​ຈະ​ແລ່ນ​ໜີ​ຈາກ​ສະໜາມຮົບ ແລະ​ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ທາດຮັບໃຊ້.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ


ເຮົາ​ຈະ​ລະດົມ​ຄົນ​ມາ​ເພື່ອ​ທຳລາຍ​ມັນ​ຖິ້ມ. ພວກເຂົາ​ທັງໝົດ​ຈະ​ເອົາ​ຂວານ​ມາ​ນຳ ເພື່ອ​ປໍ້າ​ເສົາ​ໄມ້ແປກ​ອັນ​ສວຍງາມ​ລົງ ແລະ​ໂຍນ​ມັນ​ໃສ່​ໄຟ.


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.


ໃນ​ຂະນະທີ່​ພະຣາຊາ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ​ແລະ​ໄດ້​ກ່າວ​ວ່າ, ‘ຈົ່ງ​ບັກ​ກົກ​ໄມ້​ນີ້ ແລະ​ທຳລາຍ​ມັນ​ຖິ້ມ​ສາ ໃຫ້​ປະ​ແຕ່​ຕໍ​ໄວ້​ຕາມ​ພື້ນດິນ. ແລ້ວ​ໃຫ້​ເອົາ​ປອກເຫລັກ ແລະ​ປອກ​ທອງສຳຣິດ​ສຸບ​ອ້ອມ​ມັນ​ໄວ້ ແລະ​ປະ​ໄວ້​ໃນ​ທົ່ງຫຍ້າ​ກາງ​ທົ່ງນາ​ທີ່​ນັ້ນ. ປ່ອຍ​ໃຫ້​ນໍ້າໝອກ​ຕົກລົງ​ມາ​ຖືກ​ຊາຍ​ຜູ້​ນີ້ ແລະ​ປ່ອຍ​ໃຫ້​ລາວ​ກິນ​ຫຍ້າ​ຢູ່​ທ່າມກາງ​ຝູງສັດ ເປັນ​ເວລາ​ເຈັດ​ປີ.’


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຖິງ​ແມ່ນ​ວ່າ​ຊາວ​ອັດຊີເຣຍ​ແຂງແຮງ ແລະ​ມີ​ຈຳນວນ​ຫລວງຫລາຍ​ກໍຕາມ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ແລະ​ຈະ​ດັບສູນໄປ. ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ທົນທຸກ​ທໍລະມານ ແຕ່​ເຮົາ​ຈະ​ບໍ່​ເຮັດ​ຕໍ່ໄປ​ອີກ.


ແລະ​ພຣະອົງ​ຈະ​ໃຫ້​ພວກເຈົ້າ ຜູ້​ທີ່​ຖືກ​ຄວາມ​ຍາກ​ລຳບາກ ໄດ້​ຮັບ​ຄວາມ​ບັນເທົາ​ທຸກ​ຮ່ວມ​ກັບ​ພວກເຮົາ​ດ້ວຍ. ເມື່ອ​ອົງ​ພຣະເຢຊູເຈົ້າ​ຈະ​ຊົງ​ສະເດັດ​ມາ​ປາກົດ​ຈາກ​ສະຫວັນ ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ມີ​ຣິດ​ຂອງ​ພຣະອົງ,


ເຖິງ​ແມ່ນ​ວ່າ ພວກ​ເທວະດາ​ທີ່​ມີ​ຣິດ​ກຳລັງ​ຫລາຍກວ່າ ກໍ​ຍັງ​ບໍ່​ນຳ​ຄຳ​ຮ້ອງຟ້ອງ​ມາ​ກ່າວ​ປະນາມ​ຄົນ​ເຫຼົ່ານັ້ນ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka